ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ

ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ທີ່ໃກ້ຈະມາເຖິງນີ້ ທ່ານ ທອງໃບ ໂພທິສານ ກໍາມະການສູນກາງແນວລາວສ້າງຊາດສິລະປິນດີເດັ່ນ ສາຂາວັນນະກໍາ ປະທານສະມາຄົມນັກປະພັນລາວ ໄດ້ໃຫ້ສໍາພາດ ແລະ ສະແດງຄວາມຮູ້ສຶກກ່ຽວກັບວັນດັ່ງກ່າວ ຕໍ່ນັກຂ່າວໜັງສືພິມປະຊາຊົນ.
ສມວນຊນແມນຂວຕທສາຄນທສດ ລະຫວາງພກ-ລດ ກບປະຊາຊນ - image 1
 

 

 

ທ່ານ ທອງໃບ ໂພທິສານ ກ່າວວ່າ: ໃນນາມທີ່ຕົນເອງເຄີຍໄດ້ຜ່ານຊີວິດເປັນນັກຂ່າວ ກ່ອນຈະກ້າວຂຶ້ນມາເປັນບັນນາທິການ ແລະ ເປັນນັກປະພັນນັກກະວີໃນປັດຈຸບັນ, ສະນັ້ນ ຕົນເອງ ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດສະແດງຄວາມຄິດເຫັນ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ. ໃນຕະຫຼອດໄລຍະຂອງການປະຕິບັດພາລະກິດແຫ່ງການຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມສື່ມວນຊົນລາວ ແລະ ເວົ້າສະເພາະໜັງສືພິມ ປະຊາຊົນ ສຽງຂອງສູນກາງພັກ ແມ່ນໄດ້ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຜົນສໍາເລັດ ໂດຍໄດ້ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຫດການສະຖານະການ ທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ທົ່ວເຖິງທຸກເປົ້າໝາຍ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດສາມາດໄດ້ຮັບຂໍ້ມູນຂ່າວສານຕ່າງໆຢ່າງເປັນປະຈໍາໃນແຕ່ລະມື້. ເນື້ອໃນໂຄສະນາຂອງສື່ມວນຊົນກໍໄດ້ມີຄວາມຫຼາກຫຼາຍ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ ເຊັ່ນ: ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະໜ້າຮູ້, ຄວາມບັນເທີງ ໃຫ້ແກ່ສັງຄົມຢ່າງເປັນຂະບວນການຕໍ່ເນື່ອງ ແລະ ມີຫຼາຍຮູບຫຼາຍສີ. ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ແບບໃໝ່ ແມ່ນໄດ້ຮັບການພັດທະນາຢ່າງຄວບຄູ່, ສື່ສິ່ງພິມກໍໄດ້ຮັບການສົ່ງເສີມຢ່າງມີຫົວຄິດປະດິດສ້າງ, ສື່ເອເລັກໂຕຣນິກກໍໄດ້ມີການປັບປຸງໃຫ້ທັນກັບສະພາບແວດລ້ອມອັນໃໝ່, ການຂະຫຍາຍຕົວຂອງຍຸກສະໄໝ ແລະ ການຫັນເປັນດີຈີຕອນພາຍໃນ ແລະ ການປ່ຽນແປງຂອງສະພາບການເງື່ອນໄຂຂອງສາກົນ. ພັກເຮົາຖືວ່າ ສື່ມວນຊົນລາວ ເປັນເຄື່ອງມືທາງດ້ານການເມືອງ-ແນວຄິດຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ໂດຍມີພັກເປັນແກນນໍາ ຊຶ່ງສື່ໄດ້ກາຍເປັນພາຫະນະສື່ສານຕົ້ນຕໍທີ່ສໍາຄັນກວ້າງຂວາງທີ່ສຸດ ທີ່ຜູກພັນລະຫວ່າງພັກ-ລັດ ກັບປະຊາຊົນ ທັງເປັນຜູ້ທີ່ໄດ້ນໍາເອົາທັດສະນະແນວຄິດ, ທິດສະດີປະຕິວັດ, ແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດລົງໄປສູ່ປະຊາຊົນ. ພ້ອມດຽວກັນນັ້ນ ສື່ຍັງເປັນຜູ້ນໍາເອົາຄວາມຄິດເຫັນ, ແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກ-ລັດ. ສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ “ສື່ມວນຊົນແມ່ນຂົວຕໍ່ທີ່ສໍາຄັນທີ່ສຸດ ລະຫວ່າງພັກ-ລັດ ກັບປະຊາຊົນ”

ສມວນຊນແມນຂວຕທສາຄນທສດ ລະຫວາງພກ-ລດ ກບປະຊາຊນ - image 2
 

ທ່ານໄດ້ກ່າວຕື່ມອີກວ່າ: ມາໃນຍຸກສະໄໝປັດຈຸບັນ, ສື່ມວນຊົນລາວພວມຢູ່ໃນຍຸກຂອງການປະຕິວັດ 4.0 ແລະ ຍຸກຂອງເຕັກໂນໂລຊີ ປັນຍາປະດິດ (AI) ທີ່ກໍາລັງເປັນກະແສມາແຮງ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການ. ເພື່ອຮັບປະກັນບົດບາດ ແລະ ການພັດທະນາສື່ມວນຊົນລາວໃຫ້ກ້າວໜ້າທັນກັບສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕ້ອງໄດ້ຫັນເອົາບັນດາເນື້ອໃນຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຫາກໍສໍາເລັດແລ້ວນັ້ນ ນໍາມາຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງແຂງແຮງ ຊຶ່ງໃນນັ້ນແມ່ນຕ້ອງໄດ້ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ, ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານທີ່ເຮັດວຽກງານສື່ມວນຊົນໃຫ້ເຂັ້ມແຂງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະ ເປັນມືອາຊີບ, ຄຸ້ມຄອງອົງການສື່ມວນຊົນຢ່າງເຂັ້ມງວດຕາມກົດໝາຍ, ພັດທະນາພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກໃນເງື່ອນໄຂໃໝ່, ຮັບປະກັນງົບປະມານໃຫ້ການເຄື່ອນໄຫວຂອງສື່ມວນຊົນ ເປັນຕົ້ນ. ເວົ້າລວມແລ້ວ ຕ້ອງເຂົ້າໃຈວ່າ ການພັດທະນາສື່ມວນຊົນລາວໃນໄລຍະໃໝ່ ເພື່ອໃຫ້ໄປທັນກັບຍຸກກັບສະໄໝ ແມ່ນວຽກທີ່ດໍາເນີນແບບຮອບດ້ານ ທັງດ້ານເນື້ອໃນ, ບຸກຄະລາກອນ, ເຕັກໂນໂລຊີ ແລະ ກົນໄກການຄຸ້ມຄອງ. ການປັບປຸງວຽກງານສື່ມວນຊົນຕ້ອງເປັນລະບົບຄົບຊຸດ ຊຶ່ງຈະກາຍເປັນປັດໃຈສໍາຄັນ ແລະ ຕັດສິນໃນການພັດທະນາສື່ລາວເຮົາໃຫ້ນັບມື້ກ້າວໜ້າ ທັນສະໄໝ ວ່ອງໄວໄປທັນຍຸກ.

ໂອກາດດັ່ງກ່າວ ທ່ານປະທານສະມາຄົມນັກປະພັນລາວ ກໍໄດ້ມີບົດກາບກອນສໍາລັບວັນສ້າງຕັ້ງສື່ມວນຊົນລາວ ວ່າ:

76 ປີໄດ້ຜ່ານພົ້ນ

ສື່ມວນຊົນລາວກ້າວໜ້າ ເນື້ອໃນຄ່ອງທັນການ

ສົ່ງຂ່າວສານກວມໄກ ທົ່ວແດນດິນກວ້າງ

ປວງຊົນລາວເໜືອໃຕ້ ທັງແດນໄກປະເທດຕ່າງ

ຮັບຂ່າວຄາວແຕ່ລະມື້ ແລງເຊົ້າທົ່ວເຖິງ

ຂໍອວຍພອນໄຊ

ໃຫ້ສື່ມວນຊົນທຸກທົ່ວໜ້າ ທັງນັກຂ່າວບັນນາທິການ

ຈົ່ງເບີກບານສໍາລານສຸກ ເຂັ້ມແຂງແຮງກ້າ

ອາຍຸ ວັນນະ ສຸຂະ ພະລະພ້ອມ ການງານທັງໜ້າທີ່

76 ປີສະຫຼອງໄຊຟົດຟື້ນ ພັດທະນາກ້າວຍຸກສະໄໝ ທ່ານເອີຍ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ