ຖະແຫຼງຂ່າວ ການດໍາເນີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ

ຖະແຫຼງຂ່າວ ການດໍາເນີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ
ສະຫາຍ ກິແກ້ວ ໄຂຄຳພິທູນ ກໍ​າມະ​ການ​ກົມ​ການ​ເມືອງສູນກາງພັກ ຫົວໜ້າກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້​ຖະ​ແຫຼງ​ຂ່າວ ໃນ​ວັນ​ທີ 4 ມັງ​ກອນ 2026 ທີ່ ນ​ະຄອນຫຼວງວຽງ​ຈັນ ໃຫ້​ຮູ້ວ່າ: ຂ້າພະເຈົ້າ ຂໍອະນຸຍາດຕາງໜ້າໃຫ້ກອງເລຂາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມດ້ວຍປະເທດເພື່ອນມິດໃກ້-ໄກ ຊາບທົ່ວເຖິງກັນວ່າ ໂດຍປະຕິບັດຕາມກົດລະບຽບຂອງພັກ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ຈະໄດ້ເປີດຂຶ້ນຢ່າງເປັນທາງການ ໃນ​ວັນ​ທີ 6 ມັງກອນ 2026 ແລະ ຈະດໍາເນີນໄປຈົນເຖິງວັນທີ 8 ມັງກອນ 2026, ໃຊ້ເວລາ 3 ວັນເຕັມ ທີ່​ນະ ຄອນຫຼວງ​ວຽງ​ຈັນ.

ກອງປະຊຸມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ນອກນີ້ ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະຫວັດສາດອັນໃຫຍ່ຫຼວງ ຂອງພັກ ແລະ ຂອງຊາດ ຊຶ່ງຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະປະກອບດ້ວຍວາລະສໍາຄັນ ຄື:

ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ( ຮ່າງໂຄງການການເມືອງ ສະບັບທີ 03 ຂອງພັກ, ( ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ( ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ( ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຊຶ່ງເອກະສານເຫຼົ່ານັ້ນ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ.

ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນ ຂອງກອງປະຊຸມໃຫຍ່ ມີເນື້ອໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ... ອະນຸກໍາມະການທີ່ກ່ຽວຂ້ອງໄດ້ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວລົງທາບທາມ, ລະດົມຄວາມເຫັນ ຢ່າງກວ້າງຂວາງ ດ້ວຍຫຼາກຫຼາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນ ນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫຼາຍຫຼົບຫຼາຍຕ່າວ ເພື່ອເຮັດໃຫ້ເອກະສານຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວປວງຊົນລາວທັງຊາດ ຢ່າງແທ້ຈິງ.

ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນ ໜັກໜ່ວງ ທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້.

ບົນຈິດໃຈ ທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ ກອງປະຊຸມໃຫຍ່ດໍາເນີນໄປຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ. ອະນຸກໍາມະການຮັບຜິດຊອບໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມບຸກຄະກອນຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອຮັບປະກັນໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ໂດຍລວມແລ້ວ ຜ່ານຂະບວນການຫ້າງຫາກະກຽມ ຢ່າງເປັນລະບົບ ແຕ່ປີ 2023 ເປັນຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ. ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ແມ່ນຂະບວນການອັນກວ້າງຂວາງຂອງມະຫາຊົນ ຊຶ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປ ຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດ ສໍາຄັນໃຫຍ່ຫຼວງຫຼາຍດ້ານຜ່ານມາ, ສ້າງພື້ນຖານທີ່ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄື ຍ່ານທາງສືບຕໍ່ຈັດຕັ້ງປະຕິບັດ ໃນສະໄໝທີ XII ຂອງພັກ.

ມາຮອດເວລານີ້ ຖືເປັນເວລາອັນມີສະຫງ່າລາສີ, ເປັນເວລາທີ່ມີຄວາມສຸກງອມ ແລະ ເປັນເວລາທີ່ພວກເຮົາໄດ້ມີຄວາມພ້ອມ ຢ່າງຮອບດ້ານແລ້ວ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ທີ່ກໍາລັງຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 6 ຫາວັນທີ 8 ມັງກອນ 2026 ທີ່ຈະມາເຖິງນີ້.

ໃນນາມຕາງໜ້າກອງເລຂາກອງປະຊຸມໃຫຍ່ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ.

ໃນໄລຍະດໍາເນີນກອງປະຊຸມໃຫຍ່ ຍັງຈະມີຂ່າວປະຈໍາວັນ ເພື່ອແຈ້ງໃຫ້ທົ່ວປວງຊົນລາວທັງຊາດໄດ້ຮັບຊາບຜົນຂອງການດໍາເນີນກອງປະຊຸມໃຫຍ່ ໃນແຕ່ລະວັນ ແລະ ພາຍຫຼັງສຳເລັດການດຳເນີນກອງປະຊຸມໃຫຍ່, ຂ້າພະເຈົ້າ ຍັງຈະລາຍງານຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ສໍານັກຂ່າວ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຢ່າງເປັນທາງການຕື່ມອີກ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ກອງປະຊຸມຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ໃນວັນທີ 18 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປັນປະທານກອງປະຊຸມຄົ້ນຄວ້າ ແລະ ຜ່ານນິຕິກຳ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຮອງປະທານຄະນະຊີ້ນຳລະດັບຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະຊີ້ນໍາ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ຄຳເວົ້າອັນຊົງຄຸນຄ່າຂອງທ່ານ ທອງລຸນ ສີສຸລິດ ໃນພິທີລົງນາມສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ 2008

ເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM), ພວກເຮົາຂໍຫວນຄືນເຖິງຄຳເວົ້າອັນຊົງຄຸນຄ່າຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສປປ ລາວ ທີ່ເຄີຍກ່າວໄວ້ໃນພິທີລົງນາມສົນທິສັນຍາດັ່ງກ່າວໃນປີ 2008 ວ່າ:
ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ເປີດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ຂຶ້ນຢ່າງເປັນທາງການ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ,
ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ນາຍົກລັດຖະມົນຕີ ຕ້ອນຮັບການນຳກະຊວງກະລາໂຫມຣາຊະອານາຈັກໄທ

ໃນວັນທີ 9 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບທ່ານພົນໂທ ອະດຸນ ບຸນທໍາຈະເຣີນ ລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທຄັ້ງທີ 30 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ເລຂາທິການໃຫຍ່ໂອ້ລົມ ກອງປະຊຸມສໍາມະນາ “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກ ຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ“

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

ໃນວັນທີ 1 ກັນຍາຜ່ານມານີ້ ທີ່ ນະຄອນຫຼວງບິສະເກັກ ສ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).
ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ປະທານປະເທດ ເດີນທາງເຖິງ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມຢ່າງເປັນທາງການ

ໃນຕອນຄໍ່າຂອງວັນທີ 2 ກັນຍາ ຜ່ານມາ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງອາສຕານາ ສາທາລະນະລັດ ກາຊັກສະຖານ ເພື່ອດໍາເນີນການຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.
ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ປະທານປະເທດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ 31 ສິງຫາ -1 ກັນຍາ

ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (the Shanghai Cooperation Organization Plus Meeting) ຈັດຂຶ້ນພາຍໃຕ້ຄໍາຂວັນ “ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງຂອງລະບຽບໂລກທີ່ຍຸຕິທໍາ: ການປະກອບສ່ວນຂອງບັນດາປະເທດ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ (the United Nations as a Key Element of a Fair World Order: the Contribution of the SCO Plus States to the Formation of a Multipolar World)” ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນທາງການ.
ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ປະທານປະເທດ ພົບປະສອງຝ່າຍກັບ ປະທານາທິບໍດີ ກຽກກິດສະຖານ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ທີ່ ນະຄອນຫຼວງ ບິສະເກັກ ສ ກຽກກິດສະຖານ.
ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່  2026 - 2027

ສານຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດເປີດສົກຮຽນໃໝ່ 2026 - 2027

ເນື່ອງໃນໂອກາດເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້.
ເພີ່ມເຕີມ