ດ້ວຍເຫດນັ້ນ, ອົງຄະນະພັກແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ເປັນພິເສດຕໍ່ການນໍາພາ-ຊີ້ນໍາຢ່າງໃກ້ຊິດ, ຕໍ່ຄະນະກຳມະການເລືອກຕັ້ງຂັ້ນຂອງຕົນ ແລະ ພາກສ່ວນທີ່ກ່ຽວຂ້ອງກະກຽມແຜນການໃຫ້ຮອບຄອບແທດຕົວຈິງແຕ່ຫົວທີ ແລະ ປະສານສົມທົບແໜ້ນແຟ້ນກັບບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າ, ເລືອກເຟັ້ນເອົາຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ທັງຮັບປະກັນໂຄງປະກອບທີ່ເໝາະສົມ ເພື່ອອອກສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ບົນພື້ນຖານອີງໃສ່ຜົນຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ກ່ຽວກັບໂຄງປະກອບເພດ: ແຕ່ລະສະພາໃຫ້ມີເພດຍິງອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສະເລ່ຍລວມຢ່າງໜ້ອຍບໍ່ໃຫ້ຫຼຸດ 35% ຂອງຜູ້ສະໝັກຮັບເລືອກຕັ້ງທັງໝົດ ແລະ ຮັບປະກັນແຕ່ລະສະພາ ໃຫ້ເລືອກຕັ້ງໄດ້ເພດຍິງເປັນ ສສຊ ແລະ ສສຂ ສະເລ່ຍລວມ ບໍ່ໃຫ້ຫຼຸດ 30% ຂອງຈໍານວນ ສສຊ ແລະ ສສຂ ທັງໝົດທີ່ໄດ້ຮັບການເລືອກຕັ້ງ.
ກ່ຽວກັບໂຄງປະກອບຊົນເຜົ່າ: ແຕ່ລະສະພາ ໃຫ້ມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ
ແລະ ສສຂ ໃນອັດຕາສ່ວນທີ່ເໝາະສົມທີ່ເປັນຕົວແທນຊົນເຜົ່າຈາກ 4 ໝວດພາສາຄື: 1) ໝວດພາສາລາວ-ໄຕ; 2) ໝວດພາສາມອນ-ຂະແມ; 3)ໝວດພາສາມົ້ງ-ອິວມຽນ; 4) ໝວດພາສາຈີນ-ຕີເບດ. ບົນພື້ນຖານອີງໃສ່ສະພາບຈຸດພິເສດຂອງເປົ້າໝາຍບຸກຄະລາກອນ ແລະ ປະຊາກອນທີ່ມີຕົວຈິງໃນ 4 ໝວດພາສາຢູ່ໃນທ້ອງຖິ່ນຂອງຕົນ.
ກ່ຽວກັບໂຄງປະກອບຜູ້ອອກສະໝັກຮັບເລືອກຕັ້ງຈາກຂົງເຂດວຽກງານ: ຕົວແທນຈາກອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຕົວແທນຈາກສະຖາບັນການສຶກສາພາກລັດ-ເອກະຊົນ; ຕົວແທນຈາກວິສາຫະກິດລັດ, ສະຫະກອນ, ວິສາຫະກິດເອກະຊົນ, ນັກທຸລະກິດ (ຕາມມາດຖານເງື່ອນໄຂຂອງ ສສຊ ແລະ ສສຂ ທີ່ກຳນົດໄວ້ໃນກົດໝາຍ).
ກ່ຽວກັບໂຄງປະກອບດ້ານອາຍຸກະສຽນຜູ້ສະໝັກຮັບເລືອກຕັ້ງ: ໂຄງປະກອບດ້ານອາຍຸກະສຽນຂອງຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ຊຸດນີ້ ໃຫ້ມີອັດຕາສ່ວນທີ່ເໝາະສົມລະຫວ່າງສະມາຊິກສະພາຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ດັ່ງນີ້: ອາຍຸ 45 ປີລົງມາໃຫ້ກວມເອົາປະມານ 15-20%; ອາຍຸ 46-55 ປີໃຫ້ກວມເອົາປະມານ 35-45%; ອາຍຸ 56-60 ປີໃຫ້ກວມເອົາປະມານ 25-30%; ອາຍຸ 60 ປີຂຶ້ນໄປໃຫ້ກວມເອົາປະມານ 10-15%. ນອກຈາກ, ໂຄງປະກອບອາຍຸກະສຽນແລ້ວ ຍັງໃຫ້ມີອັດຕາສ່ວນທີ່ເໝາະສົມລະຫວ່າງສະມາຊິກສະພາຜູ້ໃໝ່, ຜູ້ເກົ່າ, ຜູ້ປະຈຳການ ແລະ ຜູ້ຄວບຕຳແໜ່ງເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະສະພາໄດ້ຢ່າງຕໍ່ເນື່ອງ ແລະ ສ້າງໄດ້ຮຸ່ນສືບທອດທີ່ໜັກແໜ້ນ ເພື່ອສືບຕໍ່ເປັນຫຼັກແຫຼ່ງໃຫ້ແຕ່ລະສະພາ.
ບັນຫາສໍາຄັນທີ່ມີລັກສະນະຕັດສິນຊີ້ຂາດຕໍ່ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກແຕ່ລະສະພານັ້ນຕ້ອງຖືເອົາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນກົກ ແລະ ຖືເອົາຄວາມຮູ້, ຄວາມສາມາດ, ປະສົບການ ແລະ ສຸຂະພາບເປັນສິ່ງສໍາຄັນ ເພື່ອຮັບປະກັນການປະຕິບັດພາລະບົດບາດຂອງ ສສຊ ແລະ ສສຂ ເປັນຕົ້ນ ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຕ່າງໆຂອງຊາດ, ຂອງທ້ອງຖິ່ນໃຫ້ຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ, ມີປະສິດທິພາບ ແລະ ປະສິດທິຜົນ.
ຄໍາເຫັນ