ຕາແສງຫາດຊາຍຄູນ ມີ​ຜົນ​ງານ​ພົ້ນ​ເດັ່ນຫຼາຍ​ດ້ານ

ຕາແສງຫາດຊາຍຄູນ ມີ​ຜົນ​ງານ​ພົ້ນ​ເດັ່ນຫຼາຍ​ດ້ານ

ຕາແສງຫາດຊາຍຄູນ ມີ​ຜົນ​ງານ​ພົ້ນ​ເດັ່ນຫຼາຍ​ດ້ານ
ຄະນະກຳມະການປົກຄອງຕາແສງຫາດຊາຍຄູນ ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ໃນ​ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ, ໂດຍການເປັນປະທານຂອງ ທ່ານ ພູມີ ເທບໄກສອນ ຄະນະປະຈຳພັກເມືອງ ປະທານກວດກາພັກເມືອງ, ທ່ານ ພັນທະ ກິ່ງແກ້ວກອງມະນີ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫາດຊາຍຄູນ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຕາແສງຫາດຊາຍຄນ ມ​ຜນ​ງານ​ພນ​ເດນຫາຍ​ດານ - image 1
 

 

ທ່ານ ນາງ ສຳລີ ພົມພັກດີ ຮອງປະທານຄະນະກຳມະການປົກຄອງຕາແສງຫາດຊາຍຄູນໄດ້ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ປະກາດສ້າງຕັ້ງຕາແສງຫາດຊາຍຄູນຢ່າງເປັນທາງການ, ຄະນະພັກ ແລະ ອົງການປົກຄອງຕາແສງ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງກົນໄກການບໍລິການປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານຢ່າງຕໍ່ເນື່ອງ, ໃນ 6 ເດືອນຕົ້ນປີ 2026 ນີ້ການພັດທະນາໂຄງລ່າງພື້ນຖານ ສາມາດກໍ່ສ້າງ-ສ້ອມແປງ ຍົກລະດັບເສັ້ນທາງ ບ້ານນາເຊືອກ - ໂພນວິໄຊ (ທຶນລັດ) ກວ້າງ 5 ແມັດ, ຍາວ 7.5 ກິໂລແມັດ, ມູນຄ່າ 4.01 ຕື້ກີບ ເຊິ່ງປັດຈຸບັນ ສຳເລັດແລ້ວ 100%; ພ້ອມນັ້ນ ຍັງໄດ້ສຳເລັດການສ້າງທາງເບຕົງຢູ່ບ້ານຫາດຊາຍຄູນ ຍາວ 850 ແມັດ, ກວ້າງ 7 ແມັດ ເຊິ່ງເປີດນຳໃຊ້ແລ້ວ.

ດ້ານການຈັດເກັບລາຍຮັບ ສາມາດເກັບອາກອນທີ່ດິນ ປະຕິບັດໄດ້ 234 ລ້ານກວ່າກີບ, ເທົ່າກັບ 98.72% ຂອງແຜນການປີ (237.1 ລ້ານກວ່າກີບ). ການສົ່ງເສີມການຜະລິດ ແລະ ກອງທຶນບ້ານ: ທົ່ວຕາແສງມີເນື້ອທີ່ປູກເຂົ້ານາປີ 3,721 ເຮັກຕາ, ປູກໝາກມ່ວງຫິມະພານ 650 ເຮັກຕາ ແລະ ປູກມັນຕົ້ນ 377 ເຮັກຕາ. ນອກນັ້ນ, ຍັງມີກອງທຶນພັດທະນາບ້ານ 4 ແຫ່ງ ເຊິ່ງມີເງິນທ້ອນຫຼາຍກວ່າ 15 ຕື້ກວ່າກີບ.

ການບໍລິການປະຊາຊົນ ແລະ ການສຶກສາ: ໄດ້ອຳນວຍຄວາມສະດວກໃນການເຊັນ-ຢັ້ງຢືນເອກະສານທາງລັດຖະການໃຫ້ປະຊາຊົນໄດ້ທັງໝົດ 490 ສະບັບ; ດ້ານການສຶກສາ ໄດ້ຊຸກຍູ້ການສອບເສັງຈົບຊັ້ນ ປະຖົມ (ປ5) 22 ແຫ່ງ, ມັດທະຍົມຕົ້ນ (ມ4) 3 ແຫ່ງ ແລະ ມັດທະຍົມປາຍ (ມ7) 2 ແຫ່ງ ສຳເລັດ 100%. ວຽກງານ ປກຊ - ປກສ: ໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະເມືອງ ມ້າງຄະດີຢາເສບຕິດໄດ້ 6 ລາຍ (ກັກຕົວ 41 ຄົນ) ແລະ ລົງໂຄສະນາ ທ້ອນໂຮມອາວຸດລ່າເນື້ອ (ປືນແກັບ ແລະ ປືນລົມ) ໄດ້ 8 ກະບອກ.

ສຳລັບທິດທາງ 6 ເດືອນທ້າຍປີ 2026, ຕາແສງຫາດຊາຍຄູນ ຈະສືບຕໍ່ສຸມໃສ່ຊຸກຍູ້ການຜະລິດເຂົ້ານາປີໃຫ້ທັນລະດູການ, ເກັບກຳສະຖິຕິແຮງງານ, ປັບປຸງສະຖານທີ່ປະຈຳການບໍລິການປະຊາຊົນໃຫ້ເປັນມືອາຊີບ, ເພີ່ມພູນກຳລັງ ປກຊ-ປກສ ເພື່ອຕີຖອຍປະກົດການຫຍໍ້ທໍ້ ແລະ ດຶງດູດການລົງທຶນເຂົ້າໃນຕາແສງ ເພື່ອສ້າງເສດຖະກິດຂອງຕາແສງໃຫ້ເຂັ້ມແຂງ.

ຂ່າວ: ເມືອງໂຂງ


ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ