ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່
ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ແຕງຕງ ຮອງຫວໜາອງການໄອຍະການປະຊາຊນສງສດ ຄນໃໝ - image 1
 

 

ໃນພິທີ ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 215/ປປທ, ລົງວັນທີ 04 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງ ຮອງຫົວ ໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ນາງ ພອນທິບ ສາວະລີ ກຳມະການຄະນະພັກ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ຂຶ້ນເປັນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ນອກຈາກນັ້ນ, ຍັງໄດ້ປະກາດການສັບຊ້ອນ ແລະ ແຕ່ງຕັ້ງຫົວໜ້າກົມຈັດຕັ້ງພະນັກງາານ ແລະ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ຄົນໃໝ່.

ແຕງຕງ ຮອງຫວໜາອງການໄອຍະການປະຊາຊນສງສດ ຄນໃໝ - image 2
 

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ບັນດາທ່ານທີ່ໄດ້ຮັບຕຳແໜ່ງ ໃໝ່ ໂດຍເນັ້ນໃຫ້ສືບຕໍ່ເພີ່ມທະວີກໍາລັງແຮງ ແລະ ສຸມສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ການເມືອງ, ທີ່ພັກ-ລັດມອບໝາຍໃຫ້ ແລະ ເພີ່ມທະວີກຳລັງແຮງຄວາມສາມັກຄີພາຍໃນ,ຄວາມເປັນແບບຢ່າງນຳໜ້າໃນການຊີ້ນຳ-ນຳພາ, ເດັດ

ຂາດໃນການປະຕິບັດໜ້າທີ່ວຽກງານບົນຫຼັກການເຮັດວຽກເປັນໝູ່ຄະນະເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ວຽກງານໄອຍະການໃນໄລຍະໃໝ່. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງ ນໍາພາທຸກຂັ້ນຢູ່ພາຍໃນອົງການໄອຍະການປະຊາຊົນສູງສຸດເຊີດຊູຄວາມເປັນແບບຢ່າງນໍາໜ້າໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດ ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ໂດຍສະເພາະ ການນຳພາຈັດຕັ້ງປະຕິບັດວຽກງານຕິດຕາມກວດກາການປະຕິບັດ ແລະ ເຄົາລົບກົດໝາຍ ແລະ ສັງຟ້ອງຜູ້ຖືກຫາຂຶ້ນສານຕັດສິນ ໃຫ້ໄດ້ຮັບຜົນສຳເລັດ.

ແຕງຕງ ຮອງຫວໜາອງການໄອຍະການປະຊາຊນສງສດ ຄນໃໝ - image 3
 

(ຂ່າວ:ຕຸໄລເພັດ ຂໍ້ມູນ ອອປສ)

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ ກອງຮ້ອຍທະຫານຊາຍແດນ 158

ໃນວັນທີ 7 ພຶດສະພານີ້, ຢູ່ທີ່ກອງຮ້ອຍທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ໂຄງການຕິດຕັ້ງໄຟຟ້າເຂົ້າປ້ອມຫ້ວຍອີ່ຮຸມ, ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມອບໂດຍສະຫາຍ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ. ກ່າວຮັບໂດຍສະຫາຍ ພັນຕີ ວົງໄຊ ເຮືອງລິດ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 158, ມີສະຫາຍ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງ, ພ້ອມດ້ວຍຄະນະຕິດຕາມຈາກແຂວງ, ເມືອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ຄໍາມ່ວນ ປະກາດສ້າງຕັ້ງ 5 ຕາແສງ ທີ່ຂຶ້ນກັບເມືອງທ່າແຂກ

ພິທີປະກາດສ້າງຕັ້ງ 5 ຕາແສງຂອງເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 7 ພຶດສະພານີ້, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ, ທ່ານ ຄໍາໜັ້ນ ສໍປະເສີດ ເລຂາຄະນະບໍລິຫານງານພັກເມືອງທ່າແຂກ, ພ້ອມດ້ວຍບັນດາການນໍາແຂວງ, ເມືອງ, ເລຂາພັກບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ກຽມສ້າງທາງເບຕົງເສີມເຫຼັກ ແລະ ປ້ອງກັນຕາຝັ່ງເຈື່ອນທົ່ວນະຄອນຫຼວງວຽງຈັນ

ພິທີເຊັນສັນຍາ ໂຄງການກໍ່ສ້າງ ເສັ້ນທາງເບຕົງເສີມເຫຼັກ ແລະ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ພຶດສະພາ 2026 ທີ່ໂຮງແຮມ ສຸພັດຕາ ວຽງຈັນ.
ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ໂຄງການປັບປຸງເສັ້ນທາງເທດສະບານເມືອງຊໍາເໜືອ ປັດຈຸບັນມີຄວາມຄືບໜ້າ 8.56%

ທ່ານ ດາວອນ ວົງລໍຄໍາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫົວພັນ ໄດ້ໃຫ້ສໍາພາດກ່ຽວກັບການປັບປຸງພັດທະນາເສັ້ນທາງພາຍໃນເທດສະບານເມືອງຊໍາເໜືອ ແຂວງຫົວພັນ ໃນໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ພຶດສະພາ ນີ້
ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ຝຶກອົບຮົມການສົ່ງຕໍ່ກໍລະນີໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ

ວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນໃຫຍ່ເມືອງນໍ້າບາກ ແຂວງຫຼວງພະບາງ, ໄດ້ຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກຳ ເພື່ອປົກປ້ອງການໃຊ້ແຮງງານເດັກ, ການສົ່ງຕໍ່ກໍລະນີ ໃຫ້ມີຄວາມປອດໄພແກ່ຜູ້ຈ້າງງານ ຫົວໜ່ວຍທຸລະກິດເອກະຊົນ ແລະ ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ຢູ່ເມືອງນ້ຳບາກ, ໂດຍເປັນປະທານ ຂອງ ທ່ານ ອາຄົມ ສັນຕິສຸກ ຮອງປະທານຄະນະກຳມະການປົກຄອງເມືອງນ້ຳບາກ, ມີຜູ້ຕາງໜ້າພະແນກການຂັ້ນແຂວງ, ຫ້ອງການທີ່ກ້ຽວຂ້ອງ, ພະນັກງານ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ປະຈໍາແຂວງຫຼວງພະບາງ ແລະ ຫົວໜ່ວຍ ທຸລະກິດ ເອກະຊົນ, ຜູ້ສະໜອງກະສິກຳຂັ້ນທ້ອງຖິ່ນ ເຂົ້າຮ່ວມ.
ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ສ່ວຍສາອາກອນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 257.81 ຕື້ກີບ

ທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ລາຍງານໃຫ້ຮູ້ໃນວັນທີ 6 ພຶດສະພານີ້ວ່າ: ໃນໄລຍະຜ່ານມາ, ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດເກັບກໍາຂໍ້ມູນດ້ານລາຍຮັບ, ຂຶ້ນແຜນຄາດຄະເນລາຍຮັບ ແລະ ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງເຮັດໃຫ້ໃນໄລຍະ 4 ເດືອນຕົ້ນປີ 2026 ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 76.69 ຕື້ກີບ, ທຽບໃສ່ແຜນເທົ່າກັບ 29.75% (ແຜນ 257.81 ຕື້ກີບ) ແລະ ທຽບໃສ່ໄລຍະດຽວປີຜ່ານມາເທົ່າກັບ 135.02%. ການຄຸ້ມຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງມີທັງໝົດ 1,418 ຫົວໜ່ວຍ.
ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

ເມືອງໄຊພູທອງ ປະກາດສ້າງຕັ້ງຕາແສງໂພນທາດ ເປັນຕາແສງທຳອິດຂອງເມືອງ

​ໃນວັນທີ 5 ພຶດສະພາຜ່ານມາ, ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງໂພນທາດ ຊຶ່ງເປັນຕາແສງທຳອິດຂອງເມືອງ ແລະ ເປັນຕາແສງທີ 2 ຂອງແຂວງສະຫວັນນະເຂດ ຈາກທັງໝົດ 67 ຕາແສງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຈາກພະແນກການຕ່າງໆ, ປະທານຄະນະກຳມະການປົກຄອງເມືອງ 13 ເມືອງ ແລະ 1 ນະຄອນ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ
ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ການນຳເມືອງໂຂງ ມອບເງິນ 15 ລ້ານກີບ ສົມທົບທຶນກໍ່ສ້າງທາງເບຕົງ ເຂົ້າບ້ານຫາດຊາຍຄູນ

ໃນວັນທີ 6 ພຶດສະພານີ້, ຄະນະພັກ-ອຳນາດການປົກຄອງເມືອງໂຂງ ແຂວງຈຳປາສັກ ໄດ້ນຳເອົາເງິນ 15.000.000 ກີບ ໄປມອບສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ບ້ານຫາດຊາຍຄູນ ເພື່ອຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງ, ໂດຍການເຂົ້າຮ່ວມ ແລະ ມອບຂອງ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍບັນດາທ່ານກຳມະການພັກເມືອງ; ຕາງໜ້າຮັບເງິນໂດຍ ທ່ານ ວັນນາ ອ່ອນຄຳໄພ ນາຍບ້ານຫາດຊາຍຄູນ ພ້ອມດ້ວຍຄະນະຈັດຕັ້ງບ້ານ.
2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ

ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ວ່າ: ໃນປີ 2026 ກະຊວງ ຍທຂ ໄດ້ຮັບການອະນຸມັດແຜນການລົງທຶນຂອງລັດ ຕາມເອກະສານແຈ້ງການຂອງກະຊວງການເງິນ ສະບັບເລກທີ 0400/ກງ, ລົງວັນທີ 23 ມັງກອນ 2026 ໃຫ້ຈັດຕັ້ງປະຕິບັດ 205 ໂຄງການ ງົບປະມາພາຍໃນປະຈໍາປີ 2026 ໄດ້ຮັບອະນຸມັດຈຳນວນ 987.33 ຕື້ກີບ (ງົບບ້ວງປົກກະຕິຈໍານວນ 687.33 ຕື້ກີບ ແລະ ບ້ວງກອງທຶນທາງ ຈໍານວນ 300.00 ຕື້ກີບ) ແລະ ທຶນຕ່າງປະເທດ ຈໍານວນ 2,186.73 ຕື້ກີບ ໂດຍແບ່ງອອກເປັນ 5 ປະເພດທຶນ ຊຶ່ງມີລາຍລະອຽດ ດັ່ງລຸ່ມນີ້:
ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ຮອງປະທານສູນກາງ ອພສ ພົບປະການນຳແຂວງຊຽງຂວາງ

ພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ເພັດສະໝອນ ດາວົງສອນ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ, ຊຶ່ງພະອາຈານໃຫຍ່ ວັນຄຳ ວົງສາສຸລິນ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງ ອົງການພຸດທະສາສະໜາສຳພັນລາວ, ເພື່ອໃຫ້ອົງການພຸດທະສາສະໜາສຳພັນລາວ ແຂວງຊຽງຂວາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຮັບຮູ້ ແລະຈັດຕັ້ງປະຕິບັດ.
ເພີ່ມເຕີມ