ສສຊ ເຂດ 14 ສະເໜີບາງມາດຕາໃຫ້ໃຊ້ຄໍາສັບສອດຄ່ອງ

ສສຊ ເຂດ 14 ສະເໜີບາງມາດຕາໃຫ້ໃຊ້ຄໍາສັບສອດຄ່ອງ

ສສຊ ເຂດ 14 ສະເໜີບາງມາດຕາໃຫ້ໃຊ້ຄໍາສັບສອດຄ່ອງ
ພາຍຫຼັງ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງສະເໜີກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025,ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນານີ້

 ທີ່ ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.ຈາກນັ້ນ, ບັນດາ ສສຊ ກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍດັ່ງກ່າວໃນບາງມາດຕາ ເພື່ອໃຫ້ໃຊ້ຄໍາສັບມີຄວາມກົມກຽວກັນ, ຮັດກຸມແລະ ສອດຄ່ອງ.
ທ່ານ ປະເດີມພອນ ສົນທະນີ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຄໍາເຫັນວ່າ:ຕໍ່ມາດຕາ 3 ກ່ຽວກັບຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ໂດຍມີ 3 ຫຼັກການ ຊຶ່ງການຂຽນຢາກໃຫ້ຕື່ມຄໍາສັບ ໃນຫຼັກການທີ 1 ເວົ້າຮອດແຕ່ຂັ້ນແຂວງບໍ່ຮອດນະຄອນ ຄວນຕື່ມຄໍາວ່າ: ມີການແບ່ງຂັ້ນຄຸ້ມຄອງຕາແສງຂຶ້ນກັບເມືອງ, ຂັ້ນເມືອງຂຶ້ນກັບແຂວງ, ນະຄອນເນື່ອງຈາກນະຄອນກັບແຂວງຂຶ້ນກັບລັດຖະບານ. ສໍາລັບຂໍ້ 2 ໃນຫຼັກການ “ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເພີ່ມຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນຢາກໃຫ້ປ່ຽນຄໍາວ່າ: ເພີ່ມຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ເປັນຍົກສູງຂອງອົງການປົກຄ້ອງທ້ອງຖິ່ນ ຈະສອດຄ່ອງກວ່າ,ເຮົາບໍ່ໄດ້ວັດກັນດ້ວຍປະລິມານ ເຮົາເວົ້າເລື່ອງຄຸນນະພາບ. ສໍາລັບຂໍ້ 3 “ຮັບຜິດຊອບບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍ” ຢາກປ່ຽນມາເປັນເຄື່ອນໄຫວບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍ.
ຕໍ່ມາດຕາ 4ທີ່ຕັ້ງ“ອົງການປົກຄອງທ້ອງຖິ່ນ ແມ່ນອົງການບໍລິຫານຂັ້ນທ້ອງຖິ່ນ” ເຫັນວ່າມີຄໍາສັບອົງການຊໍ້າກັນ. “ອົງການປົກຄອງທ້ອງຖິ່ນ ແມ່ນອົງກອນ ຫຼືການຈັດຕັ້ງການບໍລິຫານຂັ້ນທ້ອງຖິ່ນຈະມີຄວາມສອດຄ່ອງກວ່າ. ສໍາລັບມາດຕາ 6 ສິດ ແລະ ໜ້າທີ່ ຂອງອົງການປົກຄອງທ້ອງຖິ່ນ ເຫັນວ່າວຽກໜຶ່ງຂາດໄປ ວຽກຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງພັກ, ຂອງລັດກໍມີຄວາມຈໍາເປັນຢາກໃຫ້ໄປໃສ່ຂໍ້ 1. ຕໍ່ມາດຕາ 40 ເຮົາໃຊ້ຄໍາວ່າ: ສິດຂອງປະທານຄະນະກໍາມະການປົກຄອງເມືອງ ແລະ ມາດຕາ 48 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນ ເຫັນວ່າມີຄວາມແຕກຕ່າງວິທີການຂຽນຂອງປະໂຫຍກ ຖ້າປະທານກໍໃຫ້ໃສ່ປະທານ ຫຼືຄະນະກໍາມະການກໍຢາກໃສ່ໃຫ້ຄະນະກໍາມະການນໍາກັນ.ໃນນັ້ນ, ສິດ ແລະ ໜ້າທີ່ຂອງເມືອງກໍຍັງມີແຕ່ 13 ຂໍ້ເຫັນວ່າຍັງມີໜ້ອຍກວ່າສິດ ແລະ ໜ້າທີ່ຂອງນະຄອນມີ 27 ຂໍ້. ສະນັ້ນ, ໃຫ້ຮຽບຮຽງຄືນໃໝ່ ເພື່ອໃຫ້ສອດຄ່ອງ ແລະ ກົມກຽວກັນ.
ທ່ານນາງ ພອນເພັດ ອຸ່ນແກ້ວ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ຍັງມີຄໍາເຫັນວ່າ: ໂດຍລວມເຫັນວ່າເນື້ອໃນປັບປຸງກົດໝາຍດັ່ງກ່າວແມ່ນມີຄວາມຮັດກຸມ, ຈະແຈ້ງເປັນສ່ວນຫຼາຍ, ຕໍ່ມາດຕາ 11, ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ. ໃນຂໍ້1: ສະເໜີໃຫ້ສັບຊ້ອນເນື້ອໃນຄືນ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກໍາ. ໃນນັ້ນ, ຂໍ້ 8 ທີ່ກໍານົດເນື້ອໃນວ່າ: ແບ່ງໜ້າທີ່ຮັບຜິດຊອບ, ສິດຕັດສິນບັນຫາ ແລະ ຜົນປະໂຫຍດແກ່ເມືອງ-ນະຄອນ ເນື່ອງຈາກການຂຽນເນື້ອໃນດັ່ງກ່າວໃນກົດໝາຍຍັງບໍ່ເໝາະສົມ. ສະນັ້ນ, ສະເໜີແລກປ່ຽນໃຫ້ແບ່ງໜ້າທີ່, ຂອບເຂດສິດ, ຄວາມຮັບຜິດຊອບ ແລະ ງົບປະມານຕາມແຜນງົບປະມານ ທີ່ກອງປະຊຸມສະພາຂັ້ນແຂວງພິຈາລະນາຮັບຮອງເອົາ.
ໂອກາດນີ້, ບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄໍາເຫັນໃນການໃຊ້ຄໍາສັບໃສ່ບາງມາດຕາຕື່ມອີກ ເພື່ອໃຫ້ກົດໝາຍສະບັບນີ້ ມີເນື້ອໃນຮັດກຸມ, ກົມກຽວ ແລະ ສອດຄ່ອງຂຶ້ນຕື່ມ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ