![]() |
ປັດຈຸບັນນີ້ສື່ມວນຊົນໄດ້ມີການປ່ຽນແປງຕາມຍຸກສະໄໝ ມີທັງສືເອເລັກໂຕນິກ ແລະ ສືສິ່ງພິມ ທັງໝົດນີ້ເປັນສິ່ງທ້າທາຍໃຫ້ນັກຂ່າວ ຕ້ອງໄດ້ເອົາໃຈໃສ່ບຸກໜ້າບືນໂຕໃນການເຮັດໜ້າທີ່ຂອງພວກເຮົາ ເພື່ອເກັບກຳສະພາບການ ໂດຍສະເພາະແມ່ນເຫດການເດັ່ນໃນໂລກ ທັງສອງສື່ຈະຕ້ອງຢູ່ຮ່ວມກັນລະຫວ່າງສື່ເອເລັກໂຕນິກ ແລະ ສືສິ່ງພິມ ເພາະວ່າສື່ສິ່ງພິມກໍຍັງມີປະໂຫຍດຫຼາຍອັນຢູ່. ປະຈຸບັນນີ້, ສື່ເອເລັກໂຕນິກເປັນສື່ໜຶ່ງທີ່ສຳຄັນ ເພາະວ່າຜູ້ບໍລິໂພກຂ່າວສ່ວນຫຼາຍແມ່ນທາງເອເລັກໂຕນິກ ໂດຍສະເພາແມ່ນປະຊາຊົນ ແລະ ເປົ້າໝາຍຕ່າງໆ ທີ່ຢູ່ທົ່ວໂລກ ຜ່ານທາງສື່ອອນລາຍຫຼາຍກ່ວາ ອັນນີ້ກໍເປັນສິ່ງທ້າທາຍສຳລັບສື່ມວນຊົນທີ່ຈະຕ້ອງໄດ້ມີການປັບປຸງວຽກງານສື່ມວນຊົນໃຫ້ກ້າວກະໂດດ ເຊັ່ນ: ປັບປຸງທັງບຸກຄະລາກອນ, ອຸປະກອນໃນການເຮັດຂ່າວໃຫ້ທັນການ. ຜ່ານມາກໍມີຫຼາຍອັນທີພົ້ນເດັ່ນ ແຕ່ກໍຕ້ອງໄດ້ສືບຕໍ່ປັບປຸງເພື່ອເຮັດໃຫ້ວຽກງານສື່ມວນຊົນກ້າວໜ້າເຂັ້ມແຂງຂຶ້ນເລື້ອຍໆ ທັນກັບໂລກໃນປັດຈຸບັນ.
ທ່ານ ວັນຕຸລາ ຣັກນຸດ ກ່າວຕື່ມວ່າ: ສຳລັບຂ່າວແທ້ ແລະ ຂ່າວປອມ ເຮັດໃຫ້ຜູ້ບໍລິໂພກຂ່າວບໍ່ຊັດເຈນ ແມ່ນໜ້າທີ່ຂອງອົງການສື່ຕ່າງໆ ທີ່ຈະຕອບໂຕ້ແກ້ຂ່າວໃຫ້ມັນໄວ້ ເຮັດໜ້າທີ່ເປັນໃຈກາງໃນການນໍາສະເໜີຂໍ້ມູນທີ່ຖືກຕ້ອງໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໃຫ້ມີຈັນຍາບັນໃນການຕອບໂຕ້ແກ້ກ່ຽວກັບຂ່າວຈິງ, ຂ່າວປອມ ແລະ ເຊື່ອວ່າໃນອະນາຄົດຈະມີອົງການໜຶ່ງເພື່ອມາຕອບໂຕ້ວຽກງານນີ້ໃຫ້ມັນໄວທັນສະພາບ.

ຄໍາເຫັນ