ຂ່າວລະບຸວ່າ: ເບິ່ງຈາກແຫຼ່ງການລົງທຶນ, ຈີນສືບຕໍ່ຄອງອັນດັບໜຶ່ງຂອງປະເທດແຫຼ່ງທຶນຕ່າງປະເທດໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍກວມເອົາ 46.77%; ວິສາຫະກິດກຳປູເຈຍ ເປັນອັນດັບທີສອງ ກວມເອົາ 38.06%; ສ່ວນມາເລຍເຊຍ ເປັນອັນດັບທີສາມ ດ້ວຍອັດຕາສ່ວນ 8.14%.
ກະຊວງ ປກສ ຈັດກອງປະຊຸມຫາລືການແກ້ໄຂອາຊະຍາກຳທາງໄຊເບີ
ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງເອເລັກໂຕຣນິກ (ອາຊະຍາກຳທາງໄຊເບີ) ໃນວັນທີ 17 ມິຖຸນາ ນີ້ ທີ່ກະຊວງ ປກສ, ເປັນປະທານກອງປະຊຸມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຮອງກົມໃຫຍ່ ແລະ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫ້ອງສັນຕິບານ, ຫ້ອງຕຳຫຼວດ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ.
ຄໍາເຫັນ