ຖະແຫຼງຂ່າວຜົນກອງປະຊຸມສຸດຍອດ ລັດຖະສະພາ CLV ຄັ້ງທີ 1 

ຖະແຫຼງຂ່າວຜົນກອງປະຊຸມສຸດຍອດ ລັດຖະສະພາ CLV ຄັ້ງທີ 1 
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ  ຖະແຫຼ່ງຂ່າວກ່ຽວກັບຜົນສໍາເລັດ ຂອງການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ  (CLV) ຄັ້ງທີ 1 ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 6 ທັນວານີ້ ວ່າ: ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5 ທັນວາ 2023 ແລະ ດຳເນີນໄປເປັນເວລາ 2 ວັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີບົດບາດ ຂອງລັດຖະສະພາ ໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ’’.  ກອງປະຊຸມໄດ້ຮັບກຽດຢ່າງສູງຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວສູນທອນພົດ ຕໍ່ພິທີເປີດກອງປະຊຸມ ແລະ ມີບັນດາຜູ້ແທນຂັ້ນສູງ ຈາກສະພາແຫ່ງຊາດ 3 ປະເທດ ໄດ້ໃຫ້ກຽດເຂົ້າຮ່ວມຄື:
1)    ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ;
2)    ທ່ານ ເວືອງ ດິງ ເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ;
3)    ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ນອກຈາກນັ້ນ, ຍັງມີ ບັນດາທ່ານ ຮອງປະທານສະພາແຫ່ງຊາດ, ທ່ານລັດຖະມົນຕີ, ປະທານ ແລະ ຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີຈາກ ກະຊວງປ້ອງກັນປະເທດ,  ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ, ປະທານ ແລະ ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ຈາກ 4 ແຂວງ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ  CLV ຂອງ ສປປ ລາວ, ທ່ານເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ 3 ປະເທດເຂົ້າຮ່ວມ.
ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ນີ້ ໄດ້ມີ 3 ກອງປະຊຸມຍ່ອຍ ແບ່ງອອກເປັນ 3 ຂົງເຂດ ຄື: 1) ກອງປະຊຸມວຽກງານດ້ານການເມືອງ ແລະ ການຕ່າງປະເທດ;  2) ກອງປະຊຸມວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ;  3) ກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
 ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ແລະ ໄດ້ມີການປະກອບຄຳຄິດຄຳເຫັນຈາກສະມາຊິກສະພາແຫ່ງຊາດ ຂອງບັນດາແຂວງ ທີ່ຢູ່ໃນເຂດສາມຫຼ່ຽມພັດທະນາ ຂອງ 3 ປະເທດ ຕໍ່ກັບການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ແຜນງານ, ໂຄງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານ ສາມປະເທດ ໄດ້ລົງນາມຮ່ວມກັນ ໃນເຂດສາມຫຼ່ຽມພັດທະນາ CLV ທີ່ສາມາດບັນລຸຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະ ພື້ນຖານໂຄ່ງລ່າງໃນເຂດສາມຫຼ່ຽມພັດທະນາ ໄດ້ຮັບການປັບປຸງ-ຍົກລະດັບໃຫ້ດີຂຶ້ນ ເພື່ອເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ ການຄ້າ, ການລົງທຶນ, ການຂົນສົ່ງ ແລະ ການທ່ອງທ່ຽວ ພ້ອມທັງການໄປມາຫາສູ່ກັນຂອງປະຊາຊົນ ຢູ່ເຂດສາມຫຼ່ຽມພັດທະນາ CLV ເປັນການປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ  ນັບມື້ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເປັນລຳດັບ.
 ເຖິງຢ່າງໃດກໍຕາມ, ການພັດທະນາຢູ່ໃນບໍລິເວນເຂດສາມຫຼ່ຽມ CLV ຍັງມີຄວາມຮຽກຮ້ອງຕ້ອງການພັດທະນາຫຼາຍດ້ານກວ່ານີ້ ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ, ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກ, ການສ້າງວຽກເຮັດງານທໍາ ແລະ ລາຍໄດ້ ໃຫ້ແກ່ປະຊາຊົນ ຢູ່ໃນເຂດສາມຫຼ່ຽມພັດທະນາ CLV. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ຍົກສູງ ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມ ເພື່ອຊອກຫາວິທີການ ແລະ ມາດຕະການ ທີ່ສອດຄ່ອງ  ເໝາະສົມ ເພື່ອເຮັດໃຫ້ເຂດດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນກ່ວາເກົ່າ. ພ້ອມກັນນີ້, ສະພາແຫ່ງຊາດ 3 ປະເທດ ຈະຕ້ອງໄດ້ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ແຜນງານ, ໂຄງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານ 3 ປະເທດ ໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິພາບ ປະສິດທິຜົນ, ພ້ອມທັງສ້າງເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ການປົກປັກຮັກສາຄວາມສະຫງົບ ແລະ ຄວາມປອດໄພ, ການເຊື່ອມໂຍງ-ເຊື່ອມຈອດ, ການພັດທະນາດ້ານເສດຖະກິດ, ການຮ່ວມມືທາງດ້ານວັດທະນະທໍາ-ສັງຄົມ ແລະ ການສົ່ງເສີມຄວາມຈະເລີນກ້າວໜ້າ ແລະ ການພັດທະນາແບບຍືນຍົງ ໃນເຂດສາມຫຼ່ຽມພັດທະນາ CLV ເຮັດໃຫ້ກາຍເປັນອົງປະກອບທີ່ສໍາຄັນໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ປີ 2025 ດ້ວຍການກໍານົດແນວທາງນະໂຍບາຍ ຂອງແຕ່ລະປະເທດຕໍ່ເຂດສາມຫຼ່ຽມພັດທະນາ ໃຫ້ມີຄວາມແທດເໝາະກັບສະພາບຕົວຈິງ ແລະ ສອດຄ່ອງກົມກຽວກັນ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ໃຫ້ປະຖິ້ມຜູ້ໃດໄວ້ຢູ່ເບື້ອງຫຼັງ.
      ພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານ ຂອງກະຊວງທີ່ກ່ຽວຂ້ອງ ຂອງລັດຖະບານ ໃນໄລະຍະຜ່ານມາ, ປະທານສະພາແຫ່ງຊາດ ຂອງ 3 ປະເທດ CLV ໄດ້  ລົງນາມຖະແຫຼງການຮ່ວມກັນ ຊຶ່ງມີເນື້ອໃນສໍາຄັນ ດັ່ງນີ້:
1.    ດ້ານການເມືອງ ແລະ ວຽກງານການຕ່າງປະເທດ
1)    ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມ ໃຫ້ລັດຖະບານ 3 ປະເທດ ຮ່ວມມືກັນຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ, ແຜນປະຕິບັດງານ, ໂຄງການຮ່ວມມືຕ່າງໆ ທີ່ 3 ຝ່າຍໄດ້ລົງນາມກັນ ຢ່າງຕັ້ງໜ້າ; 
2)    ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມ ລັດຖະບານ 3 ປະເທດ ຮ່ວມມືກັນແກ້ໄຂບັນຫາການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງດອງຜິດກົດໝາຍ ແລະ ການຕັ້ງພູມລຳເນົາຜິດລະບຽບກົດ        ໝາຍ ຂອງປະຊາຊົນໃນຂອບເຂດບໍລິເວນຊາຍແດນ CLV;
3)    ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງສະພາແຫ່ງຊາດ 3 ປະເທດ ເພື່ອສົ່ງເສີມສັນຕິພາບ, ມິດຕະພາບ, ຄວາມສາມັກຄີ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ ໃນບໍລິເວນເຂດສາມຫຼ່ຽມພັດທະນາ;
4)    ຊຸກຍູ້ບັນດາສະມາຊິກສະພາແຫ່ງຊາດ ທີ່ປະຈໍາຢູ່ແຂວງໃນເຂດສາມຫຼ່ຽມພັດທະນາ ມີການແລກປ່ຽນຄຳຄິດເຫັນ, ຮ່ວມກັນຕິດຕາມກວດກາ ແລະ ເກັບກໍາບັນຫາສໍາຄັນທີ່ພົ້ນເດັ່ນຂອງທ້ອງຖິ່ນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ແລະ ລັດຖະບານ 3 ປະເທດ ເພື່ອຊອກຫາຊ່ອງທາງ ແລະ ມີມາດຕະການແກ້ໄຂ ທີ່ເໝາະສົມ;
5)    ເຫັນດີສ້າງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາ ໃນເຂດສາມຫຼ່ຽມພັດທະນາ CLV ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືທາງດ້ານວັດທະນະທໍາ;
6)    ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ, ແຜນປະຕິບັດງານ, ໂຄງການຮ່ວມມືຕ່າງໆ ທີ່ລັດຖະບານທັງ 3 ປະເທດ ໄດ້ລົງນາມຮ່ວມກັນ ໂດຍໃຫ້ມີການລົງຕິດຕາມກວດກາຮ່ວມກັນ ໃນໄລຍະເວລາ 3 ເດືອນ ກ່ອນເປີດກອງປະຊຸມສຸດຍອດລັດຖະສະພາສາມປະເທດ ແຕ່ລະຄັ້ງ;
7)    ສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ລະຫວ່າງ 3 ປະເທດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືການໄປມາຫາສູ່ກັນ  ຂອງປະຊາຊົນ ເພື່ອການພັດທະນາແບບຍືນຍົງຂອງສາມປະເທດ;
2.    ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ
1)    ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ ລັດຖະບານ 3 ປະເທດ CLV ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ວ່າດ້ວຍການເຊື່ອມໂຍງເສດຖະກິດ, ແຜນພັດທະນາການທ່ອງທ່ຽວ   ຕາມຂອບການຮ່ວມມື ໃນເຂດສາມຫຼ່ຽມພັດທະນາ CLV ແລະ ວິໄສທັດຮອດປີ 2030  ພ້ອມທັງຊຸກຍູ້ໃຫ້ລັດຖະບານ 3 ປະເທດຮັບຮອງເອົາແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030 ໃນກອງປະຊຸມ CLV ຄັ້ງຕໍ່ໄປ;
2)    ສືບຕໍ່ຊຸກຍູ້ສົ່ງເສີມ ລັດຖະບານ 3 ປະເທດ ໃຫ້ເອົາໃຈໃສ່ຮ່ວມມືກັນຢ່າງຫ້າວຫັນ ໃນການສ້າງສະພາບແວດລ້ອມທີ່ດີ ທາງດ້ານກົດໝາຍ, ຫຼຸດຜ່ອນຂັ້ນຕອນການດໍາເນີນລະບຽບການທາງດ້ານເອກະສານ, ການພັດທະນາລະບົບໂຄງລ່າງພື້ນຖານໃນເຂດສາມຫຼ່ຽມພັດທະນາ, ການເສີມຂະຫຍາຍການເຊື່ອມຈອດ ເພື່ອສົ່ງເສີມການພົວພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ;
3)    ສືບຕໍ່ຊຸກຍູ້ ລັດຖະບານ 3 ປະເທດ CLV ໃນການປົກປັກຮັກສາ ສິ່ງແວດລ້ອມທາງທໍາມະຊາດ, ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດສາມຫຼ່ຽມພັດທະນາ;
4)    ສືບຕໍ່ໃຫ້ຍູ້ລັດຖະບານ 3 ປະເທດ ນໍາເອົາບັນດາເປົ້າໝາຍແຜນການພັດທະນາ ເຂດສາມຫຼ່ຽມພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ທ້ອງຖິ່ນຕົນ ດ້ວຍການຈັດສັນງົບປະມານແຫ່ງລັດ ເຂົ້າໃສ່ຢ່າງເໝາະສົມ ແລະ ຍາດແຍ່ງແຫຼ່ງທຶນ ແລະ ເຕັກນິກວິຊາການ ຈາກສາກົນ;
5)    ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດ ພັດທະນາໂຄງລ່າງພື້ນຖານ, ການຄົມມະນາຄົມ, ຕະຫຼາດຊຸມຊົມ ແລະ ສ້າງສິ່ງອໍານວຍຄວາມສະດວກອື່ນໆ ຕາມບໍລິເວນຊາຍແດນ ຂອງສາມປະເທດ;
6)    ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດ ໃນການສົ່ງເສີມ ແລະ ການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມເປັນຊ່ຽວຊານ ເພື່ອສະໜັບສະໜູນການພັດທະນາດ້ານເຕັກນິກ, ການສຶກສາ ແລະ ການຝຶກອົບຮົມເຕັກນິກວິຊາຊີບ, ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ໃນຂົງເຂດທີ່ກ່ຽວຂ້ອງ;
7)     ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດ ໃຫ້ບຸລິມະສິດໃນການໂຄສະນາເຜີຍແຜ່ ແລະ ເລັ່ງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ແຜນປະຕິບັດງານຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບກັນ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;
3.    ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ   
1)    ສະແດງຄວາມຊົມເຊີຍ ກົນໄກການຮ່ວມມື ຂອງສາມກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ແລະ ຂະແໜງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງລັດຖະບານ ແລະ ອໍານາດການປົກຄອງ ໃນເຂດສາມຫຼ່ຽມພັດທະນາ ຂອງ 3 ປະເທດ;
2)    ໄດ້ເຫັນດີ ແລະ ເປັນເອກະພາບກັນ ໃນການກໍານົດທິດທາງ ແລະ ແຜນການ ເພື່ອໃຫ້ສະພາແຫ່ງຊາດ 3 ປະເທດ ສືບຕໍ່ຕິດຕາມກວດກາຮ່ວມກັນ ແລະ ຊຸກຍູ້ລັດຖະບານສາມປະເທດ ໃນການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຊຸມປີຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາເປົ້າໝາຍ ໃນຂົງເຂດວຽກງານ ປກສ-ປກຊ ຕາມຂອບການຮ່ວມມື CLV-DTA ທີ່ໄດ້ກ່າວມາຂ້າງເທິງ ດ້ວຍການມີສ່ວນຮ່ວມຂອງປະຊາຊົນ    ໃຫ້ບັນລຸຜົນສຳເລັດຕາມທີ່ໄດ້ກໍານົດໄວ້.
       ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ໄດ້ເຫັນດີເປັນເອກະພາບຮັບຮອງເອົາຄຳຂວັນ “ສັນຕິພາບ, ມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ເພື່ອຄວາມຈະເລີນກ້າວໜ້າ ແລະ ຄວາມຍືນຍົງ” ເພື່ອເປັນວິໄສທັດ ໃນການຮ່ວມມື ລະຫວ່າງ ສາມສະພາແຫ່ງຊາດ CLV; 
ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ພິຈາລະນາການສ້າງຕັ້ງກົນໄກການຮ່ວມມືຂົງເຂດວັດທະນະທຳ-ສັງຄົມ ຂອງສາມສະພາແຫ່ງຊາດ CLV ເພື່ອນໍາໄປພິຈາລະນາຮັບຮອງໃນກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງຕໍ່ໄປ ທີ່ຈະດໍາເນີນໃນ 2 ປີ ຕໍ່ໜ້າ ທີ່ ສສ ຫວຽດນາມ.
(ຂ່າວ: ສຸກສະຫວັນ, ພາບ: ເກດສະໜາ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ