ສສຊ ຫຼາຍທ່ານມີຄໍາເຫັນຕໍ່ການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ຮັບອຸດໜູນບໍານານ

ສສຊ ຫຼາຍທ່ານມີຄໍາເຫັນຕໍ່ການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ຮັບອຸດໜູນບໍານານ

ສສຊ ຫຼາຍທ່ານມີຄໍາເຫັນຕໍ່ການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ຮັບອຸດໜູນບໍານານ
ໃນວາລະປະກອບຄໍາເຫັນ ຕໍ່ຮ່າງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IXໃນວັນທີ 19 ມີນານີ້ ທີ່ຫໍສະພາແຫ່ງຊາດ

 ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ຕາງກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍສະບັບດັ່ງກ່າວ,ໂດຍສ່ວນຫຼາຍແລ້ວ ສສຊ ກໍໄດ້ມີຄໍາເຫັນຕໍ່ກັບມາດຕາທີ່ມີການລະບຸການກຳນົດອາຍຸ ເຂົ້າເປັນລັດຖະກອນໃໝ່ ແລະ ອາຍຸກະສຽນຮັບອຸດໜູນບໍານານ ລວມເຖິງມາດຕາອື່ນໆທີ່ກ່ຽວຂ້ອງ.

ທ່ານ ລໍາໄມ ກຸດລາວົງ ສສຊ ເຂດເລືອກຕັ້ງທີ 10ແຂວງວຽງຈັນ ມີຄໍາເຫັນຕໍ່ມາດຕາ 18 ທີ່ໄດ້ກໍານົດເງື່ອນໄຂເຂົ້າເປັນລັດຖະກອນໃໝ່ ມີ 7 ຂໍ້, ໃນຂໍ້ 2 ກໍານົດອາຍຸໃນການເຂົ້າລັດຖະກອນໃໝ່ແຕ່ 18-35 ປີ ໃນກໍລະນີຈໍາເປັນກໍອາດຮັບເອົາຜູ້ທີ່ອາຍຸເກີນຕາມທີ່ໄດ້ກໍານົດໄວ້ ຊຶ່ງໄດ້ກ່າວວ່າ: ພື້ນຖານເຫັນດີ, ແຕ່ຖ້າວ່າກໍານົດຄືແນວນີ້ໃນການຈັດຕັ້ງປະຕິບັດຕົວຈິງຢ້ານບໍ່ເປັນເອກະພາບກັນອາດຈະເກີດມີຊ່ອງວ່າງໄປໃນທາງທີ່ບໍ່ດີ, ພາໃຫ້ເກີດຫາງສຽງຕໍ່ວ່າໃນສັງຄົມ ກໍຄືຢູ່ໃນຂັ້ນທ້ອງຖິ່ນ;ດັ່ງນັ້ນ, ຖ້າຈໍາເປັນແທ້ໆກໍຢາກໃຫ້ກໍານົດຢູ່ໃນກົດໝາຍສະບັບນີ້ເລີຍໄດ້ບໍ ວ່າຈໍາເປັນດ້ານໃດ ແລະ ຂົງເຂດໃດ. ຕໍ່ມາດຕາ 29 ໄດ້ກໍານົດມີ 11 ຂໍ້ ກ່ຽວກັບການລາພັກລັດຖະການ, ໃນຂໍ້ 2 ແລະ ຂໍ້ 4 ກ່ຽວກັບການລາພັກ ແລະ ອອກລູກ ກໍານົດຢູ່ໃນກົດໝາຍໃຫ້ພັກ3 ເດືອນເຄິ່ງ, ໃນຂໍ້ 4 ຜ່າຕັດໃຫ້ພັກ 4 ເດືອນ;ຖ້າກໍານົດຄືແນວນີ້, ໃນຄວາມເປັນຈິງຢູ່ປະເທດເຮົາຂ້າພະເຈົ້າຄິດວ່າຍັງບໍ່ເໝາະສົມ ໂດຍສະເພາະຢູ່ຊົນນະບົດ ເນື່ອງຈາກວ່າເວລາຖືພາການດູແລສຸຂະພາບ, ອາຫານການກິນ ເຫັນວ່າຍັງບໍ່ທັນໄດ້ຕາມມາດຕະຖານ, ຍ້ອນເງື່ອນໄຂຫຼາຍອັນຢູ່່ໃນຊົນນະບົດ; ອີກບັນໜຶ່ງ, ກໍລະນີເກີດລູກ, ຖ້າວ່າມີແຕ່ຜົວ-ເມຍແລະ ລູກນ້ອຍບໍ່ມີຜູ້ຊ່ວຍຈະເຮັດໃຫ້ມີຄວາມຫຍຸ້ງຍາກໃນການທຽວການ; ຕໍ່ມາດຕານີ້, ຢັ້ງຢືນວ່າ: ຖ້າວ່າເກີດເອງ (ເກີດທໍາມະຊາດ)ຢາກໃຫ້ພັກ5 ເດືອນຄືເກົ່າ ແລະ ຜ່າຕັດສະເໜີໃຫ້ກໍານົດໃສ່ 6 ເດືອນ. ຕໍ່ມາດຕາ 71 ການຮັບອູດໜູນບໍານານ ໃນຂໍ້ 1ກໍານົດຄ້າຍຄືມາດຕາ 18 ຂະແໜງທີ່ຈໍາເປັນອາດຈະຕໍ່ອາຍຸກະສຽນ ແຕ່ບໍ່ໃຫ້ເກີນ 65 ປີ, ຂ້າພະເຈົ້າຄິດວ່າຢ້ານເປັນຊ່ອງວ່າງ; ສະນັ້ນ, ເພື່ອເປັນເອກະພາບກັນນັ້ນໃຫ້ກໍານົດຢູ່ກົດໝາຍບັບນີ້ໄດ້ບໍ ເພື່ອໃຫ້ງ່າຍໃນການຈັດຕັ້ງປະຕິບັດ.

ທ່ານນາງ ສວຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຄໍາເຫັນວ່າ: ໂດຍລວມ, ຮ່າງກົດໝາຍສະບັບນີ້ເຫັນວ່າມີຄວາມລະອຽດພໍສົມຄວນ ແຕ່ມີຄຳເຫັນບາງຈຸດໂດຍສະເພາະຕໍ່ມາດຕາ 18ກໍານົດເງື່ອນໄຂລັດຖະກອນໃໝ່ ຂໍ້ 2 ເຫັນດີກໍານົດລັດຖະກອນໃໝ່ອາຍຸ 18-35 ປີ ສ່ວນປະໂຫຍກທີ່ວ່າກໍລະນີຈໍາເປັນອາດຈະເອົາຜູ້ທີ່ມີອາຍຸເກີນ 35 ປີ ແຕ່ບໍ່ເກີນ 40 ປີ ຂ້າພະເຈົ້າບໍ່ເຫັນດີ ເພາະວ່າຈະເປັນຊ່ອງວ່າງໃນການຈັດຕັ້ງປະຕິບັດ, ຢາກໃຫ້ກໍານົດຢ່າງເດັດຂາດ; ຖ້າຫາກເອົາຜູ້ທີ່ມີອາຍຸ 40 ປີ ແຕ່ວ່າອາຍຸການເຮັດວຽກ 25 ປີຂຶ້ນໄປຮັບບໍານານ ແລະ ອາຍຸກະສຽນກໍຕ້ອງ 65 ປີ ເຫັນວ່າຍັງບໍ່ສອດຄ່ອງກັບມາດຕາ 71.ຕໍ່ກັບຜູ້ທີ່ຍົກຍ້າຍມາຈາກລັດວິສາຫະກິດແລະ ອົງການຈັດຕັ້ງສາກົນທີ່ມາບັນຈຸເປັນລັດຖະກອນໃໝ່ຕາມທີ່ໄດ້ກໍານົດໃນມາດຕາ 19 ຈະມີເງື່ອນໄຂອາຍຸຄືແນວໃດ ຊຶ່ງບໍ່ໄດ້ກໍານົດລະອຽດ ແລະ ການນັບອາຍຸການເຮັດວຽກຈະເລີ່ມແຕ່ເວລາໃດຢາກໃຫ້ກໍານົດລະອຽດຕື່ມ ເພາະຈະມີຜົນຕໍ່ການອອກຮັບອູດໜູນບໍານານທີ່ໄດ້ກໍານົດໃນມາດຕາ 71. ຕໍ່ມາດຕາ 21 ການຍົກຍ້າຍສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການ, ເນື້ອໃນມາດຕານີ້ແມ່ນຖືກຕ້ອງເໝາະສົມກັບການຍົກຍ້າຍສັບປ່ຽນໜ້າທີ່ ຕາມການສັບຊ້ອນຈັດວາງຈາກການຈັດຕັ້ງ ແຕ່ຍັງບໍ່ກວມເອົາການຍົກຍ້າຍຕາມການຮ້ອງຂໍ. ສະນັ້ນ, ສະເໜີໃຫ້ເພີ່ມວັກໜຶ່ງເຂົ້າຕື່ມໄດ້ບໍວ່າການຍົກຍ້າຍຕາມການຮ້ອງຂໍນີ້ຈະມີເງື່ອນໄຂຄືແນວໃດ, ກໍານົດອາຍຸການຈັກປີຈຶ່ງຍົກຍ້າຍໄດ້ ຫຼືຈະເຮັດເປັນມາດຕາຕ່າງຫາກໄດ້ບໍ ເນື່ອງຈາກໃນຕົວຈິງຜູ້ຂໍຍົກຍ້າຍມີຫຼາຍໂດຍສະເພາະຈາກເມືອງຫາແຂວງ. ຕໍ່ມາດຕາ 29 ການລາພັກທາງລັດຖະການໃນຂໍ້ 2 ພັກອອກລູກ 3 ເດືອນເຄິ່ງແມ່ນເຫັນດີໃຫ້ເພີ່ມຈາກ 3 ເດືອນເຄິ່ງເປັນ 4 ເດືອນຈຶ່ງຈະເໝາະສົມ; ໃນຂໍ້ 3 ການລາພັກລຸລູກ ຊຶ່ງຖືພາໄດ້ 2-3 ເດືອນໃຫ້ພັກ 1 ເດືອນພື້ນຖານເຫັນດີ ແຕ່ຂໍໃຫ້ພິຈາລະນາຄືນກໍລະນີຖືພາບໍ່ຮອດ 2 ເດືອນຖືພາໄດ້ 6 ຫຼື 7 ອາທິດ ຖ້າລຸລູກຈະບໍ່ໃຫ້ພັກເຫັນວ່າບໍ່ທັນເໝາະສົມ; ດັ່ງນັ້ນ,ສະເໜີປັບປຸງຄືນຄື: ຮູ້ວ່າໄດ້ຖືພາຕາມການຢັ້ງຢືນຂອງແພດ ກໍລະນີລຸລູກຕອນຖືພາບໍ່ຮອດ2 ເດືອນແມ່ນໃຫ້ພັກ 15 ວັນ, ຖືພາເກີນ 2-3 ເດືອນໃຫ້ພັກ 1 ເດືອນ, ຖືພາເກີນກວ່າ 3-6 ເດືອນໃຫ້ພັກ 2 ເດືອນ, ຖືພາເກີນ 6 ເດືອນຂຶ້ນໄປໃຫ້ພັກ 3 ເດືອນເຄິ່ງ;ສໍາລັບຂໍ້ 4 ການອອກລູກດ້ວຍການຜ່າຕັດ ໃຫ້ເພີ່ມເປັນ 4 ເດືອນເຄິ່ງ”; ຂໍ້ 8 ການລາພັກແຕ່ງດອງບໍ່ເກີນ 5 ວັນ” ໃຫ້ຕື່ມຄໍາວ່າໂດຍບໍ່ນັບວັນພັກລັດຖະການ ໃຫ້ກໍານົດຄືກັບຂໍ້ 1 ແລະ ຂໍ້9, ຂໍ້ 10 ເຊັ່ນດຽວກັນ. ຕໍ່ມາດຕາ 30 ການໄປຈໍາການຢູ່ບ່ອນອື່ນຊົ່ວຄາວ ແລ້ວເງິນເດືອນ, ເງິນອູດໜູນຂອງຜູ້ກ່ຽວຈະປະຕິບັດແນວໃດ, ຈະເອົາເບື້ອງໃດ ແລະ ອີງໃສ່ກົດໝາຍ ຫຼືນິຕິກໍາໃດຢາກໃຫ້ລະບຸລະອຽດຕື່ມໃນກົດໝາຍສະບັບນີ້ຈຶ່ງຈະປະຕິບັດໄດ້ງ່າຍ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ