ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ

ແຕ່ງຕັ້ງປະທານ-ຮອງປະທານ ຜູ້ປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ
ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການປ້ອງກັນຄວາມສະຫງົບ (ປກສ) ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ, ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຄະນະກຳມະ ການປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຕງຕງປະທານ-ຮອງປະທານ ຜປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ - image 1
 
 ທ່ານ ພົນຈັດຕະວາ ສີວັນທາ ເພຍສະຂາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແຂວງໃນໄລຍະ 6 ເດືອນຜ່ານມາວ່າ: ແຂວງຊຽງຂວາງມີຄວາມສະຫງົບໂດຍພື້ນ ຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລຽນ, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດມີ 2 ບ້ານຄື: ບ້ານຄັງວຽງ ເມືອງໝອກ ແລະ ບ້ານຍອດງື່ມ ເມືອງແປກ, ການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໃນໄລຍະ 6 ເດືອນຕົ້ນປີມີຄະດີເກີດຂຶ້ນທັງໝົດ 244 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 80 ຄົນ ຍິງ 11 ຄົນ, ຄົນຕ່າງປະເທດ 20 ຄົນ, ໃນນີ້, ຄະດີອາຍາ 55 ເລື່ອງ, ຄະດີຄ້າມະນຸດ 12 ເລື່ອງ, ຄະດີລັກຊັບພົນລະເມືອງ 28 ເລື່ອງ, ຄະດີເສດຖະກິດ 69 ເລື່ອງ, ອັກຄີໄພເກີດຂຶ້ນ 8 ຄັ້ງ ສາມາດທັບມ້າງຄະດີຊື້-ຂາຍຢາເສບຕິດໄດ້ 39 ລາຍ, ອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນຫຼວງ 69 ຄັ້ງ, ປະຊາຊົນລັກລອບຂຸດຄົ້ນແຮ່ຄຳຊະຊາຍຖືກດິນຍຸບທັບຢູ່ຈຸດ 8 ພູແຮ້ ແລະ ບ່ອນອື່ນໆເສຍຊີວິດ 2 ຄົນ, ບາດເຈັບ 4 ຄົນ. 
 ທ່ານ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 117/ຄລສພ, ລົງວັນທີ 4 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະ ການຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຕົກລົງແຕ່ງຕັ້ງທ່ານ ພູວົງ ອຸ່ນຄຳແສນ ເປັນປະທານ, ທ່ານ ບົວເງິນ ຫຸມໄຊຍະພົມ ເປັນຮອງປະທານ, ທ່ານ ພົນຈັດຕະວາ ວັນທອງ ພົງສະຫວັນ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ທ່ານ ພົນຈັດຕະວາ ສີວັນທາ ເພຍສະຂາ ເປັນຮອງປະທານ, ທ່ານ ບຸນເຮືອງ ສຸລິໄຊ ເປັນກຳມະການ, ທ່ານ ຄຳວຽນ ສີຫານາດ ເປັນກຳມະການ, ທ່ານ ພັນເອກ ມີສຸກ ຂັນທະຍົງທອງ ເປັນກຳມະການ, ທ່ານພັນເອກ ບົວລອຍ ດວງລາວົງ ເປັນກຳມະການ, ທ່ານພັນເອກ ໂພໄຊ ອຸດົມສຸກ ເປັນກຳມະການ. 
ແຕງຕງປະທານ-ຮອງປະທານ ຜປະຈຳການ ແລະ ຄະນະກຳມະການ ປກສ ແຂວງຊຽງຂວາງ - image 2
 
 ໂອກາດນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະທີ່ຖືກແຕ່ງຕັ້ງ ປະຕິບັດຕາມສິດໜ້າທີ່ ທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ຊີ້ນໍາການລົງກໍ່ສ້າງຮາກຖານການເມືອງ ສະກັດກັ້ນການລັກລອບຊື້-ຂາຍຢາເສບຕິດ, ການລັກລອບຂຸດຄົ້ນແຮ່ຄຳ, ການຈັບຈອງທີ່ດິນຊະຊາຍ, ສຶກສາອົບຮົມການເມືອງແນວຄິດໃຫ້ມີຈິດໃຈຮັກຊາດ, ຮັກສາໄດ້ຄວາມສະຫງົບທົ່ວປວງຊົນ, ກຳໄດ້ສະພາບ ແລະ ຄຸ້ມຄອງຄົນຕ່າງປະເທດເຂົ້າ-ອອກແຂວງ, ເມືອງ, ແບ່ງຄວາມຮັບຜິດຊອບ, ປະສານວຽກງານໃຫ້ວ່ອງ ໄວ, ແກ້ໄຂບັນຫາຢ່າງເດັດຂາດ ທັນການ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ກອງປະຊຸມວາງມາດຕະການຕ້ານສະກັດກັ້ນ ແລະ ປາບປາມອາຊະຍາກຳສັດປ່າຂ້າມຊາດ

ໃນວັນທີ 17 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໄດ້ມີການຈັດກອງປະຊຸມລາຍງານການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ໃນຄະດີອາຊະຍາກຳສັດປ່າຂ້າມຊາດ ທີ່ຕິດພັນກັບຮ້ານຂາຍເຄື່ອງທີ່ລະນຶກ ພ້ອມທັງວາງແຜນຕິດຕາມກວດກາ, ຕ້ານ ແລະ ສະກັດກັ້ນ ໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວີໄລ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ພັນເອກ ຂາວພອນ ພົມມະຈັນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ແລະ ທ່ານ ແສງເພັດ ຮຸ່ງດວງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ, ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ພະນັກງານປະຕິວັດທີ່ມີຜົນງານໃນເມື່ອກ່ອນ ຢູ່ແຂວງຫຼວງພະບາງ ໄດ້ຮັບເງິນນະໂຍບາຍ ງວດທີ II

ວັນທີ 17 ກັນຍາ 2026 ນີ້ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ຈັດພິທີເບີກຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ແກ່ພະນັກງານປະຕິວັດຜູ້ຍັງມີຊີວິດ ທີ່ມີຜົນງານໃນເມື່ອກ່ອນ, ໂດຍເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຜູ້ຕາງໜ້າຈາກພະແນກການຂະແໜງການທີ່ກ່ຽວຂ້ອງ ແລະຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ທ່ານ ກິແກ້ວ ໄຂຄຳພິທູນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງຄົງເຊໂດນ

ໃນວັນທີ 17 ກັນຍາ 2026, ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ), ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ, ຊຸກຍູ້ວຽກງານ ແລະ ເຮັດວຽກຢູ່ເມືອງຄົງເຊໂດນ ແຂວງສາລະວັນ. ຕ້ອນຮັບ ທ່ານ ປະທານ ສນຊ ແລະ ຄະນະໃນຄັ້ງນີ້ ມີ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ, ຕາແສງ, ບ້ານ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງພ້ອມ ພຽງ ຢູ່ທີ່ຫ້ອງວ່າການປົກຄອງເມືອງຄົງເຊໂດນ.
ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ເຄື່ອນໄຫວຕິດຕາມ ເບິ່ງຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ

ໃນລະຫວ່າງວັນທີ 16-17 ກັນຍາ 2026,ທ່ານ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ພ້ອມທັງ ຕິດຕາມ, ກວດກາ ເບິ່ງຜົນກະທົບໄພພິບັດນໍ້າຖ້ວມ ຢູ່ ແຂວງອຸດົມໄຊ ທ່ານພ້ອມຄະນະນຳ ຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ລົງພື້ນທີ່ ບ້ານນາງີ້ວ, ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນໍ້າບາກ ຕາແສງພູໄຊ, ເມືອງໄຊ ທີ່ໄດ້ຮັບຜົນກະທົບນໍ້າໄຫຼຊຸແຮງ ໃນທ້າຍເດືອນ ສິງຫາ 2026 ຜ່ານມາ.
ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ເສັ້ນທາງ 450 ປີ ໜຶ່ງໃນແລວເສດຖະກິດຂອງນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງເສັ້ນທາງ 450 ປີ ເປັນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ VIII, IX ຂອງສູນກາງພັກ ກ່ຽວກັບການຫັນຊັບສິນເປັນທຶນ ແລະ ປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກ ນະຄອນຫຼວງວຽງຈັນ ທີ່ໄດ້ກໍານົດເອົາ 13 ແຜນງານ 160 ໂຄງການ ແລະ 21 ໂຄງການຈຸດສຸມ ເພື່ອພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ແມ່ນແນໃສ່ຍົກລະດັບພື້ນຖານໂຄງລ່າງຂອງເມືອງຫຼວງ ເປັນເທສະບານ ໃຫ້ມີໃບໜ້າໃໝ່, ຮັບໃຊ້ງານມະຫາກໍາຊີເກມ ຄັ້ງທີ 25 ແລະ ງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ.
ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ສາລະວັນ ຜັນຂະຫຍາຍຜົນກອງປະຊຸມວຽກງານກວດກາທົ່ວປະເທດ ຕິດພັນກັບວຽກງານກວດກາທົ່ວແຂວງ

ແຂວງສາລະວັນ ດຳເນີນກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຕິດພັນກັບການສະຫຼຸບຕີລາຄາການເຄືີ່ອນໄຫວວຽກງານກວດກາທົ່ວແຂວງ ໄລຍະ 5 ປີ 2021-2026, ໃນວັນທີ 17 ກັນຍາຜ່ານມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະກວດກາແຂວງ, ປະທານກວດກາເມືອງ ແລະ ປະທານຄະນະກວດກາພະແນກການ ອົງການອ້ອມຂ້າງແຂວງເຂົ້າຮ່ວມ.
ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

ກາເຟມິຣາໂຄລາວ ຮ່ວມຮັບໃຊ້ກອງປະຊຸມ 3RC-CCM ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ຕ່າງປະເທດ

​ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຜະລິດຕະພັນຂອງຄົນລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ, ຜະລິດຕະພັນກາເຟ "ມິຣາໂຄລາວ" (Miracle Lao) ໄດ້ເຂົ້າຮ່ວມບໍລິການເຄື່ອງດື່ມກາເຟໃຫ້ບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ 3RC-CCM ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ.
ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ອາຫານລາວພື້ນບ້ານ ເນັ້ນສຸຂະພາບ ສືບສານພູມປັນຍາທ້ອງຖິ່ນ

ປະເທດລາວ ອຸດົມສົມບູນໄປດ້ວຍພືດພັນທັນຍາຫານທໍາມະຊາດທີ່ຫຼາກຫຼາຍ ນັບທັງປຸງແຕ່ງເປັນອາຫານ, ປຸງແຕ່ງຢາເພື່ອປິ່ນປົວພະຍາດ-ຮັກສາສຸຂະພາບ ແລະ ນໍາໃຊ້ເຂົ້າໃນວຽກງານອຸດສາຫະກໍາຕ່າງໆ.
ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ຜົ້ງສາລີ ວາງວິໄສທັດຮອດປີ 2030ຈະສຸມໃສ່ພັດທະນາຕາມ 5 ທ່າແຮງຫຼັກ

ແຂວງຜົ້ງສາລີໄດ້ວາງວິໃສທັດຮອດປີ 2030 ຈະນຳພາເສດຖະກິດຂອງແຂວງໃຫ້ເປັນເອກະລາດ ສຸມໃສ່ພັດທະນາຕາມ 5 ທ່າແຮງບົ່ມຊ້ອນປາຍແຫຼມຂອງແຂວງ, ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສົມດຸນຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງນຳເອົາປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາຂອງພັກ ແຂວງຜົ້ງສາລີ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ

ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະຄັ້ງ ບັນລຸຕາມຄາດໝາຍ ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃຫ້ປະຊາຊົນລາວບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນລຳດັບ.
ເພີ່ມເຕີມ