ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ
ໃນວັນທີ 7 ກໍລະກົດ 2026 ທ່ານ ທອງລີ ສີສຸລິດ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນປະຕິວັດລາວ(ສຊປລ) ພ້ອມດ້ວຍ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງເມືອງລົງສໍາຫຼວດພື້ນທີ່ເຂດຈຸດສຸມພັດທະນາ ຢູ່ບ້ານແຮ້ວເມືອງວຽງໄຊ ແຂວງຫົວພັນ.
ສຊປລ ສາຫວດພນທເພອຈະນາແສງສະຫວາງ ແລະ ສນຍານອນເຕເນດລງສຊມຊນ - image 1
 

ຈຸດປະສົງ ໃນການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສໍາຫຼວດພື້ນທີ່ເພື່ອນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນແນ່ໃສ່ການພັດທະນາໂຄງລ່າງພື້ນຖານ, ຍົກລະດັບ ຄຸນນະພາບຊີວິດການເປັນຢູ່ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີຄວາມຍືນຍົງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງ ບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກການຮ່ວມມື (MOC) ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ຕິດພັນກັບພາລະກິດ ນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດ ສູ່ຊຸມຊົນ; ຊຸກຍູ້ ແລະ ຫັນເອົາວຽກງານຊາວໜຸ່ມ-ເຍົາວະຊົນ ລົງເລິກສູ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ຮາກຖານ ຕິດພັນກັບການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການຊຸກຍູ້ການຫັນເປັນດິຈິຕອນ ແລະ ສ້າງໂອກາດໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ຢ່າງທົ່ວເຖິງ

ສຊປລ ສາຫວດພນທເພອຈະນາແສງສະຫວາງ ແລະ ສນຍານອນເຕເນດລງສຊມຊນ - image 2
 

ພ້ອມນີ້ການລົງເຄື່ອນໄຫວໃນຄັ້ງນີ້, ມີຄວາມໝາຍອັນສໍາຄັນເລິກເຊິ່ງ ໃນການສ້າງພື້ນຖານອັນໜັກແໜ້ນດ້ານພະລັງງານ ແລະ ໂທລະຄົມ ທັງເປັນການສ້າງໂອກາດທາງດ້ານເສດຖະກິດ-ສັງຄົມ ໃຫ້ແກ່ທ້ອງຖິ່ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຢູ່ເຂດຮາກຖານຢ່າງທົ່ວເຖິງ. ການຂະຫຍາຍຕາຂ່າຍໄຟຟ້າ ແລະ ໂທລະຄົມ ຍັງເປັນປັດໃຈຫຼັກໃນການສົ່ງເສີມການສຶກສາ, ເສດຖະກິດຂອງທ້ອງຖິ່ນ ໂດຍສະເພາະແມ່ນການຊ່ວຍໃຫ້ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ມີແແສງສະຫວ່າງພຽງພໍໃນການຄົ້ນຄວ້າຮໍ່າຮຽນ, ອ່ານໜັງສື ເພື່ອພັດທະນາຕົນເອງ ພັດທະນາຊຸມຊຸມ, ພັດທະນາສັງຄົມ ກໍຄືພັດທະນາປະເທດຊາດ.ຂໍ້ມູນຈາກ: ພະແນກພິທິການ-ເລຂານຸການ ຫ້ອງການ ສຊປລ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ໃນວັນທີ 31 ສິງຫາຜ່ານມາ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝຶກ, ກອງພັນ, ໂຮງໝໍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ໃນວັນທີ 28 ສິງຫາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫີນ​ບູນແຂ​ວງ​ຄຳ​ມ່ວນໂດຍການເປັນປະທານຮ່ວມຂອງ ທ່ານ ນິລະພົນ ສຸວັນນະລາດ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫີນບູນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ມີການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ແຂວງວຽງ​ຈັນ​ໄດ້​ອະ​ນຸ​ມັດ​ໃຫ້ ບໍ​ລິ​ສັດ ​ຍອດ​ເພຍ​ຈັນ ​ການ​ລົງ​ທຶນແລະສົ່ງ​ເສີມ​ການ​ຄ້າການ​ຮ່ວມ​ທຶນຈຳ​ກັດສຶກ​ສາ​-ສຳຫຼວດຄວາມ​ເປັນ​ໄປ​ໄດ້ ໂຄງ​ການ​ສຳ​ປະ​ທານ​ດິນ​ລັດເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຄົບ​ວົງ​ຈອນ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງແຂວງວຽງ​ຈັນ, ໃນ​ເນື້ອ​ທີ່ 125 ເຮັກ​ຕາ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ສົມທົບກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ກຳລັງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມກັບປະຊາຊົນ ເຂດເທສະບານແຂວງ, ເມືອງໄຊ ແລະ ເຂດເມືອງນາໝໍ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ.
ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເຄື່ອນໄຫວຕິດຕາມ ແລະ ນຳພາກຳລັງ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຂອບເຂດເມືອງໄຊ.
ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ໃນວັນທີ31ສິງຫາ2026, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະຊ່ຽວຊານທະນາຄານໂລກ ແລະ ຄະນະຈາກສູນກາງ ເຂົ້າພົບປະທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ
ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທິປະຖາກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13 ສິງຫາ 1950 – 13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບ​ຮອບ 35 ປີ(15 ສິງຫາ 1991 - 15 ສິງຫາ 2026), ວັນຍຶດອໍານາດ(23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026 )ຄົບ​ຮອບ 81 ປີແລະ 51 ປີ, ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ໃນ​ວັນ​ທີ 31 ສິງ​ຫາ​ນີ້ ໂດຍ​ການເປັນປະທານຂອງທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນ ທາງເລກທີ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ - ຕຣາປຽງກຽນ ຊາຍແດນລາວ-ກຳປູເຈຍ ເພື່ອພັດທະນາພື້ນຖານໂຄງລ່າງເຊື່ອມຈອດພາກພື້ນ.
ເພີ່ມເຕີມ