ຕະຫຼອດ50ປິວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ

ຕະຫຼອດ50ປິວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ

ຕະຫຼອດ50ປິວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ເຕີບໃຫຍ່ຂະຫຍາຍ  ຕົວຢ່າງບໍ່ຢຸດຢັ້ງ
ໃນໂອກາດ ຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ . ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ວັນຊາດ ທີ 2 ທັນວາ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ຍຸກສະໄໝຂອງຊາດລາວ, ເປັນຂີດໝາຍສິ້ນສຸດຂອງລະບອບລາຊາທິປະໄຕທີ່ລ້າສະໄໝ ແລະ ແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຢູ່ປະເທດເຮົາ ແລະ ສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງເປັນລະບອບປະຊາທິປະໄຕ ປະຊາຊົນ ຄັ້ງທຳອິດ ໃນປະຫວັດສາດຫຼາຍພັນປີຂອງຊາດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຍືດເຍື້ອຍາວນານ ຂອງປະຊາຊົນ ລາວບັນດາເຜົ່າ ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສ ແລະ ແຫຼມຄົມ ຂອງພັກປະຊາຊົນ ປະຕິວັດລາວ (ປປ ລາວ), ຕະຫຼອດ ໄລຍະກວ່າເຄິ່ງສະຕະວັດ, ຊຶ່ງບໍ່ເປັນພຽງແຕ່ຂີດໝາຍປະຫວັດສາດເປັນຈຸດປ່ຽນແປງຂອງຊາດລາວ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ພາລະກິດປະຕິວັດປົດປ່ອຍຊາດຂອງບັນດາປະເທດອິນດູຈີນ, ພ້ອມທັງສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ໂຄງການການເມືອງ ສັງຄົມຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.
ຕະຫອດ50ປວຽກງານວນນະຄະດ ແລະ ພມຈຳໜາຍ ເຕບໃຫຍຂະຫຍາຍ ຕວຢາງບຢດຢງ - image 1
 

ທ່ານ ນາງ ຈັນເພັດ ຄຳຟອງ ໃຫ້ຮູ້ຕື່ມວ່າ: ສປປ ລາວ ຄົບຮອບ 50 ປີ ແມ່ນ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງປະເທດລາວເຮົາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກ ປປ ລາວ ໄດ້ເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງຮອບດ້ານ, ປະຊາຊົນລາວບັນດາເຜົ່າ ມີສິດເປັນເຈົ້າຂອງປະເທດຊາດ, ຢູ່ທ່າງທຳມາຫາກິນມີຄວາມອຸດົມສົມບູນ ແລະ ຮັ່ງມີ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງໝັ້ນຄົງ.

ສປປ ລາວ ໄດ້ມີທຸງຊາດ, ກາໝາຍຊາດ ຊຶ່ງເປັນສູນລວມແຫ່ງຈິດໃຈ ທັງເປັນ ຄວາມເອກອ້າງທະນົງໃຈຂອງຊາດລາວ, ໄດ້ມີລັດຖະທຳມະນູນ, ກົດໝາຍແລະນິຕິກຳລຸ່ມກົດ

ໝາຍ ຫຼາຍສະບັບ ເພື່ອຄຸ້ມຄອງລັດ ຄຸ້ມຄອງສັງຄົມໃຫ້ເປັນລະບຽບຮຽບຮ້ອຍ, ປະເທດຊາດມີຄວາມ ສະຫງົບ ສີວິໄລ ແລະ ພັດທະນາ, ສາມາດເຂົ້າຮ່ວມເຄື່ອນໄຫວດ້ານຕ່າງໆບົນເວທີນາໆຊາດ ສ້າງ ບົດບາດ ເອກອ້າງ ຕໍ່ພາກພື້ນ ແລະ ສາກົນຢ່າງສະຫງ່າຜ່າເຜີຍ.

ມາຮອດປັດຈຸບັນໄດ້ມີສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ຊຶ່ງເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ມີອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແຕ່ສູນກາງຮອດທ້ອງຖິ່ນ, ມີການກຳນົດນະໂຍບາຍ ແລະ ແຜນພັດທະນາແຕ່ລະໄລຍະ, ເຜີຍແຜ່ແນະນຳ ພ້ອມທັງຊຸກຍູ້ ສົ່ງເສີມໃຫ້ມີການຈັດຕັ້ງເຄື່ອນໄຫວຕາມສິດພາລະບົດບາດ ຂອງ ຕົນຢ່າງແຂງແຮງ ຮັບປະກັນປະສິດທິພາບ ປະສິດທິຜົນ, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທົ່ວປະ ເທດມີຄວາມສະຫງົບສຸກ ປອດໄພ ຢ່າງທີ່ບໍ່ເຄີຍມີມາກ່ອນ ໃນໜ້າປະຫວັດສາດ ຂອງຊາດລາວ.

ນັບແຕ່ 1986 ມາເຖິງປັດຈຸບັນ ໄດ້ຫັນປ່ຽນລະບົບເສດຖະກິດໄປສູ່ກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ໂດຍມີການປະຕິຮູບຂະແໜງເສດຖະກິດຕ່າງໆ ແລະ ເປີດປະຕູສູ່ເສດຖະກິດພາຍນອກ, ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ມີການຫຼັ່ງໄຫຼ ເຂົ້າມາລົງທຶນຂອງຕ່າງປະເທດນັບມື້ຫຼາຍຂຶ້ນ, ຄວາມເຊື່ອໝັ້ນຂອງປະຊາຊົນໃນສັງຄົມນັບມື້ນັບສູງຂຶ້ນ. ດ້ານວຽກງານວັດທະນະທຳ ແລະ ການທ່ອງທ່ຽວໄດ້ມີການປົກປັກຮັກສາມູນເຊື້ອ ວັດທະ ນະທຳຂອງເຜົ່າ ຂອງຊາດ, ສົ່ງເສີມເອກະລັກ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ,ໄດ້ສຳເລັດນຳສະເໜີເອກອ້າງມໍຣະດົກວັດທະ

ນະທຳ ທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຕໍ່ສາກົນຢ່າງເປັນລຳດັບ; ດ້ານການສຶກສາ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາເປັນກ້າວໆ ທັງປະລິມານ ແລະ ຄຸນນະພາບໃນທົ່ວປະເທດ; ວຽກງານສາທາລະນະສຸກ ປະຊາຊົນລາວສາມາດເຂົ້າເຖິງ ການ ບໍລິການການປິ່ນປົວ, ສັກຢາກັນພະຍາດຢ່າງທົ່ວເຖິງໃນທົ່ວປະເທດ, ການຂະຫຍາຍເຄືອຂ່າຍ ໂຮງໝໍທັງພາກລັດ ແລະ ເອກະຊົນ, ມີສຸກສາລາ ແລະ ແພດໝໍ ໄດ້ຂະຫຍາຍຢ່າງທົ່ວເຖິງຕັ້ງແຕ່ ຊົນນະບົດຈົນຮອດຕົວເມືອງ. ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສາມາດ ຮັກສາໄດ້ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ຄວາມຢູ່ເຢັນເປັນສຸກ, ຄວາມມີສະຖຽນ ລະພາບດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບປອດໄພສູງ; ວຽກງານການຕ່າງປະເທດ: ປະເທດລາວໄດ້ດຳເນີນແນວທາງການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການ ຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ” ແລະ ຕາມທິດ “ເພີ່ມມິດ ຫຼຸດຜ່ອນສັດຕູ” ເຮັດໃຫ້ສາມາດເປີດ ກວ້າງການຮ່ວມມືຫຼາຍທິດ, ຫຼາຍຝ່າຍຫຼາຍລະດັບ ຫຼາຍຮູບແບບ ຊຶ່ງເປັນການຍົກສູງບົດບາດ ຂອງ ສປປ ລາວ ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມ ຂົນສົ່ງທາງບົກ, ທາງອາກາດ, ທາງນ້ຳ ໄດ້ຮັບການກໍ່ສ້າງປັບປຸງ ແລະ ຂະຫຍາຍໄປສູ່ ຊົນນະບົດຢ່າງບໍ່ຢຸດຢັ້ງ ແລະ ວຽກງານອື່ນໆ ກໍມີການຂະຫຍາຍຕົວ ແລະ ພັດທະນາ ຢ່າງມີຜົນສຳເລັດ.

ທ່ານ ນາງ ຈັນເພັດ ຄຳຟອງ ໃຫ້ຮູ້ຕື່ມວ່າ: ສຳລັບວຽກງານວັນນະຄະດີ ແລະ ພິມຈຳໜ່າຍ ໃນຂະບວນການປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດຊາດ 50 ປີ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ພັດທະນາດ້ວຍປະລິມານ ແລະ ຄຸນນະພາບ, ວຽກງານການພິມຈຳໜ່າຍ ປຶ້ມ ແລະ ສິ່ງພິມອື່ນໆໄດ້ມີຜະລິດຕະພັນໃໝ່ ມີຫຼາຍຮູບແບບສີສັນ ສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ, ຜູ້ຊົມໃຊ້ຜະລິດຕະພັນພິມຈໍາໜ່າຍ ສາມາດເຮັດໃຫ້ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນ ສາມາດເຂົ້າເຖິງຄວາມຮູ້ ຂໍ້ມູນຂ່າວສານໄດ້ຫຼາຍຊ່ອງທາງ ແລະ ຫຼາຍຂຶ້ນ. ມາຮອດປັດຈຸບັນວຽກງານພິມຈຳໜ່າຍ ໄດ້ຈັດຕັ້ງເຄື່ອນໄຫວພາຍໃຕ້ກົດໝາຍວ່າດ້ວຍ ການພິມຈຳໜ່າຍ ເປັນເຄື່ອງມືທີ່ສຳຄັນ ໃນການຈັດຕັ້ງປະຕິບັດວຽກງານການພິມຈຳໜ່າຍ ໃຫ້ມີຄວາມສະດວກເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ສາມາດຄຸ້ມຄອງການເຄື່ອນໄຫວວຽກງານການພິມຈຳ ໜ່າຍໄດ້ຮັດກຸມຫຼາຍຂຶ້ນ, ເຮັດໃຫ້ສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈການຄຸ້ມຄອງວຽກງານການພິມຈຳໜ່າຍ ດ້ວຍກົດໝາຍນັບມື້ຫຼາຍຂຶ້ນ. ວຽກງານການພິມຈຳໜ່າຍ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ປັດຈຸບັນ ທົ່ວປະເທດມີໂຮງພິມ 84 ແຫ່ງ ຢູ່ສູນກາງ 7 ແຫ່ງ, ຢູ່ທ້ອງຖິ່ນ 77 ແຫ່ງ; ມາຮອດປັດຈຸບັນມີ ສໍານັກພິມທັງໝົດ25 ແຫ່ງ ຂອງລັດ 2 ແຫ່ງ ມີຮ້ານຈຳໜ່າຍປຶ້ມ ແລະ ສິ່ງພິມອື່ນ 16 ແຫ່ງ; ຫໍສະໝຸດ 99 ແຫ່ງ(ໃນນີ້ຫໍສະໝຸດແຫ່ງຊາດ 1 ແຫ່ງຫໍສະໝຸດປວງຊົນ 12 ແຫ່ງ, ຫໍສະໝຸດມະຫາວິທະຍາໄລ 5 ແຫ່ງ, ຫໍສະໝຸດວິທະຍາໄລ 61 ແຫ່ງ, ຫໍສະໝຸດສະເພາະ 20 ແຫ່ງ); ມີຫ້ອງອ່ານ 1,628 ຫ້ອງ. ໃນແຕ່ລະປີ ສາມາດຈັດພິມປຶ້ມໄດ້ ຫຼາຍຮ້ອຍຫົວເລື່ອງ ມີຈໍານວນພິມທັງ ໝົດ ຫຼາຍກວ່າ 3 ລ້ານຫົວຕໍ່ປີ.

ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງແຜນພັດທະນາ 5 ປີ2021-2025 ວຽກງານວັນນະ ຄະດີ ແລະ ພິມຈຳໜ່າຍ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ມາເປັນແຜນງານໂຄງການຈັດຕັ້ງປະຕິບັດ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງອົງຄະນະພັກກະຊວງ ວທ; ສົ່ງເສີມວັດທະນະທຳການອ່ານ, ການຂຽນ ການແປ ຢ່າງກວ້າງຂວາງໃນທົ່ວສັງຄົມ ໂດຍສະເພາະຄົນຮຸ່ນໜຸ່ມ, ຍົກລະດັບຄວາມສາມາດ ໃນການຄົ້ນຄິດປະດິດແຕ່ງດ້ານສິລະປະວັນນະຄະດີໃຫ້ໂດດເດັ່ນ ແລະ ມີຊີວິດ ຊີວາ, ຊຸກຍູ້ ສົ່ງເສີມນັກຂຽນເກັ່ງ, ບົດປະພັນດີເດັ່ນ ໃຫ້ໄດ້ຮັບນາມມະຍົດ ແລະ ລາງວັນໃນລະດັບຊາດ, ພາກພື້ນ ແລະ ສາກົນ ໃຫ້ຫຼາຍຂຶ້ນ. ນອກຈາກນີ້, ວຽກງານການພິມຈຳໜ່າຍຍັງໄດ້ ຮ່ວມມືກັບເພື່ອນມິດຍຸດທະສາດໃນການຈັດຝຶກອົບຮົມວຽກງານພິມຈໍາໜ່າຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລາວ, ການແລກປ່ຽນ ແປ ແລະ ຈັດພິມປຶ້ມ ດີເດັ່ນຮ່ວມກັບ ສຳນັກພິມ ຂອງ ສສ ຫວຽດນາມ ແລະ ສປ ຈີນ ສຳເລັດການແຈກຢາຍ ໃຫ້ແກ່ການນຳຂອງ ບັນດາກະຊວງ, ອົງການ ທຽບເທົ່າ ແຕ່ສູນກາງຮອດທ້ອງຖິ່ນ. ໄດ້ສົມທົບກັບອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເປັນຕົ້ນແມ່ນ: ອົງການ ອີຟາເຈແປນ, ສະມາຄົມຮ່ວມນ້ຳໃຈເດັກນ້ອຍລາວຍີ່ປຸ່ນ (ALC), ອົງການຣູມທູຣີດ, ມູນນິທິເອເຊຍ (Asia foundation) ເຄື່ອນໄຫວວຽກສົ່ງເສີມການອ່ານຢູ່ທ້ອງຖິ່ນ ເພື່ອຈັດຕັ້ງຫ້ອງຮັກອ່ານຢູ່ບັນດາເມືອງ ໃນນະຄອນຫຼວງວຽງຈັນ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ນາງ ຈັນເພັດ ຄໍາຟອງ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ອະດີດການນຳພັກ-ລັດ ຕະຫຼອດໄລຍະຜ່ານມາ ພັກໄດ້ເປັນຄັນທຸງນຳພາປະຊາຊົນລາວບັນດາເຜົ່າ ຍາດເອົາເອກະລາດ ແລະ ຄວາມເປັນເອກະພາບ ມາໃຫ້ປວງຊົນລາວທັງຊາດ ແລະ ໄຊຊະນະອັນໃຫຍ່ຫຼວງ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ, ພັກເຮົາໄດ້ນຳພາປວງຊົນລາວທັງຊາດ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າເປັນກ້າວໆ. ຂໍອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ແລະ ສືບຕໍ່ນຳພາປະເທດຊາດ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນພະນັກງານ-ນັກຮົບທຸກທົ່ວໜ້າ ຕະຫຼອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແກ່ນທ້າວປະກາດການຈັດຕັ້ງ ຄະນະນໍາເມືອງ

ແກ່ນທ້າວປະກາດການຈັດຕັ້ງ ຄະນະນໍາເມືອງ

ໃນວັນທີ 18 ພະຈິກນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກາດບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກເມືອງຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສູນຝຶກອົບຮົມ ກອງພົນທີ 3 ສໍາເລັດການອົບຮົມ-ຫັດແອບຍີງລູກປືນແທ້ປະຈໍາປີ 2025

ສູນຝຶກອົບຮົມ ກອງພົນທີ 3 ສໍາເລັດການອົບຮົມ-ຫັດແອບຍີງລູກປືນແທ້ປະຈໍາປີ 2025

ໃນວັນທີ 17 ພະຈິກຜ່ານມາ, ສູນຝຶກອົບຮົມ ກອງພົນທີ 3 ໄດ້ສໍາເລັດການອົບຮົມ - ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານ ສູນຝຶກອົບຮົມ, ສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກຫົວໜ້າການເມືອງ.
ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ

ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ

ໃນຕອນເເລງ ວັນທີ 14 ພະຈິກ ຜ່່ນມາທີ່ຫໍປະຊຸມເເຫ່ງຊາດ ນະຄອນຫຼວງວຽງຈັນ ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຂຶ້ນຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ 2024 ຄົບຮອບ 35 ປີ ຂອງ ສະພາການຄ້າ ເເລະ ອຸດສາຫະກຳເເຫ່ງຊາດລາວ ໃຫ້ກຽດມອບລາງວັນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ເເລະ ການຄ້າ ເເລະ ຕາງໜ້າຮັບລາງວັນໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຂະເເໜງຈັດຕັ້ງ-ບໍລິຫານ, ທ່ານ ທ່ອນເເກ້ວ ສີຫາວົງ ຜູ້ອຳນວຍການ ບໍລິສັດ ທີພລັດດີຈີຕອນ ຈຳກັດຜູ້ດຽວ.
ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ຮັບປະກັນຈ່າຍຖືກຊະນິດຄົບຖ້ວນ ແລະ ທັນເວລາ

ສາງນໍ້າມັນເຊື້ອໄຟເລກ 9 ກອງທັບ ແມ່ນສາງຍຸດທະສາດຂອງກະຊວງປ້ອງກັນປະເທດ ພາຍໃຕ້ການ ຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງຄະນະພັກອົງການກົມໃຫຍ່ພະລາທິການ ແລະ ກົມນໍ້າມັນເຊື້ອໄຟ ເປັນເສນາທິການໃຫ້ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ມີໜ້າທີ່ຄຸ້ມຄອງປົກປັກຮັກສາທາງດ້ານຈຳນວນ ແລະ ຄຸນນະພາບຂອງນໍ້າມັນເຊື້ອໄຟ, ຮັບ ແລະ ເບີກຈ່າຍນໍ້າມັນເຊື້ອໄຟໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທີ່ເຄື່ອນໄຫວ ກຽມພ້ອມສູ້ຮົບ ແລະ ຝຶກແອບຮໍ່າຮຽນ, ການຈ່າຍນໍ້າມັນ ແມ່ນຈ່າຍຕາມຄໍາສັ່ງ, ຕາມບົງສັ່ງຈ່າຍຂອງກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ຈ່າຍຖືກຊະນິດ, ຄົບຖ້ວນ ແລະ ທັນເວລາ.
ເມືອງໄຊຍະບູລີ ເຊັນສັນຍາໂຄງການກໍ່ສ້າງສ້ອມແປງຊົນລະປະທານ

ເມືອງໄຊຍະບູລີ ເຊັນສັນຍາໂຄງການກໍ່ສ້າງສ້ອມແປງຊົນລະປະທານ

ໃນຕອນບ່າຍວັນທີ 18 ພະຈິກນີ້, ເມືອງໄຊຍະບູລີໄດ້ເຊັນສັນຍາໂຄງການກໍ່ສ້າງສ້ອມແປງຊົນລະປະທານນ້ຳຕວນເບີ2, ເບີ3 ບ້ານຫ້ວຍຊໍາອໍ້ ແລະ ຊົນລະປະທານຫ້ວຍແສນຄໍາ ບ້ານຫ້ວຍແສນຄຳ ເມືອງໄຊຍະບູລີ ແຂວງໄຊຍະບູລີ ລະຫວ່າງຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງ ກັບບໍລິສັດ ເຊັ່ງທະວີຊັບຈຳກັດຜູ້ດຽວຂຶ້ນ ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຮັງເຊັງຊົວ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ຄົ້ນຄວ້າວິທະຍາສາດສັງຄົມ

ກອງປະຊຸມ ຄົ້ນຄວ້າວິທະຍາສາດສັງຄົມ

ມະຫາວິທະຍາໄລແຫ່ງຊາດ(ມຊ)ຮ່ວມກັບມະຫາວິທະຍາໄລອື່ນໆພາຍໃນປະເທດ ແລະ ຕ່າງປະເທດ ເຊັ່ນ: ມະຫາວິທະຍາໄລຢຸນນານ, ມະຫາວິທະຍາໄລ ເຊ່ຍເມີນ ສປ ຈີນ ແລະ ມະຫາວິທະຍາໄລ Manchester ປະເທດອັງກິດ. ໄດ້ຈັດກອງປະຊຸມຄົ້ນຄວ້າວິທະຍາສາດສັງຄົມ ແລະ ຖະແຫຼ່ງບົດລາຍງານສອງສະບັບ ຂຶ້ນເມື່ອບໍ່ດົນມານີ້ທີ ມຊພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Wang Jiang ຜູ້ອໍານວຍການບໍລິສັດ CWE ສາຂາປະຈໍາ ສປປ ລາວ,ທ່ານ ພູໄຊ ວົງພະຈັນ ຕາງໜ້າບໍລິສັດ CWE ສາຂາປະຈໍາ ສປປ ລາວທ່ານ Yang Fang ຈາກຄະນະພົວພັນສາກົນ/ສະຖາບັນຄົ້ນຄວ້ານານຢາງມະຫາວິທະຍາໄລ ເຊ່ຍເມີນ ສປ ຈີນ,ຊຶ່ງມີນັກວິຊາການ ແລະ ຜູ້ຊ່ຽວຊານຈາກມະຫາວິທະຍາໄລຊັ້ນນໍາຈາກປະເທດຈີນ, ອັງກິດ, ອົສຕຣາລີ, ອິນເດຍ, ລາວ ແລະ ປະເທດອື່ນໆໄດ້ເຂົ້າຮ່ວມ.
ນາກາຍປະກາດການຈັດຕັ້ງເມືອງ

ນາກາຍປະກາດການຈັດຕັ້ງເມືອງ

ໃນວັນທີ 18 ພະຈິກນີ້ ຢູ່ທີ່ສະໂມສອນເມືອງນາກາຍ ແຂວງຄໍາມ່ວນໄດ້ຈັດພິທີປະກາດການຈັດຕັ້ງປະທານ,ຮອງປະທານຄະນະກໍາມະການປົກຄອງເມືອງຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ນາງ ບົວກາ ແກ້ວມະນີ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງນາກາຍ,ມີແຂກຮັບເຊີນຈາກຄະນະຈັດຕັ້ງແຂວງ, ເມືອງເຂົ້າຮ່ວມ.
ອະດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນໍາແຂວງໄຊສົມບູນຂຶ້ນພິຊິດຈອມພູເບ້ຍ

ອະດິດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນໍາແຂວງໄຊສົມບູນຂຶ້ນພິຊິດຈອມພູເບ້ຍ

ເນື່ອງໃນໂອກາດທີ່ ສະຫາຍ ສົມສະຫວາດ ເລັ່ງສະຫວັດອະດິດກຳມະການກົມການເມືອງສູນກາງພັກອະດິດຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນວັນທີ 18 ພະຈິກ 2025ນີ້, ສະຫາຍ ພ້ອມດ້ວຍຄະນະ ໄດ້ຂຶ້ນໄປຢ້ຽມຢາມ (ພິຊິດ) ຈອມພູ້ເບ້ຍ ເພື່ອສຳຜັດກັບບັນຍາກາດ ແລະ ທິວທັດທໍາມະຊາດອັນສວຍສົດງົດງາມຂອງຈອມພູເບ້ຍ. ຊຶ່ງນໍາພາຂະບວນໂດຍສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ພ້ອມດ້ວຍຄະນະພັກ-ຄະນະນຳຂອງ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ທ່ານ ບົວຄົງ ນາມມະວົງ ພົບປະ ພະນັກງານລັດຖະກອນຫ້ອງວ່າການແຂວງສາລະວັນ

ໃນວັນທີ 17 ພະຈິກນີ້ ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ, ທ່ານ ບົວຄົງນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍມີ ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງ ລມຕ ກະຊວງການຕ່າງປະເທດ ຢູ່2ແຂວງ

ໃນລະຫວ່າງວັນທີ12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ,ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍ​ແດນຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ.
ເພີ່ມເຕີມ