ຊຸດອົບຮົມວຽກງານປ້ອງກັນພາຍໃນຄັ້ງທີ III ທົ່ວທະຫານແຂວງຫຼວງພະບາງ

ທະຫານແຂວງຫຼວງພະບາງ ຈັດຊຸດອົບຮົມວຽກງານປ້ອງກັນພາຍໃນຄັ້ງທີ III

ທະຫານແຂວງຫຼວງພະບາງ ຈັດຊຸດອົບຮົມວຽກງານປ້ອງກັນພາຍໃນຄັ້ງທີ III
ຊຸດອົບຮົມວຽກງານປ້ອງກັນພາຍໃນຄັ້ງທີ III ທົ່ວທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນຕອນເຊົ້າວັນທີ 20 ພະຈິກ 2024 ນີ້,

ຢູ່ທີ່ຫ້ອງປະຊຸມກອງພັນນ້ອຍ 415 ທະຫານແຂວງ, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງ, ມີຄະນະພັກ - ຄະນະບັນຊາອົງການ 6 ຫ້ອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານທີ່ເຮັດວຽກງານປ້ອງກັນພາຍໃນທົ່ວທະຫານແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ສອນເພັດ ພັນທະວົງ ຄະນະພັກຮາກຖານ ຫົວໜ້າພະແນກປ້ອງກັນພາຍໃນ ຫ້ອງການເມືອງທະຫານແຂວງ ໄດ້ຂຶ້ນຜ່ານແຜນການອົບຮົມວ່າ: ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ປະກອບມີ: ຂໍ້ກໍານົດຂອງກະຊວງປ້ອງກັນປະເທດ ວ່າດ້ວຍວຽກງານປ້ອງກັນພາຍໃນ ກອງທັບປະຊາຊົນລາວ, ເອກະສານວ່າດ້ວຍໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາ ຕໍ່ກັບວຽກງານປ້ອງກັນພາຍໃນ, ເອກະສານການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໃນກອງທັບປະຊາຊົນລາວ, ເອກະສານວ່າດ້ວຍໜ້າທີ່ ນັກຮົບປ້ອງກັນ ຂັ້ນໝູ່ໃນກອງທັບປະຊາຊົນລາວ, ເອກະສານດ່ຽວກັບຕີລາຄາແບ່ງປະເພດຄຸນນະພາບການເມືອງພາຍໃນ, ເອກະສານວຽກງານກຳ ແລະ ຄຸ້ມຄອງສະພາບການເມືອງພາຍໃນ, ຄວາມຮູ້ກ່ຽວກັບການດໍາເນີນຄະດີອາຍາ, ບົດບັນທຶກເອົາຄໍາໃຫ້ການຜູ້ຖືກຫາ, ວິທີເຮັດບົດສະຫຼຸບຄະດີ ແລະ ບົດລາຍງານ.
ສະຫາຍ ພັນເອກ ວິລະສິນ ມິດຕະພອນ ໄດ້ກ່າວວ່າ: ການຈັດຕັ້ງຝຶກອົບຮົມວຽກງານປ້ອງກັນພາຍໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮູ້ ແລະ ເຊື່ອມຊືມກໍາແໜ້ນຢ່າງເລິກເຊິ່ງຕໍ່ກັບມະຕິ, ຄໍາສັ່ງ ແນວທາງແຜນນະໂຍບາຍຂອງພັກ, ບັນດາກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ ກໍຄືໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ເລິກເຊິ່ງ, ພ້ອມທັງຮຽກຮ້ອງໃຫ້ນັກສໍາມະນາກອນ ສຸມສະຕິປັນຍາຄົ້ນຄ້ວາກໍາແໜ້ນເນື້ອໃນຈິດໃຈຂອງການຝຶກອົບຮົມ, ເພີ່ມຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດລະບຽບວິໄນການຂຶ້ນຫ້ອງລົງຫ້ອງ ເພື່ອຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ສະງົບປອດໄພ.
(ຂ່າວ: ບຸນເພັງ ວົງແກ້ວມະນີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມ 3 ພາກສ່ວນແລກປ່ຽນວຽກງານວິຊາການ

ຊາວໜຸ່ມ 3 ພາກສ່ວນແລກປ່ຽນວຽກງານວິຊາການ

ກອງປະຊຸມແລກປ່ຽນວິຊາການ 3 ຝ່າຍ ລະຫວ່າງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຊາວໜຸ່ມກະຊວງການຕ່າງປະເທດ ແລະ ຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດຂຶ້ນໃນວັນທີ 12 ມີນາຜ່ານມາທີ່ ສມປຊ ໂດຍການເປັນປະທານຮ່ວມຂອງສະຫາຍ ໄມທອງ ທໍາມະວົງສາ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ສຸລິຍາ ແກ້ວພິລະວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ, ມີຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງ 3 ພາກສ່ວນເຂົ້າຮ່ວມ.
ຮັບຮອງເອົາ 3 ບ້ານທີ່ຂຶ້ນກັບເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ຮັບຮອງເອົາ 3 ບ້ານທີ່ຂຶ້ນກັບເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ພິທີປະກາດຮັບຮອງເອົາບ້ານວັດຈັນ, ບ້ານມີໄຊ ແລະ ບ້ານຫາຍໂສກ ເມືອງຈັນທະບູລີ ເປັນບ້ານປ້ອງກັນຊາດເຂັ້ມແຂງ, ເປັນບ້ານທີ 10, 11, 12 ແລະ ເປັນບ້ານທີ 112, 113, 114 ຂອງນະຄອນຫຼວງວຽງຈັນ(ນວ) ຈັດຂຶ້ນໃນວັນທີ 12 ມີນາຜ່ານມາ, ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງຈັນທະບູລີ ແລະ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຫົວໜ້າກອງບັນຊາການທະຫານ ນວ, ມີສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານທະຫານ ນວ, ຄະນະພັກ-ຄະນະບັນຊາ, ບັນດາອົງການຈັດຕັ້ງບ້ານ, ນາຍບ້ານ ຕະຫຼອດຮອດປະຊາຊົນທັງ 3 ບ້ານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເປີດໂຄງການສຽງປະສານແຫ່ງມໍຣະດົກລາວ

ເດິ ເປຍນິສ ວຽງຈັນ (The Pianist Vientiane) ໄດ້ຈັດພິທີເປີດໂຄງການສຽງປະສານແຫ່ງມໍຣະດົກລາວ (A Symphony of Heritage) ຂຶ້ນຢ່າງເປັນທາງການ ໃນວັນທີ 12 ມີນາຜ່ານມານີ້ ທີ່ໂຮງແຮມສຸພັດຕາວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳດ້ານວັດທະນະທຳ, ທ່ານ Jean-Gabriel Duss ທູດສະວິດ ປະຈຳລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະການດ້ານວັດທະນະທຳສັງຄົມ ສະພາທິດສະດີສູນກາງພັກ ອະດີດລັດຖະມົນຕີກະຊວງ ຖວທ, ມີບັນດາຄູ-ອາຈານອາວຸໂສ, ຜູ້ຊ່ຽວຊານດ້ານປະຫວັດສາດດົນຕີ, ນັກຄົ້ນຄວ້າ, ນັກຂຽນ ແລະ ນັກທຸລະກິດໄວໜຸ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ຕອນບ່າຍວັນທີ່ 12 ມີນານີ້, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກໍາມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ຕໍ່ສື່ມວນຊົນວ່າ: ໃນປີ 2026 ນີ້, ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ຈະໄດ້ຈັດຫຼາຍກິດຈະກຳ ໃນລະຫວ່າງວັນທີ່ 11 ຫາ ວັນທີ່ 20 ເມສາ, ມາຮອດປັດຈຸບັນ ໄດ້ສຳເລັດການປຶກສາຫາລື ໃນການກະກຽມວຽກງານແຕ່ລະດ້ານ ແລະ ໄດ້ມອບໝາຍແຕ່ລະວຽກ ໃຫ້ແຕ່ລະອານຸກຳມະການ ດຳເນີນການຈັດຕັ້ງປະຕິບັດໜ້າວຽກທີ່ຕົນຮັບຜິດຊອບ, ໂດຍໄດ້ສ້າງແຜນລາຍການເຄື່ອນໄຫວບຸນ, ລະບຽບການຫຼິ້ນບຸນ, ຂະບວນແຫ່ ໃນພິທີແຫ່ຫວໍ່ ແລະ ພິທີອະຣາດທະນາອັງເຊີນພະບາງລົງຫົດສົງ, ຕິດພັນກັບວຽກງານອັນເລັ່ງດ່ວນທີ່ສຸດ ຄືວຽກການລະດົມທຶນ ແລະ ວຽກງານປຸກລະດົມ-ຮັບສະໝັກນາງສາວງາມ ເຂົ້າປະກວດນາງສັງຂານ, ເພື່ອໃຫ້ສັງຄົມໄດ້ມີສ່ວນຮ່ວມ ກັບງານບຸນປະເພນີ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ໃນວັນທີ 12 ມີນານີ້ ທີ່ສະໂມສອນແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ຜູ້ຊີ້ນຳວຽກງານຮອບດ້ານແຂວງໄຊສົມບູນ ໄດ້ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ; ບັນດາສະຫາຍ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງບັນດາພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ວັນທີ 12 ມີນາ 2026, ກຳມະບານຮາກຖານຄະນະກວດກາແຂວງສາລະວັນ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ວາງທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງອາລຸນ ຈັນທະລາດ ຮອງປະທານຄະນະກວດກາພັກ ອົງການກວດກາລັດແຂວງ, ປະທານກຳມະບານຮາກຖານຄະນະກວດກາພັກ.
ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງພົນທີ 5 ປະຈຳໄຕມາດທີ I ແລະ ວາງທິດທາງແຜນການ ປະຈຳໄຕມາດທີ II ປີ 2026, ບັນດາຫົວໜ່ວຍກົມ-ກອງ ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດຂຶ້ນໃນວັນທີ 11 ມີນາຜ່ານມານີ້ ຢູ່ທີ່ກອງພັນ13 ກອງພັນໃຫຍ່ 501 ໃນກອງພົນທີ 5 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ມີພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ໃນວັນທີ 11 ມີນາ 2026ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີ ທ່ານ ຫານ ຫຸຍຫຼູ ປະທານບໍລິສັດ ແລະ ຄະນະໃຫ້ການຕ້ອນຮັບ.
ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຮັກສາການປະທານສານປະຊາຊົນສູງສຸດ ລະຫວ່າງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ ໃໝ່) ຂຶ້ນໃນວັນທີ 11 ມີນາ ນີ້ ທີ່ສານປະຊາຊົນສູງສຸດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງມີພະນັກງານການນຳຈາກສານປະຊາຊົນສູງສຸດ ແລະ ກະຊວງ ຍຸຕິທຳ ເຂົ້າຮ່ວມ.
ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນເສຍອົງຄະ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ ຫ້ອງປະຊຸມຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະຫະພັນຊາວໜຸ່ມ, ມີທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ ກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳ 3 ອົງ ການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ