ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວໄລຍະປີ 1986-2025 ໃນວັນທີ 6 ເມສາຜ່ານມາ ທີ່ ສວສ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ພ້ອມດ້ວຍອະດີດການນຳ ສສກ, ສວສ, ຫົວໜ້າກົມປະກັນຄຸນນະພາບການສຶກສາ ຄະນະອັກສອນສາດ ມຊ, ວິທະຍາໄລສົງອົງຕື້, ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ຄະນະຮຽບຮຽງ, ຄະນະກວດແກ້ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

 

ສສກ ກວດຜານ ແລະ ຮບຮອງເນອໃນປມປະຫວດວນນະຄະດລາວ - image 1
 

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການກວດຜ່ານຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີໃນໄລຍະປີ 1986-2025 ແລະ ພິຈາລະນາປັບແກ້ເນື້ອໃນຕາມຄຳເຫັນຂອງຄະນະກຳມະການຮັບຮອງ. ໂອກາດນີ້, ທ່ານ ຮອງລັດຖະມົນຕີ ກ່າວວ່າ: ວຽກງານຄົ້ນຄວ້າປະຫວັດວັນນະຄະດີລາວ ໄລຍະປີ 1986-2025 ສະບັບນີ້ເລີ່ມດຳເນີນການມາແຕ່ທ້າຍປີ 2022 ເປັນຕົ້ນມາ ຊຶ່ງພວກເຮົາໄດ້ເຫັນຜົນສຳເລັດເປັນກ້າວໆມາ ພ້ອມທັງໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນຫຼາຍຫຼົບຫຼາຍຕ່າວ ໂດຍເລີ່ມຈາກການກຳນົດໂຄງຮ່າງລວມເກັບກຳຂໍ້ມູນ ແລະ ເອກະສານອ້າງອີງທີ່ກ່ຽວຂ້ອງຕ່າງໆ, ໄດ້ມອບໝາຍແບ່ງຄວາມຮັບຜິດຊອບໃຫ້ຄະນະຮຽບຮຽງແຕ່ລະຄົນ ຈາກເຫດຈຳເປັນໃນການປ່ຽນແປງຕາມສະພາບຕົວຈິງຂອງບຸກຄົນ ແລະ ການດຳເນີນງານຜ່ານມາ ເຮັດໃຫ້ຕ້ອງໄດ້ຈັດແບ່ງຄວາມຮັບຜິດຊອບ ໃນການຂຽນຮຽບຮຽງເນື້ອໃນຄືນໃໝ່ ໂດຍມີການເພີ່ມ ແລະ ປັບປ່ຽນຜູ້ຂຽນສຳລັບເນື້ອໃນບາງພາກຂອງປຶ້ມຫຼາຍຄັ້ງ, ເພື່ອໃຫ້ການດຳເນີນງານມີປະສິດທິພາບສູງ, ເຖິງຢ່າງໃດກໍຕາມ ປັດຈຸບັນພວກເຮົາໄດ້ເຮັດສຳເລັດການສ້າງຕົ້ນສະບັບທີ່ສາມາດຜ່ານຄະນະກຳມະການຮັບຮອງທີ່ມີເນື້ອໃນຫຼັກຈຳນວນ 183 ໜ້າ. ນອກນັ້ນ, ຍັງມີເອກະສານພາກຜະໜວກ, ພາກເພີ່ມເຕີມທີ່ສຳຄັນປະກອບຕື່ມພາຍຫຼັງອີກຈຳນວນໜຶ່ງ. ຜົນສຳເລັດທີ່ຜ່ານມາ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈອັນໜັກແໜ້ນຂອງຄະນະຮັບຜິດຊອບທຸກທ່ານ ໃນການມຸ່ງໝັ້ນສ້າງຜົນງານທີ່ຊົງຄຸນຄ່າ ອັນເປັນປະໂຫຍດຕໍ່ຂົງເຂດວິຊາການ ແລະ ວັດທະນະທຳລາວຢ່າງຍິ່ງ. ສະນັ້ນ, ຮຽກຮ້ອງມາຍັງບັນດາຄະນະຜູ້ຮັບຜິດຊອບ ຈົ່ງສຸມຈິດສຸມໃຈທຸ້ມເທສະຕິປັນຍາ ສົນທະ ນາປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຮ່ວມກັນ ເພື່ອໃຫ້ໄດ້ຄຳເຫັນທີ່ເປັນເອກະພາບກັນໃນຈຸດທີ່ຕ້ອງໄດ້ປັບປຸງແກ້ໄຂດ້ານເນື້ອໃນຕໍ່ໄປ ເພື່ອໃຫ້ໄດ້ສະບັບສົມບູນ ທີ່ສາມາດພິມເຜີຍແຜ່ໃນຕໍ່ໜ້າ.

ກອງປະຊຸມຍັງໄດ້ນຳສະເໜີສະພາບລວມກ່ຽວກັບການຮຽບຮຽງປຶ້ມປະຫວັດວັນນະຄະດີລາວ ໄລຍະປີ 1986-2025 ພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ພິຈາລະນາຮັບຮອງເອົາເນື້ອໃນປຶ້ມດັ່ງກ່າວ. ນອກນັ້ນ, ຍັງຈະໄດ້ທົບທວນຄືນຄວາມເຫັນຂອງຄະນະກຳມະການຮັບຮອງ ແລະ ຜູ້ເຂົ້າຮ່ວມກອງປະຊຸມຮັບຮອງເນື້ອໃນປຶ້ມຕື່ມອີກ.

ຂ່າວ: ສສກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ກົມໃຫຍ່ເຕັກນິກກອງທັບ ຈັດພິທີປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດ ຄື: ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026) ໃນວັນທີ 7 ກັນຍາຜ່ານມາ, ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບເຂົ້າຮ່ວມ.
ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ຈຳປາສັກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ໃນວັນທີ 9 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9/9/2002 – 9/9/2026).ພິທີດັ່ງກ່າວໂດຍມີ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ທ່ານ ພັນເອກ ບຸນມາກ ວິລະວົງ, ຄະນະກຳມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ທ່ານ ພັນໂທ ຄຳສິງ ແກ້ວທຸມມີລາດ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຈຳປາສັກ; ພ້ອມດ້ວຍຄະນະພັກ, ຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ພິທີມອບໃບຢັ້ງຢືນໃຫ້6 ບ້ານ ເປັນບ້ານວັດທະນຳທຳຮອບ II

ວັນທີ 8 ກັນຍາ 2026 ນີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ 6 ບ້ານ ເປັນບ້ານວັດທະນຳທຳຮອບ II ໂດຍມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈໍາພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ທ່ານ ຈະເລີນ ປຸນທະເຮືອງສີ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ອະນຸກໍາມະການສ້າງບ້ານວັດທະນາທໍາຂັ້ນເມືອງ, ແຂກຖືກເຊີນ, ເລຂາພັກບ້ານ-ນາຍບ້ານຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນ 6 ບ້ານເຂົ້າຮ່ວມ.
ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ຮອງຫົວໜ້າກົມໂຄສະນາຄອ​ສ​ພ ເຮັດວຽກກັບໂຄສະນາແຂວງເຊກອງ

ໃນລະຫວ່າງວັນທີ7-10ກັນຍາ2026, ທ່ານນາງບຸນມາລີສີລິດາວົງຮອງຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ)ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກກັບຄະນະໂຄສະນາອົບຮົມແຂວງເຊກອງເພື່ອເກັບກຳຂໍ້ມູນ, ຜົນສຳເລັດແລະບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ,ໂດຍມີທ່ານຄໍາພາໄຊຍະແສງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ພ້ອມດ້ວຍຄະນະເຂົ້າຮ່ວມເຮັດວຽກນໍາ.
ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ສະພາແຫ່ງຊາດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງພະບາງ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດຕາງ​ໜ້າ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຫຼວງ​ພະ​ບາງ, ພິ​ທີ​ມອບ-ຮັບມີ​ຂຶ້ນ​ໃນ​ວັນ​ທີ 5 ກັນ​ຍາ​ຜ່ານ​ມາທີ່ ຫ້ອງວ່າການແຂວງຫຼວງພະບາງ, ກ່າວ​ຮັບ​ໂດຍທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ໂດຍສະເພາະຢູ່ເມືອງນານ ແລະເມືອງນ້ຳບາກ, ໃນໄລຍະເດືອນກໍລະກົດ ຫາ ສິງຫາຜ່ານມາ.
ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຍົກລະດັບການບໍລິຫານທັນສະໄໝ ໃຫ້ພະນັກງານ ຄະນະໂຄສະນາອົບຮົມ ແຂວງຈຳປາສັກ

ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຈັດຝຶກອົບຮົມການນຳໃຊ້ລະບົບ ຫ້ອງການເອເລັກໂຕຣນິກໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ ໃນວັນທີ 8 ກັນຍາ 2026 ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານບໍລິຫານ ແລະ ປະສານງານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ໂດຍມີທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ວັນນະລາດ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ພ້ອມດ້ວຍຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ສສຊ ເຂດ7 ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສ​ພ​ຊ ຊຸດທີ X ຢູ່ຕາແສງທ້າວແກ່ນ

ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະ​ນະໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ (ສ​ພ​ຊ) ຊຸດທີ X ຢູ່ຕາແສງທ້າວແກ່ນ ເມືອງແກ່ນທ້າວແຂວງ​ໄຊ​ຍະ​ບູ​ລີໃນ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງແກ່ນ​ທ້າວ, ມີຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງຫມື່ນ ຕິດຕາມ-ເຝົ້າລະວັງສະພາບໄພນ້ຳຖ້ວມ

ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງ​ໝື່ນເມື່ອ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ.
ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຂັ້ນຮອງຫົວໜ້າພະ ແນກການ ແລະ ພະນັກງານຊ່ວຍວຽກໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ຮອດປີ 2035 ສປປ ລາວ ຈະມີລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແຫ່ງຊາດທີ່ທັນສະໄໝ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີເຜີຍແຜ່ ແລະ ປະກາດໃຊ້ "ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແຫ່ງຊາດ ຮອດປີ 2035" ໃນວັນທີ 4 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ໂທມັດ ຣາມມາ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເຂົ້າຮ່ວມ.
ເພີ່ມເຕີມ