ສື່ມວນຊົນ ປກຊ ເນັ້ນສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ຕອບໂຕ້ຂ່າວບິດເບືອນໃນສັງຄົມ

ສື່ມວນຊົນ ປກຊ ເນັ້ນສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ຕອບໂຕ້ຂ່າວບິດເບືອນໃນສັງຄົມ

ສື່ມວນຊົນ ປກຊ ເນັ້ນສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ຕອບໂຕ້ຂ່າວບິດເບືອນໃນສັງຄົມ
ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນ. ທ່ານ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າບັນນາທິການວາລະສານປ້ອງກັນຊາດ (ປກຊ) ໄດ້ສະແດງຄວາມພາກພູມໃຈຕໍ່ສື່ມວນຊົນ ແລະ ເນັ້ນເຖິງພາລະບົດບາດອັນສໍາຄັນຂອງສື່ມວນຊົນໃນການເປັນ "ອາວຸດແຫຼມຄົມ" ຂອງພັກ-ລັດ ເພື່ອໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນຈິງ ໃຫ້ທົ່ວສັງຄົມ. ໂດຍສະເພາະສື່ມວນຊົນ ປກສ ໄດ້ເນັ້ນໃສ່ສະ ໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ເພື່ອຕອບໂຕ້ຂ່າວບິດເບືອນໃນສັງຄົມ.
ສມວນຊນ ປກຊ ເນນສະໜອງຂມນຂາວສານທຖກຕອງ ຕອບໂຕຂາວບດເບອນໃນສງຄມ - image 1
 

 

 

ທ່ານ ພັນໂທ ບຸນໄມ ແສງອາລຸນ ໃຫ້ຮູ້ວ່າ: ຕະຫຼອດໄລຍະທີ່ຜ່ານມາ, ສື່ມວນຊົນ ໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າໃນການນໍາເອົາແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ເຜີຍ ແຜ່ ແລະ ເຊື່ອມຊຶມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ. ໃນນັ້ນ, ວາລະສານ ປກຊ ກໍເປັນສ່ວນໜຶ່ງທີ່ສໍາຄັນ ໃນການສືບຕໍ່ສຶກສາອົບຮົມ, ເຊື່ອມຊຶມເອົາແນວທາງຂອງພັກ ເຂົ້າເຖິງພະນັກ ງານ, ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.ຢ່າງໃດກໍຕາມ, ໃນສະພາບປັດຈຸບັນ ທີ່ສື່ສັງຄົມອອນລາຍ ແລະ ຂ່າວສານມີຄວາມຫຼາກຫຼາຍ, ໄດ້ປະກົດມີຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງ ແລະ ບໍ່ແມ່ນສື່ທາງການ ຊຶ່ງຖືກສ້າງຂຶ້ນມາເພື່ອບິດເບືອນ, ໃສ່ຮ້າຍປ້າຍສີ, ຖັບຖົມໂຈມຕີການນໍາພັກ-ລັດ ເຮັດໃຫ້ປະຊາຊົນ ແລະ ສັງຄົມເກີດຄວາມເຂົ້າໃຈຜິດເຂວ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ສື່ມວນຊົນລາວ ຈຶ່ງຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ອອກແຮງຕອບໂຕ້ປະກົດການຫຍໍ້ທໍ້ເຫຼົ່ານັ້ນຢ່າງຕັ້ງໜ້າ.

ຫົວໜ້າບັນນາທິການວາລະສານ ປກຊ ໄດ້ເນັ້ນຢ້ຳຕື່ມອີກວ່າ: ທຸກສື່ມວນຊົນ ຈະຕ້ອງຢຶດໝັ້ນໃນຈັນຍາບັນ ແລະ ຄວາມທ່ຽງທໍາ ໂດຍການສ້າງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ມີຄວາມໜ້າເຊື່ອຖືໄດ້ ເພື່ອຕອບສະໜອງໃຫ້ແນວທາງການປ່ຽນແປງໃໝ່ຂອງພັກໃນໄລຍະໃໝ່ນີ້ ໃຫ້ມີຄວາມພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

6 ເດືອນ ສ່ວຍສາອາກອນເຊກອງ ເກັບລາຍຮັບໄດ້ 107,22 ຕື້ກີບ

6 ເດືອນ ສ່ວຍສາອາກອນເຊກອງ ເກັບລາຍຮັບໄດ້ 107,22 ຕື້ກີບ

ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງເຊກອງ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ໂດຍການເປັນປະທານຂອງທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ

ແກ່ນທ້າວ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ

ໃນວັນທີ 21 ກໍລະກົດນີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະຮັບຜິດຊອບຈາກພະແນກການເງິນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນເຂົ້າຮ່ວມ.
ປະທຸມພອນ ສະຫຼຸບວຽກງານວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

ປະທຸມພອນ ສະຫຼຸບວຽກງານວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງປະທຸມພອນ ແຂວງຈຳປາສັກ ຈັດກອງປະຊຸມສະ ຫຼຸບວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການທ້ອນໂຮມອາວຸດປືນ-ວັດຖຸລະເບີດ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 21 ກໍລະກົດນີ້, ທີ່ສະໂມສອນກອງບັນຊາການ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ; ມີສະຫາຍ ກິ່ງແກ້ວ ນະວະພົມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ສະຫາຍ ພັນໂທ ຂາວພອນ ສຸຂະວົງ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
6 ເດືອນຕົ້ນປີ ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ເກີນຄາດໝາຍ

6 ເດືອນຕົ້ນປີ ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ເກີນຄາດໝາຍ

ໃນ 6 ເດືອນຕົ້ນປີ 2026 ດ່ານພາສີສາກົນລະໄລ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ບັນລຸໄດ້ 508.53% ຂອງແຜນການປີ, ເຖິງວ່າຈະມີສິ່ງທ້າທາຍດ້ານສະພາບດິນຟ້າອາກາດ, ການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານບໍ່ມີຫຼາຍຄືດ່ານສາກົນແຫ່ງອື່ນໆ...ແຕ່ສາມາດປະຕິບັດລາຍຮັບໄດ້ເກີນຄາດໝາຍ.
ເຊກອງ ປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ

ເຊກອງ ປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ ທີ່ຈໍາເປັນຂອງບັນດາຕົວເມືອງພາຍໃນແຂວງເຊກອງ ຈັດຂຶ້ນໃນວັນທີ 17 ກໍລະກົດຜ່ານມາ, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ສົມພອນ ສາຍເຊກອງ ຮອງຫົວໜ້າພະແນກ ຍທຂ ແຂວງ, ມີທ່ານ ນະລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ-ຜັງເມືອງ ກະຊວງ ຍທຂ ພ້ອມດ້ວຍຫົວໜ້າ ແລະ ຮອງຂະແໜງກ່ຽວຂ້ອງເຂົ້າຮ່ວມ.
ທະຫານເມືອງແກ່ນທ້າວ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ທະຫານເມືອງແກ່ນທ້າວ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ກອງບັນຊາການທະຫານເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 16 ກໍລະກົດຜ່ານມາ, ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັນໂທ ບຸນຍູ້ ອິນທະວອນ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະ ນັກງານ-ນັກຮົບເຂົ້າຮ່ວມ.
ຊາວພຸດຮ່ວມບຸນຜ້າປ່າສາມັກຄີ ສົມທົບທຶນສ້າງຫໍທໍາມະສະພາ ຫຼວງພະບາງ

ຊາວພຸດຮ່ວມບຸນຜ້າປ່າສາມັກຄີ ສົມທົບທຶນສ້າງຫໍທໍາມະສະພາ ຫຼວງພະບາງ

ເພື່ອສືບຕໍ່ລະດົມທຶນສົມທົບການກໍ່ສ້າງຫໍທໍາມະສະພາ ຂອງອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງໃຫ້ສຳເລັດຕາມແຜນການ, ຄະນະສົງອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ ໄດ້ຈັດງານບຸນຜ້າປ່າສາມັກຄີ ພ້ອມທັງຖວາຍໜັງສືພະໄຕຣປີດົກ ຂຶ້ນໃນວັນທີ 19 ກໍລະກົດຜ່ານມາ, ໂດຍມີຂະບວນແຫ່ຕາມເສັ້ນທາງສີສະຫວ່າງວົງ ແຕ່ໜ້າວັດແສນສຸຂາຣາມ ຫາ ວັດຊຽງທອງ ນະຄອນຫຼວງພະບາງ. ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິຕຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ພ້ອມຄະນະສົງພາຍໃນແຂວງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງພັກ-ລັດ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ຫຼວງພະບາງ ແລະ ມວນຊົນຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ.
ປີ 2025 ຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດຫຼາຍກວ່າ 431 ຕື້ກວ່າກີບ

ປີ 2025 ຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດຫຼາຍກວ່າ 431 ຕື້ກວ່າກີບ

ໃນວັນທີ 20 ກໍລະກົດຜ່ານມາ, ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດປະຈຳປີ 2025 ແລະ ວາງທິດທາງປີ 2026, ໂດຍການເປັນປະທານຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ; ມີຄະນະກຳມະການຈາກບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງເຂົ້າຮ່ວມ.
ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ໃນວັນທີ 21 ກໍລະກົດ ນີ້ ທີີ່ຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) 3 ຝ່າຍ ລະຫວ່າງ ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍ ຫ້ອງການຄະນະປະຕິຮູບລັດວິສາຫະກິດ (ຫ້ອງການ ຄປລກ) ຮ່ວມກັບ ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ກຸ່ມບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ເເອລດີບີ ຈໍາກັດຜູ້ດຽວ (LDB-S), ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ບໍລິສັດຫຼັກ ຊັບ ລາວ-ຈີນ ມະຫາຊົນ (LCS) ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈໍາກັດ (APMLAO).
ນະຄອນ ຫຼວງພະບາງ ມອບ​ຈັກຕັດຫຍ້າໃຫ້ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມອະ​ນາ​ໄມ​ແຄມ​ທາງ

ນະຄອນ ຫຼວງພະບາງ ມອບ​ຈັກຕັດຫຍ້າໃຫ້ປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມອະ​ນາ​ໄມ​ແຄມ​ທາງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີມອບ-ຮັບເຄື່ງຈັກຕັດຫຍ້າ ໃຫ້ແກ່ບັນດາບ້ານ ຕັ້ງຢູ່ລຽບຕາມເສັ້ນທາງສາຍຫຼັກຂອງແຂວງ, ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນ ຫຼວງພະບາງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະຄະນະກຳມະການປົກຄອງບ້ານເປົ້າໝາຍ ເຂົ້າຮ່ວມ.
ເພີ່ມເຕີມ