ສຶກສາການຮ່ວມມືເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0.4 ກິໂລໂວນ ໃນທົ່ວປະເທດ

ສຶກສາການຮ່ວມມືເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0.4 ກິໂລໂວນ ໃນທົ່ວປະເທດ

ສຶກສາການຮ່ວມມືເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0.4 ກິໂລໂວນ ໃນທົ່ວປະເທດ
ລັດວິສາຫະກິດໄຟຟ້າລາວ(ຟຟລ) ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາການຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ

 

 ທີ່ຢູ່ເສົາໄຟຟ້າລົງໃຕ້ດິນ ຊຶ່ງນີ້ກໍເປັນບາດກ້າວທີ່ສໍາຄັນ ເພື່ອສຶກສາຄວາມເປັນໄປໄດ້ໃນການຈັດສັນຄວາມເປັນລະບຽບຂອງບັນດາສາຍໂທລະຄົມທີ່ເກາະຫ້ອຍຕາມເສົາໄຟຟ້າໃນຂອບເຂດທົ່ວປະເທດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ ນີ້ຢູ່ສໍານັກງານໃຫຍ່ ຟຟລ ໂດຍການລົງນາມລະຫວ່າງ ທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ; ເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ຟຟລ, ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ວິລະສັກ ວົງໄຊ ປະທານ ບໍລິສັດ ເເອວໄອທີ ໂຊລູຊັນ ຈໍາກັດ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄະນະບໍລິຫານຂອງສອງຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີລົງນາມການຮ່ວມມືໃນຄັ້ງນີ້ຖືເປັນບາດກ້າວທີ່ສໍາຄັນ ເພື່ອສຶກສາຄວາມເປັນໄປໄດ້ໃນການຈັດສັນຄວາມເປັນລະບຽບຂອງບັນດາສາຍໂທລະຄົມທີ່ເກາະຫ້ອຍຕາມເສົາໄຟຟ້າໃນຂອບເຂດທົ່ວປະເທດ ຊຶ່ງໃນປັດຈຸບັນ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວແມ່ນມີບົດບັນທຶກຄວາມເຂົ້າໃຈກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການດໍາເນີນການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງສາຍສື່ສານໂທລະຄົມລົງໃຕ້ດິນ ທີ່ເປັນສາຍເກາະຫ້ອຍຢູ່ເສົາໄຟຟ້າຂອງ ຟຟລ; ພາຍຫຼັງການລົງນາມສໍາເລັດ, ຟຟລ ແລະ ບໍລິສັດ ດັ່ງກ່າວນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ສຶກສາທາງດ້ານເຕັກນິກຮ່ວມກັນເພື່ອນໍາເອົາສາຍໂທລະຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ ທີ່ເກາະຫ້ອຍຢູ່ເສົາໄຟຟ້າລົງໃຕ້ດິນ ຊຶ່ງໂຄງການຈະໄດ້ແບ່ງວຽກອອກເປັນ 3 ໄລຍະ ຄື: ໄລຍະທີ 1 ມີຂອບເຂດຈັດຕັ້ງປະຕິບັດເລີ່ມຈາກ 3 ແຍກສີໄຄ - ຫໍຄໍາ - ປະຕູໄຊ - ຫໍປະຊຸມແຫ່ງຊາດຫຼັກ 6 ລວມໄລຍະທາງ 12 ກິໂລແມັດ;ໄລຍະທີ 2: ແມ່ນເນັ້ນໃສ່ 4 ເມືອງຫຼັກໃນນະຄອນຫຼວງວຽງຈັນ ເຊັ່ນ: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ເມືອງໄຊເສດຖາ, ເມືອງສີສັດຕະນາກ ຊຶ່ງທາງໂຄງການຈະເຮັດເປັນ 2 ແບບ ຄື: ເອົາບັນດາສາຍສົ່ງໂທລະຄົມລົງໃຕ້ດິນ ແລະ ຕິດຕັ້ງຄອນສາຍໃໝ່;ສໍາລັບໄລຍະທີ 3: ແມ່ນໄດ້ເນັ້ນໃສ່ຕົວເມືອງຫຼັກຂອງແຕ່ລະແຂວງ ແລະ ການເຊື່ອມຕໍ່ ບັນດາແຂວງ ຫາ ແຂວງ ເປັນຫຼັກ.

ພາຍຫຼັງໂຄງການສໍາເລັດແມ່ນຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກເສົາໄຟຟ້າຫັກ-ເສົາລົ້ມ, ສາຍໄຟຂາດ ແລະ ບັນຫາໄຟດັບ ໄຟມອດ ຂອງ ຟຟລ. ນອກຈາກນັ້ນ, ຈະສ້າງຄວາມເປັນລະບຽບຂອງສາຍສື່ສານເຮັດໃຫ້ຕົວເມືອງມີຄວາມສວຍງາມ ທັງສົ່ງເສີມພັດທະນາຕົວເມືອງໃຫ້ເປັນເມືອງໜ້າຢູ່ມີຄວາມປອດໄພສູງ ທັງເປັນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດແບບຍືນຍົງ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: EDL LAOS)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ລັດຖະມົນຕີກະຊວງ ຍທຂ ຕິດຕາມການກໍ່ສ້າງເສັ້ນທາງເລກທີ 12 ທ່າແຂກ-ຊາຍແດນນາເພົ້າ

ໃນວັນທີ 4 ພະຈິກ 2025, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການປັບປຸງທາງຫຼວງແຫ່ງຊາດ ເລກ 12 (ສັນຍາ 1 ແລະ ສັນຍາ 2) ແຕ່ທ່າແຂກ ຫາດ່ານສາກົນນາເພົ້າ ແຂວງຄໍາມ່ວນ ມີຄວາມຍາວ 147.5 ກິໂລແມັດ ທີ່ນໍາໃຊ້ທຶນກູ້ຢືມ ແລະ ຊ່ວຍເຫລືອລ້າ ຈາກອົງການເນດ້າ (NEDA) ຣາຊະອານາຈັກໄທ ໃນວົງເງິນທັງໝົດ 1,833 ລ້ານກວ່າບາດ (ສະກຸນເງິນໄທ) ໃນນີ້, ເງິນກູ້ຢືມ 1,742 ລ້ານກວ່າບາດ ເທົ່າກັບ 95.03% ແລະ ເງິນຊ່ວຍເຫຼືອລ້າ 91 ລ້ານກວ່າບາດ ເທົ່າກັບ 4.97%.
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເພີ່ມເຕີມ