![]() |
ກ່ອນໜ້ານີ້ລະເບີດດັ່ງກ່າວ, ໄດ້ຖືກພົບເຫັນຢູ່ໃນສວນມັນຕົ້ນຂອງທ່ານ ຫັດ ຊຶ່ງເປັນເຈົ້າຂອງທີ່ດິນ ແລະ ເປັນປະຊົນຂອງບ້ານວົງລະຄອນ. ພາຍຫຼັງການລົງສຳຫຼວດເພື່ອພິສູດປະເພດລະເບີດ ແລະ ວາງແຜນການທຳລາຍ, ທີມງານ ຄກລ ປະຈໍາແຂວງອັດຕະປື ກໍໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ແຈ້ງໃຫ້ປະຊາຊົນຮັບຊາບຕໍ່ແຜນການທຳລາຍ.
![]() |
ຜ່ານການປະເມີນທາງດ້ານວິຊາການ ແລະ ການຮັບປະກັນຄວາມຄວາມປອດໄພໃຫ້ຊຸມຊົນ, ທີມງານພາກສະໜາມໄດ້ເຄື່ອນຍ້າຍລະເບີດອອກຈາກຈຸດທີ່ພົບເຫັນ ເພື່ອນຳໄປທຳລາຍໃນຈຸດທີ່ມີຄວາມປອດໄພ ແລະ ຫ່າງອອກຈາກຊຸມຊົນປະມານ 1,500 ແມັດ ຊຶ່ງການທຳລາຍຄັ້ງນີ້ ແມ່ນໄດ້ນຳໃຊ້ເຕັກນິກການທຳລາຍແບບແຮງຕໍ່າ ແລະ ສຳເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ.
![]() |
ຂໍ້ມູນ-ພາບ: ຂ່າວສານ ຮສສ



ຄໍາເຫັນ