ຖໍ້ານໍ້າລອດເຊບັ້ງໄຟສິ່ງມະຫັດສະຈັນທາງທຳມະຊາດ

ຖໍ້ານໍ້າລອດເຊບັ້ງໄຟສິ່ງມະຫັດສະຈັນທາງທຳມະຊາດທີ່ມີຊື່ສຽງຂອງເມືອງບົວລະພາ

ຖໍ້ານໍ້າລອດເຊບັ້ງໄຟສິ່ງມະຫັດສະຈັນທາງທຳມະຊາດທີ່ມີຊື່ສຽງຂອງເມືອງບົວລະພາ
ໂດຍ: ວັນເພັງ ຖ້ຳນໍ້າລອດເຊບັ້ງໄຟຕັ້ງຢູ່ເຂດອຸທິຍານແຫ່ງຊາດຫີນໜາມໜໍ່ບ້ານໜອງປີງ ເມືອງບົວລະພາ ແຂວງຄໍາມ່ວນ ຫ່າງຈາກເທດສະບານເມືອງ 14 ກິໂລແມັດ ເປັນຖ້ຳທີ່ມີຊື່ສຽງໂດ່ງດັງທາງດ້ານໂຄງສ້າງທີ່ສວຍສົດງົດງາມ

 

ແລະ ມະຫັດສະຈັນທາງທຳມະຊາດມີລະບົບນິເວດທຳມະຊາດທີ່ອຸດົມສົມບູນ.

ທ່ານ ບຸນປະພາດ ສຸດທິຈັກ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງບົວລະພາໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ:ຖ້ຳນໍ້າລອດເຊບັ້ງໄຟໄດ້ປະກາດຮັບຮອງ ແລະ ເປີດໃຫ້ບໍລິການເປັນສະຖານທີ່ທ່ອງທ່ຽວຂອງເມືອງ ກໍຄືຂອງແຂວງຄຳມ່ວນຢ່າງເປັນທາງການໃນວັນທີ 23 ພະຈິກ 2013ເປັນຖໍ້າທີ່ປະຊາຊົນທ້ອງຖິ່ນເຄົາລົບນັບຖື ແລະ ຮູ້ຈັກມາເປັນເວລາຫຼາຍສະຕະວັດແລະ ເລີ່ມເປັນທີ່ຮູ້ຈັກຂອງໂລກພາຍນອກໃນປີ 1990. ຖ້ຳແຫ່ງນີ້ເປັນຖ້ຳທີ່ເກີດຂຶ້ນເອງໂດຍທຳມະຊາດມີຄວາມສວຍສົດງົດງາມ, ມະຫັດສະຈັນ ແລະ ລີ້ລັບ. ຕໍ່ມາໃນວັນທີ 20 ຕຸລາ 2008ນັກຊ່ຽວຊານກ່ຽວກັບຖ້ຳພ້ອມດ້ວຍທີມງານສຳຫຼວດຖ້ຳຂອງສະມາຄົມສຳຫຼວດຖ້ຳຝຣັ່ງ (Federation francaise de speleologie) ຊຶ່ງມີສໍານັກງານຕັ້ງຢູ່ປະເທດຝຣັ່ງໄດ້ລົງສຳຫຼວດ ແລະ ໄດ້ພົບເຫັນສິ່ງທີ່ສວຍງາມ ແລະ ມະຫັດສະຈັນທາງທຳມະຊາດພາຍໃນຖ້ຳດັ່ງກ່າວ ຈຶ່ງໄດ້ເຜີຍແຜ່ຂໍ້ມູນສ້າງຄວາມສົນໃຈໃນລະດັບໂລກ ໂດຍການສ້າງເປັນຫົວຂໍ້ທີ່ເດັ່ນໆ ຜ່ານວາລະສານຢ່າງກວ້າງຂວາງໃນປີ 2008. ຖ້ຳແຫ່ງນີ້ປະກອບມີ 2 ຊັ້ນຄື: ຊັ້ນທີ 1 ມີສາຍນໍ້າເຊບັ້ງໄຟໄຫຼລອດພື້ນຖ້ຳຜາຫີນປູນມີຄວາມຍາວ 6.4ກິໂລແມັດ ຊຶ່ງກໍ່ໃຫ້ເກີດເປັນຖ້ຳທີ່ກວ້າງໃຫຍ່ກວ່າໝູ່ໃນໂລກທີ່ມີແມ່ນ້ຳໄຫຼຜ່ານ ມີຂະໜາດຄວາມກວ້າງສະເລ່ຍ 76 ແມັດ,ສູງ 53 ແມັດ, ຄວາມກວ້າງບາງບ່ອນພາຍໃນຖໍ້າກວ້າງເຖິງ 200 ແມັດ ແລະ ສູງ 120 ແມັດ ຊຶ່ງປະກອບມີຫ້ອງໂຖງທີ່ຈະນຳໄປສູ່ເຂດທີ່ເປັນລະບຽງທີ່ພວກເຮົາສາມາດເບິ່ງເຫັນແສງສະຫວ່າງທີ່ສ່ອງເຂົ້າມາຈາກໜ້າປາກຖໍ້າ ໂດຍກະທົບກັບນໍ້າທີ່ໃສແລະ ສີຂຽວມໍລະກົດລວມທັງລວດລາຍຂອງຫີນຍ້ອຍເປັນຮູບຮ່າງຫຼາກຫຼາຍຊະນິດທີ່ສ່ອງແສງສີເຫຼື້ອມຫຍິບຍັບຄ້າຍຄືເພັດນິນຈິນດາທີ່ສວຍສົດງົດງາມ ແລະ ມະຫັດສະຈັນເມື່ອເວລາສະທ້ອນກັບແສງໄຟ. ສິ່ງທີ່ພົ້ນເດັ່ນ ແລະ ປະຈັກຕາກວ່າໝູ່ແມ່ນເສົາຫີນສີລາ, ຮູບຂອງຫີນຍ້ອຍຄ້າຍຄືກັບໝາຫອນ ແລະ ຫີນທີ່ມີຮູບຮ່າງຄ້າຍຄືກັບໄຂ່ຂອງໄດໂນເສົາວາງຢາຍຕາມບໍລິເວນດັ່ງກ່າວຢ່າງມະຫັດສະຈັນ. ສ່ວນຊັ້ນທີ 2 (ເຮົາມັກເອີ້ນກັນວ່າຊັ້ນເທິງ)ຊາວບ້ານເອີ້ນວ່າ: ຖໍ້າບິ້ງໃນເມື່ອກ່ອນເຄີຍມີຄູບາຂຶ້ນມາອາໄສຢູ່ເພື່ອຈຳສິນພາວະນາ. ຊັ້ນນີ້, ມີຄວາມຍາວປະມານ 2,5 ກິໂລແມັດ ມີສັດຈໍາພວກບິ້ງ (ເຈຍ) ອາໄສຢູ່ເປັນຈໍານວນຫຼວງຫຼາຍ ແລະ ສິ່ງທີ່ພົ້ນເດັ່ນ, ສວຍງາມ ແລະ ມະຫັດສະຈັນແມ່ນອ່າງນໍ້າສີຂາວເຫຼື້ອມຫຍິບຍັບບໍລິສຸດຊຶ່ງຊາວບ້ານເອີ້ນວ່າ: ອ່າງນໍ້າເທວະດາ. ນອກຈາກນີ້, ທາງດ້ານໜ້າປາກຖໍ້າຍັງປະກອບມີວັງນໍ້າສີຄາມມໍລະກົດຂະໜາດໃຫຍ່ລັດສະໝີ 200 ແມັດ ທີ່ມີສັດນໍ້າອາໄສຢູ່ຢ່າງຫຼາກຫຼາຍຊະນິດໂດຍສະເພາະແມ່ນປາ ຊຶ່ງຊາວບ້ານໄດ້ອະນຸລັກເປັນວັງສະຫງວນ ແລະ ອ້ອມຮອບບໍລິເວນຖໍ້າຍັງມີສັດສາວາສິ່ງທີ່ອາໄສຢູ່ຫຼາຍຊະນິດ ຊຶ່ງສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ຄົນທີ່ເຂົ້າມາທ່ຽວຊົມໃນສະຖານທີ່ແຫ່ງນີ້ເປັນຢ່າງດີ.

ທ່ານ ບຸນປະພາດ ສຸດທິຈັກ ກ່າວຕື່ມວ່າ: ຖ້ຳນ້ຳລອດເຊບັ້ງໄຟໄດ້ເປີດໃຫ້ບໍລິການໃນຕົ້ນເດືອນພະຈິກ ຫາ ກາງເດືອນມິຖຸນາ ເລີ່ມແຕ່ເວລາ 8:00 ໂມງ ຫາ 17:00 ໂມງ ຂອງທຸກໆວັນ ແລະ ການບໍລິການພາຍເຮືອເຂົ້າໃນຖໍ້ານໍ້າລອດເຊບັ້ງໄຟ ແລະ ຈະຢຸດການໃຫ້ບໍລິການໃນໄລຍະທ້າຍເດືອນມິຖຸນາ ຫາ ທ້າຍເດືອນຕຸລາ ເພາະວ່າເປັນລະດູຝົນ ແລະ ມີກະແສນໍ້າໄຫຼແຮງບໍ່ສະດວກໃນການໃຫ້ບໍລິການ ແລະ ໃນປັດຈຸບັນສະຖານທີ່ທ່ອງທ່ຽວຖໍ້ານ້ຳລອດເຊບັ້ງໄຟມີສະຖານທີ່ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນ ແລະ ທ່ຽວຊົມທຳມະຊາດ ເປັນຕົ້ນມີບັງກະໂລ, ມີຕູບກາງເຕັ້ນນອນ, ມີຮ້ານອາຫານ ແລະ ມີຈຸດຊົມວິວ. ໃນປີ 2024 ທີ່ຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວທັງໝົດ 4,777 ຄົນສາມາດສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໜອງປີງເຖິງ82,675,000 ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ