ສືບຕໍ່ຍາດແຍ່ງການຮ່ວມມື ລົງທຶນໃສ່ 14 ໂຄງການຜະລິດພືດທີ່ມີທ່າແຮງ ເປັນສິນຄ້າຍຸດທະສາດ

ສືບຕໍ່ຍາດແຍ່ງການຮ່ວມມື ລົງທຶນໃສ່ 14 ໂຄງການຜະລິດພືດທີ່ມີທ່າແຮງ ເປັນສິນຄ້າຍຸດທະສາດ

ສືບຕໍ່ຍາດແຍ່ງການຮ່ວມມື ລົງທຶນໃສ່ 14 ໂຄງການຜະລິດພືດທີ່ມີທ່າແຮງ ເປັນສິນຄ້າຍຸດທະສາດ
ໂດຍ: ສ.ບຸດປະຊາ ປັດຈຸບັນ, ລັດຖະບານລາວ ໂດຍສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ກຳລັງສືບຕໍ່ສຸມໃສ່ການຍາດແຍ່ງການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນໃສ່ 14 ໂຄງການຜະລິດພືດ ທີ່ມີທ່າແຮງ ເປັນສິນຄ້າຍຸດທະສາດ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ ຊຶ່ງບັນດາໂຄງການນັ້ນ ໄດ້ມີຂໍ້ຕົກລົງຮັບຮອງ ແລະ ປະກາດໃຊ້ ເມື່ອປີ 2023 ທີ່ຜ່ານມາ ໂດຍມອບໃຫ້ກົມປູກຝັງ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ.

 

 

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 3537/ກປ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ໂຄງການຜະລິດພືດທີ່ມີທ່າແຮງເປັນສິນຄ້າຍຸດທະສາດ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຈໍານວນ 14 ໂຄງການ ໄລຍະ 5 ປີ (2023-2027), ໃນມູນຄ່າ 5,571 ຕື້ກີບ ຊຶ່ງປະກອບມີ: ໂຄງການພືດບຸລິມະສິດ ມີໂຄງການຊຸກຍູ້ການປູກເຂົ້າເປັນສິນຄ້າ, ໂຄງການຊຸກຍູ້ການປູກກາເຟເປັນສິນຄ້າ, ໂຄງການຊຸກຍູ້ການປູກຊາເປັນສິນຄ້າ; ໂຄງການພືດລົ້ມລຸກ ແລະ ພືດອຸດສາຫະກຳ ມີໂຄງການຊຸກຍູ້ການປູກມັນຕົ້ນເປັນສິນຄ້າ, ໂຄງການຊຸກຍູ້ການປູກສາລີເປັນສິນຄ້າ, ໂຄງການຊຸກຍູ້ການປູກພືດຕະກູນຖົ່ວເປັນສິນຄ້າ, ໂຄງການຊຸກຍູ້ການປູກຢາສູບເປັນສິນຄ້າ, ໂຄງການຊຸກຍູ້ການປູກອ້ອຍເປັນສິນຄ້າ; ໂຄງການໄມ້ໃຫ້ໝາກ ມີໂຄງການຊຸກຍູ້ການປູກໝາກໂມເປັນສິນຄ້າ, ໂຄງການຊຸກຍູ້ການປູກໝາກກ້ວຍເປັນສິນຄ້າ, ໂຄງການຊຸກຍູ້ການປູກໝາກມ່ວງເປັນສິນຄ້າ, ໂຄງການຊຸກຍູ້ການປູກໝາກມ່ວງຫິມະພານເປັນສິນຄ້າ, ໂຄງການຊຸກຍູ້ການປູກໝາກກ້ຽງເປັນສິນຄ້າ ແລະ ໂຄງການຊຸກຍູ້ການປູກໝາກມີ້ເປັນສິນຄ້າ.

ໃນໄລຍະຜ່ານມາ, ກົມປູກຝັງ ໄດ້ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຊຶ່ງໃນກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດປະຈຳປີ 2024ແລະທິດທາງແຜນການ 2025 ທີ່ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາ ກໍໄດ້ໃຫ້ຮູ້ວ່າມີຫຼາຍໂຄງການມີຄວາມຄືບໜ້າ ແລະ ພົ້ນເດັ່ນຊຶ່ງໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ວຽກງານກະສິກຳ ແລະ ປ່າໄມ້ຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃນປີ 2024 ຜ່ານມາ ມີບໍລິສັດລົງທຶນທັງໝົດ 2,505 ບໍລິສັດ, ມູນຄ່າການລົງທຶນທັງໝົດປະມານ 9.1 ຕື້ໂດລາ, ຈົດທະບຽນ ປະມານ 4.9 ຕື້ໂດລາ ໂດຍໃນນີ້ການລົງທຶນໃນຂະແໜງປູກຝັງ ມີ 1,108 ໂຄງການ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການການຜະລິດເປັນສິນຄ້າ ເຮັດໃຫ້ການປູກພືດເປັນສິນຄ້າໃນປີ 2024 ຜ່ານມາ ມີຜົນຜະລິດໄດ້ປະມານ 11,092,150 ໂຕນ ເພີ່ມຂຶ້ນ 13.8% ເມື່ອທຽບກັບປີ 2023; ພ້ອມນີ້, ຍັງປະກອບສ່ວນເຮັດໃຫ້ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດສາກົນ ມີມູນຄ່າ1,114 ລ້ານກວ່າໂດລາ ລື່ນແຜນການ 1.2% (ແຜນການປີ 2024 ແມ່ນ 1,100 ລ້ານໂດລາ) ລາຍການພືດສົ່ງອອກ ພົ້ນເດັ່ນກວ່າໝູ່ແມ່ນ ມັນຕົ້ນ, ໝາກກ້ວຍ, ສາລີແຂງ, ອ້ອຍ, ໝາກໂມ.

ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບັນລຸເປົ້າໝາຍປີ 2025 ໃນການຜະລິດພືດ ທີ່ມີທ່າແຮງ ເປັນສິນຄ້າ ແລະ ເປັນບຸລິມະສິດ ໃຫ້ໄດ້ທັງໝົດ 736,010 ເຮັກຕາ ຜົນຜະລິດໃຫ້ໄດ້ 11.27 ລ້ານໂຕນ ເປັນຕົ້ນແມ່ນ ກາເຟ 179,000 ໂຕນ, ສາລີແຂງ 547,300 ໂຕນ, ອ້ອຍ 1.72 ລ້ານໂຕນ, ມັນຕົ້ນ 7.48 ລ້ານໂຕນ, ໝາກກ້ວຍ 756,000 ໂຕນ, ໝາກໂມ 159,900 ໂຕນ, ພືດປະເພດຖົ່ວ 162,250 ໂຕນ ແລະ ພືດອື່ນໆ ສົ່ງເສີມຕາມເງື່ອນໄຂ ຕາມທ່າແຮງ; ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ກໍໄດ້ມີຄວາມພະຍາຍາມ ສືບຕໍ່ສຸມໃສ່ການຍາດແຍ່ງການຮ່ວມມືທັງພາຍໃນແລະຕ່າງປະເທດ ເພື່ອປະກອບສ່ວນສຳຄັນໃນການບັນລຸເປົ້າໝາຍດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ