ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX
ກອງປະຊຸມວິຊາການ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ, ສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

 

 
ສສຍລ ກຽມຄວາມພອມດາເນນກອງປະຊມໃຫຍຜແທນແມຍງລາວທວປະເທດ ຄງທ IX - image 1
 

ທ່ານນາງ ວຽງມາລີ ດາລາກອນ ຮອງຫົວໜ້າຫ້ອງການ ສສຍລ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໂດຍສະເພາະຄວາມພ້ອມທາງດ້ານເນື້ອໃນ ແລະ ດ້ານບຸກຄະລາ ກອນ, ຈຸດປະສົງ ເພື່ອປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດລາຍງານການເມືອງທັງສອງພາກ, ແຜນພັດທະນາແມ່ຍິງ ແລະ ກົດລະບຽບຂອງສະຫະພັນແມ່ຍິງສະໄໝທີ IX ແລະ ເອກະສານອື່ນໆ; ພ້ອມທັງລາຍງານຫຍໍ້ກ່ຽວກັບການປັບປຸງຮ່າງບົດລາຍງານການເມືອງທັງສອງພາກທີ່ໄດ້ມີການປັບປຸງຕາມຄໍາເຫັນທີ່ໄດ້ປະກອບໃນກອງປະຊຸມທາບທາມຮອບໜຶ່ງຜ່ານມາ ເພື່ອເປັນຂໍ້ມູນໃຫ້ບັນດາຜູ້ເຂົ້າຮ່ວມໄດ້ສືບຕໍ່ຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ບົດລາຍງານດັ່ງກ່າວມີເນື້ອໃນສົມບູນ.

ກອງປະຊຸມດັ່ງກ່າວມີສາມວາລະໃຫຍ່ຄື: ໜຶ່ງ. ບັ້ນດໍາເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານ ສສຍລ ຊຶ່ງຈະມີແຕ່ສະເພາະຄະນະບໍລິຫານງານ ສສຍລ; ສອງ. ເພື່ອປັບປຸງບັນດາເນື້ອໃນທີ່ຈະຜ່ານຕໍ່ກອງປະຊຸມໃຫຍ່ຂອງ ສສຍລ ໃຫ້ມີຄວາມສົມບູນ ແລະ ສາມ. ພິທີສະຫຼຸບການຈັດຕັ້ງປະຕິບັດຄໍາຂວັນຂໍ້ແຂ່ງຂັນສາມດີ ແລະ ມອບທຸງໄຊສາມດີ ໃບຢັ້ງຢືນຮັກສານາມມະຍົດໃຫ້ແກ່ສະຫະພັນແມ່ຍິງສໍາລັບພາກສ່ວນທີ່ໄດ້ຮັບການປະເມີນ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ໃນຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.
ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊບູລີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຢູ່ 4 ຈຸດຂອງເມືອງໄຊບູລີ ຄື:
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຕິດຕາມ ກວດກາກອງປະຊຸມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາອານຸກຳມະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ເຂົ້າຮ່ວມ.
ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ໃນວັນທີ 8 ສິງຫາຜ່ານມານີ້, ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາ ທິການ ແລະຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກ ຍທຂ ໄດ້ສ້າງຂະບວນການອອກແຮງງານລວມ. ຊຶ່ງການອອກແຮງງານຄັ້ງນິ້,
ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຂະບວນຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 34 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫານີ້ ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມພິທີມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ສື່ມວນຊົນລາວ ນັບມື້ມີບົດບາດສຳຄັນ ໃນການເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ ພັກ-ລັດ

ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນເມື່ອບໍ່ດົນຜ່ານມານີ້ວ່າ:
ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນຕິດຕາມຜົນເສຍຫາຍໄພພິບັດຢູ່ເມືອງເງິນ

ເມື່ອບໍ່ດົນມານີ້. ທ່ານ ກີນດາວົງ ຫຼວງຣາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ພ້ອມດ້ວຍ ຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງ ແລະ ຜູ້ຕາງໜ້າຈາກອົງການຢູເອັນ, ອົງການຢູນິເຊັບ ໄດ້ລົງຕິດຕາມຜົນເສຍຫາຍຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ.
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ

ໃນຕອນບ່າຍຂອງວັນທີ 10 ສິງຫານີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ຊຶ່ງຕ້ອນຮັບໂດຍທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະການນຳຂອງແຂວງ.
ເພີ່ມເຕີມ