![]() |
ສະຫາຍ ພັນໂທ ວົງເດືອນ ອີນມີໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ເພື່ອກຽມຄວາມພ້ອມໃຫ້ງານພົບປະແລກປ່ຽນມິດຕະ ພາບວຽກງານປ້ອງກັນຊາດຢູ່ເຂດຊາຍແດນລະຫວ່າງ ລາວ-ຫວຽດນາມ-ຈີນ ຄັ້ງທີ I ປີ 2026. ຈາກນັ້ນ, ຕາງໜ້າແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ແຕ່ລະໜ້າວຽກ ແລະ ພ້ອມກັນຄົ້ນຄວ້າເອກະພາບຄືນກ່ຽວກັບຄວາມພ້ອມດ້ານຕ່າງໆ ຢ່າງກົງໄປກົງມາ.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນ ພ້ອມທັງຮຽກ ຮ້ອງໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດຕາມແຜນການ, ໂດຍສະເພາະການສ້າງແຜນການ, ແຜນເຄື່ອນໄຫວ, ແຜນງົບປະມານ ແລະ ອື່ນໆ ເພື່ອຮັບປະກັນໃຫ້ງານພົບປະແລກປ່ຽນມິດຕະພາບ ວຽກງານປ້ອງກັນຊາດ ເຂດຊາຍແດນຂັ້ນລັດຖະມົນຕີ ລາວ-ຫວຽດນາມ-ຈີນ ຄັ້ງທີ I ສໍາເລັດໄປດ້ວຍດີ.
ຂ່າວ: ຈິດ ເພັດພູທອງ

ຄໍາເຫັນ