ກອງປະຊຸມປະຈຳປີສະຫະພັນສື່ມວນຊົນອາຊີໃຕ້- ອາຊີຕາເວັນອອກສ່ຽງໃຕ້2024

ສື່ມວນຊົນ100ກວ່າສຳນັກເຂົ້າຮ່ວມສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້

ສື່ມວນຊົນ100ກວ່າສຳນັກເຂົ້າຮ່ວມສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້
ກອງປະຊຸມປະຈຳປີສະຫະພັນສື່ມວນຊົນອາຊີໃຕ້- ອາຊີຕາເວັນອອກສ່ຽງໃຕ້2024ໄດ້ຈັດຂຶ້ນໃນວັນທີ 9ທັນວານີ້ທີ່ໂຮງແຮມແມ່ນໍ້າຂອງຈິງລານກິ່ງແຂວງສິບສອງພັນນາແຂວງຢຸນນານສປຈີນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານາງເຈິງຢຽນ(ZengYan)

ກຳມະການປະຈຳຄະນະພັກແຂວງຢຸນນານຫົວໜ້າພະແນກໂຄສະນາອົບຮົມແຂວງຢຸນນານ, ມີທ່ານNaiPadraລັດຖະມົນຕີກະຊວງຖະແຫຼງຂ່າວແຫ່ງຣາຊະອານາຈັກກຳປູເຈຍ,ທ່ານວັນໄຊຕະວິນຍານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ,ມີຮອງບັນນາທິການໃຫຍ່ໜັງສືພິມChinaDailyບັນດາຜູ້ຕາງໜ້າສື່ມວນຊົນປະທດພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານນາງເຈິງຢຽນກ່າວວ່າ:ໜັງສືພິມລາຍວັນຈີນແລະສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານໄດ້ຮ່ວມກັນລິເລີ່ມສ້າງຕັ້ງສະຫະພັນສື່ມວນຊົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ຂຶ້ນ,ປັດຈຸບັນມີສື່ມວນຊົນ100ກວ່າສຳນັກຈາກ12ປະເທດເຂົ້າຮ່ວມສະຫະພັນດັ່ງກ່າວ.ໜຶ່ງປີຜ່ານມານີ້,ສື່ມວນຊົນຂອງແຕ່ລະປະເທດໄດ້ອີງໃສ່ສະຫະພັນ, ສຳຫຼວດຫົວຂໍ້ແຕ່ລະດ້ານຢ່າງກະຕືລືລົ້ນເຊັ່ນ:ການກຳນົດຫົວຂໍ້ສຳຄັນ,ການສ້າງຖານເວທີແພລັດຟອມຮ່ວມກັນ,ການປະດິດສ້າງໃໝ່ທາງເຕັກນິກ,ການແລກປ່ຽນທາງວັດທະນະທຳ-ສັງຄົມ,ຊຸກຍູ້ການແລກປ່ຽນແລະການຮຽນຮູ້ຊຶ່ງກັນໃນດ້ານການແລກປ່ຽນອະລິຍະທຳແລະການເຊື່ອມໂຍງຈິດໃຈຂອງປະຊາຊົນຂອງບັນດາປະເທດ,ປັດຈຸບັນນີ້ການສື່ສານສາກົນໄດ້ກ້າວເຂົ້າສູ່ຂັ້ນຕອນການພັດທະນາໃໝ່,ມີການຮ່ວມມືຂອງສື່ມວນຊົນໃນພາກພື້ນເປັນພື້ນຖານ,

ສ້າງຕັ້ງລະບົບການເຜີຍແຜ່ສາກົນທີ່ມີປະສິດທິພາບຍິ່ງຂຶ້ນ,ທີ່ຕັ້ງ,ພາລະກິດຂອງສື່ມວນຊົນພວກເຮົາຍິນດີຮ່ວມກັບທຸກຝ່າຍ,ໂດຍອີງໃສ່ສະຫະພັນ,ມຸ່ງໝັ້ນທີ່ຈະເປັນຜູ້ເຜີຍແຜ່ການເຊື່ອມໂຍງຈິດໃຈຂອງປະຊາຊົນ

ແລະເປັນຜູ້ຊຸກຍູ້ໃນການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ,ປະກອບສ່ວນສົ່ງເສີມຄຸນຄ່າຮ່ວມກັນຂອງມວນມະນຸດ,ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄື:ໜຶ່ງ, ປັບປຸງກົນໄກການຮ່ວມມື,

ເລົ່າເລື່ອງລາວມິດຕະພາບຂອງພາກພື້ນ, ການສ້າງຕັ້ງກົນໄກການຮ່ວມມືເຊັ່ນ: ການເຮັດວຽກຮ່ວມກັນໃນຫົວຂໍ້ການປະຊຸມຂອງສະຫະພັນ, ການສ້າງເນື້ອໃນຮ່ວມກັນ,ການສ້າງແພລັດຟອມຮ່ວມກັນ,ການແລກປ່ຽນ

ບົດຄວາມແລະອື່ນໆ. ສອງ,ເພີ່ມທະວີການວາງແຜນການເຄື່ອນໄຫວ,ຍົກລະດັບອິດທິພົນຂອງສະຫະພັນ. ສົມທົບທ່າແຮງຊັບພະຍາກອນຂອງແຕ່ລະຝ່າຍໃນສະຫະພັນ,ຈັດຕັ້ງກິດຈະກຳແລກປ່ຽນເຊັ່ນ: ການສຳພາດຂອງສະຫະພັນສື່ມວນຊົນໃນລະດັບພາກພື້ນ,ກອງປະຊຸມປຶກສາຫາລື, ການປາຖະກະຖາດ້ານວິຊາການ,ການຝຶກອົບຮົມຫົວຂໍ້ພິເສດ,ການຄັດເລືອກຂ່າວປະຈຳປີແລະອື່ນໆ,ການ

ຮ່ວມມືຝຶກອົບຮົມບຸກຄະລາກອນ,ຊຸກຍູ້ການພັດທະນາຮ່ວມກັນ. ສຳຫຼວດຮູບແບບໃໝ່ແລະເສັ້ນທາງໃໝ່

ຂອງການຝຶກອົບຮົບບຸກຄະລາກອນຮ່ວມກັນຂອງສະຫະພັນ,ດຳເນີນການຄົ້ນຄວ້າຮ່ວມກັນໃນບັນຫາສຳຄັນທີ່ມີລັກສະນະສະພາບການຮອບດ້ານ, ການສັງລວມ,ຍຸດທະສາດແລະພື້ນຖານຂອງອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້, ທຸກປີຈະມີການຄັດເລືອກບຸກຄະລາກອນສື່ມວນຊົນທີ່ໂດດເດັ່ນຈຳນວນໜຶ່ງເພື່ອໄປຢ້ຽມຢາມຮ່ຳຮຽນແລກປ່ຽນຊຶ່ງກັນແລະກັນ,ເພີ່ມທະວີການຝຶກອົບຮົມຮ່ວມກັນລະຫວ່າງສະຖາບັນການສຶກສາຂັ້ນສູງເພື່ອຝຶກອົບຮົບບຸກຄະລາກອນການສື່ສານສາກົນລະດັບສູງແລະການຍອມຮັບໜ່ວຍກິດຮ່ວມກັນ,ປະສານສົມທົບກັບຄວາມຕ້ອງການເປີດການຝຶກອົບຮົມບຸກຄະລາກອນແລະການຝຶກອົບຮົມທາງດ້ານ

ວຽກງານ.

ໃນວາລະຂອງກອງປະຊຸມທ່ານວັນໄຊຕະວິນຍານໄດ້ຕາງໜ້າສື່ມວນຊົນລາວຂຶ້ນກ່າວຄຳເຫັນໂດຍໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງເຄືອຂ່າຍສື່ມວນຊົນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ຊຶ່ງມີເປົ້າໝາຍຊຸກຍູ້ການເຊື່ອມໂຍງສື່ມວນຊົນແລະພັດທະນາຢ່າງມີຫົວຄິດປະດິດສ້າງແບບຍືນຍົງຂອງເຄືອຂ່າຍແລະຄວາມຈະເລີນຮຸ່ງເຮືອງຂອງນັກຂ່າວໃນພາກພື້ນໂດຍຜ່ານການແລກປ່ຽນຊັບພະຍາກອນ, ແລກປ່ຽນປະສົບການແລະການຮ່ວມມືດ້ານວິຊາຊີບ. ນອກຈາກນັ້ນ, ຍັງເປັນການເພີ່ມທະວີການແລກປ່ຽນວັດທະນະທຳ, ການສຶກສາແລະຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ. ຮ່ວມມືກັບສື່ມວນຊົນພາຍໃນແລະຕ່າງປະເທດພ້ອມກັນໂຄສະນາໃນສິ່ງທີ່ເປັນຄວາມຈິງເປັນປະໂຫຍດຕໍ່ປະຊາຊົນລະຫວ່າງປະເທດສະມາຊິກເວົ້າສະເພາະແມ່ນການສ້າງຄວາມເຂົ້າອົກເຂົ້າໃຈກັນແລະພ້ອມກັນພັດທະນາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກໍຄືຮ່ວມກັນຕອບໂຕ້ຖ້ອຍທຳນອງຂອງຄົນບໍ່ດີທີ່ໃສ່ຮ້າຍປ້າຍສີຕໍ່ການຮ່ວມມືລະຫວ່າງສອງຊາດລາວ-ຈີນ.

ທ່ານກ່າວຕື່ມວ່າ:ໃນໄລຍະ 3 ປີຜ່ານມານີ້, ໜັງສືພິມປະຊາຊົນສຽງຂອງສູນກາງພັກປະຊາຊົນປະຕິວັດລາວກັບເຄືອຂ່າຍສື່ມວນຊົນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ໄດ້ມີການຮ່ວມມືນັບມື້ນັບແໜ້ນແຟ້ນໂດຍໄດ້ມີການແລກປ່ຽນແບ່ງປັນຂໍ້ມູນຂ່າວສານທີ່ເປັນຜົນປະໂຫຍດໃຫ້ກັນແລະກັນອອກໜັງສືພິມລາຍວັນ, ເຟສບຸກແລະເວັບໄຊສ, ໄດ້ຮ່ວມກັນແລກປ່ຽນຄະນະນັກຂ່າວລາວ-ຈີນໄປຢ້ຽມຢາມແລະເຄື່ອນໄຫວສໍາພາດໃນຫົວຂໍ້ຕ່າງໆແລກປ່ຽນປະສົບການ, ປຶກສາຫາລືໃນການພົວພັນຮ່ວມມືເປັນແຕ່ລະໄລຍະ. ອັນໄດ້ເຮັດໃຫ້ປະຊາຊົນສອງຊາດລາວ-ຈີນໄດ້ຮັບຮູ້ຂໍ້ມູນດ້ານວັດທະນະທຳ, ຮີດຄອງປະເພນີ, ການທ່ອງທ່ຽວຂອງສອງປະເທດນັບມື້ນັບຫຼາຍຂຶ້ນແລະໃນປີ 2025 ນີ້ພວກເຮົາກໍາລັງຂຶ້ນແຜນຮ່ວມກັນເພື່ອຈັດກິດຈະກຳເຜີຍແຜ່ວັດທະນະທຳບຸນກຸດຈີນພາຍໃຕ້ຫົວຂໍ້“ດື່ມນໍ້າສາຍດຽວກົມກຽວດັ່ງຄອບຄົວດຽວກັນປີ 2025” ຢູ່ນະຄອນຫຼວງວຽງຈັນສປປລາວ.

ໃນອານາຄົດໜັງສືພິມປະຊາຊົນຍັງຈະສືບຕໍ່ເພີ່ມທະວີການຮ່ວມມືກັບເຄືອຂ່າຍສື່ມວນຊົນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ພ້ອມກັນສານຕໍ່ຕາມວິໄສທັດຂອງເຄືອຂ່າຍທີ່ແນໃສ່ສ້າງເວທີການສື່ສານສໍາລັບການປຶກສາຫາລືການເຊື່ອມໂຍງຢ່າງແໜ້ນແຟ້ນໃນການແລກປ່ຽນວັດທະນະທຳລະຫວ່າງປະເທດແລະຊຸກຍູ້ໃຫ້ບັນດາປະເທດ

ເພີ່ມທະວີຄວາມເຂົ້າໃຈຊຶ່ງກັນແລະກັນໃນການແລກປ່ຽນຄວາມຄິດຄວາມເຫັນເຜີຍແຜ່ດ້ານວັດທະນະທຳອັນດີງາມທີ່ເປັນເອກະລັກຂອງປະເທດຕ່າງໆ.ທັງໝົດນີ້ແມ່ນເປັນການເສີມຂະຫຍາຍແນວຄິດລິເລີ່ມຂອງປະທານສີຈິ້ນຜິງວ່າດ້ວຍໜຶ່ງແລວໜຶ່ງເສັ້ນທາງໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆພິເສດໄປກວ່ານັ້ນແມ່ນການຜັນຂະຫຍາຍວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນສະບັບປີ2024-2028ໃຫ້ປະກົດຜົນເປັນຈິງ.

ໃນໂອກາດດັ່ງກ່າວສູນການສື່ສານສາກົນພາກພື້ນອາຊີໃຕ້ - ອາຊີຕາເວັນອອກສ່ຽງໃຕ້ໄດ້ລົງນາມໃນສັນຍາຮ່ວມມືດ້ານສື່ມວນຊົນໃນປີ2025ປະກອບມີປະເທດປາກິດສະຖານ,ບັງກະລາເທດ,ມຽນມາ,ໄທ,ຫວຽດນາມ,ລາວ(ໜັງສືພິມປະ

ຊາຊົນ)ຕາງໜ້າຮ່ວມລົງນາມຝ່າຍລາວໂດຍທ່ານວັນໄຊຕະວິນຍານ,ໃນນັ້ນຍັງໄດ້ເປີດໂຄງການຮ່ວມມືດ້ານສື່ມວນ

ຊົນໃນປີ2025ຊຸດທຳອິດ,ໂດຍຂຶ້ນຮ່ວມໃນພິທີເປິດໂຄງການດັ່ງກ່າວຝ່າຍລາວໂດຍແມ່ນທ່ານສະຫວັນຄອນຣາຊມຸນຕີປະທານສະມາຄົມນັກຂ່າວແຫ່ງສປປລາວ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ