ຖໍ້ານາງຟ້າວັງວຽງພັດທະນາເປັນເຂດສິ່ງແວດລ້ອມສີຂຽວ

ຖໍ້ານອນ ແລະ ຖໍ້ານາງຟ້າວັງວຽງພັດທະນາເປັນເຂດສິ່ງແວດລ້ອມສີຂຽວ

ຖໍ້ານອນ ແລະ ຖໍ້ານາງຟ້າວັງວຽງພັດທະນາເປັນເຂດສິ່ງແວດລ້ອມສີຂຽວ
ໂດຍ:ສຳນານ ພົມພັກດີ ແຫຼ່ງທ່ອງທ່ຽວ ຖໍ້ານອນ ແລະ ຖໍ້ານາງຟ້າ ວັງວຽງໄດ້ພັດທະນາເປັນເຂດສິ່ງແວດລ້ອມສີຂຽວເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໄດ້ເຫັນທຳມະຊາດສີຂຽວ

 

ແລະ ເຫັນຄວາມສວຍສົດງົດງາມຂອງທຳມະຊາດທີ່ເຕັມໄປດ້ວຍຊີວະນາໆພັນທີ່ອຸດົມດົມສົມບູນໄປດ້ວຍທຳມະຊາດ,ໃນຂະນະດຽວກັນຖໍ້ານອນ ແລະຖໍ້ານາງຟ້າເປັນຈຸດດຶງດູດນັກທ່ອງທ່ຽວຢາກໄປເຫັນຄວາມສວຍງາມຂອງຖໍ້າທີ່ທຳມະຊາດສ້າງຂຶ້ນມາແລະ ເປັນໜ້າງຶດງໍ້ອັດສະຈັນໂດຍບໍ່ແມ່ນມະນຸດສ້າງຂຶ້ນ.

ທ່ານ ບຸນພັນ ວົງສຳພັນ ປະທານບໍລິສັດ ທ່ອງທ່ຽວ ວັນເດີຟູນລາວ ຈຳກັດຜູ້ດຽວປະທານນັກທຸລະກິດໜຸ່ມເມືອງວັງວຽງແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ:ບໍລິສັດທ່ອງທ່ຽວ ວັນເດີຟູນລາວ ຈຳກັດຜູ້ດຽວ ໄດ້ເລີ່ມເຂົ້າມາພັດທະນາສະຖານທ່ອງທ່ຽວ ຖໍ້ານອນ ແລະ ຖໍ້ານາງຟ້າ ວັງວຽງ ໃນປີ 2014ຊຶ່ງໃນເບື້ອງຕົ້ນໄດ້ເຮັດກິດຈະກຳ ຂີ່ສະລິງໃຫ້ແກ່ນັກທ່ອງທ່ຽວ,ຈາກນັ້ນໄດ້ມາຊື້ດິນນຳປະຊາຊົນຈຳນວນໜຶ່ງ(ປີ 2015-2016) ແລະ ໄດ້ມີການພັດທະນາເນື້ອທີ່ດິນດັ່ງກ່າວເພີ່ມອີກ,ມາໃນປີ 2018 ໄດ້ສ້າງເສັ້ນທາງ ແລະ ສ້າງຂົວຂ້າມນໍ້າຊອງໄປຫາຈຸດທ່ອງທ່ຽວ,ປີ 2018 ຂ້າພະເຈົ້າໄດ້ໄປຝຶກອົບຮົມເລື່ອງມໍລະດົກໂລກສິ່ງແວດລ້ອມ ຢູ່ປະເທດ ສ ເກົາຫຼີ,ໃນຂະນະທີ່ເຂົ້າຮ່ວມຝຶກອົບຮົມໄດ້ເຫັນຖໍ້າຈຳລອງ ຂ້າພະເຈົ້າໄດ້ເກີດມີແນວຄິດຢາກພັດທະນາກ່ຽວກັບເລື່ອງຖໍ້າ,ສະນັ້ນຈຶ່ງໄດ້ມາພັດທະນາແຫຼ່ງທ່ອງທ່ຽວ ຖໍ້ານອນ ແລະ ຖໍ້ານາງຟ້າວັງວຽງ ຊຶ່ງເຫັນວ່າໃນຈຸດນີ້ແມ່ນມີຄວາມເໝາະສົມ ໂດຍສະເພາະໃນຍາມກາງຄືນອາກາດຈະເຢັນດີ, ສຳລັບຖໍ້າ ນາງຟ້າ ຈະມີທາງເຂົ້າ ແລະ ມີທາງອອກຊຶ່ງທາງດ້ານໃນຂອງຖໍ້ານາງຟ້າຈະມີຈຸດພິເສດມີຮູບຫີນຍ້ອຍຜູ້ຍິງຄືກັບນາງຟ້າ, ຮູບຄ້າຍຄືກັບໂຕເຕົ່າ, ໂຕຊ້າງ,ໂຕໝູ,ຫີນຍ້ອຍທີ່ມີຄວາມສວຍງາມທີ່ທຳມະຊາດສ້າງຂຶ້ນມາ ເຫັນແລ້ວເປັນຕາງຶດງໍ້ອັດສະຈັນ ແລະ ຖໍ້າດັ່ງກ່າວຍັງເປັນບ່ອນສັກກາລະບູຊາ ແລະ ມາຂໍພອນຕ່າງໆຂອງມວນຊົນທີ່ມີຄວາມເຊື່ອຖືຕື່ມອີກ.

ທ່ານໃຫ້ຮູ້ຕື່ມວ່າ:ໃນປີ2014,ກິດຈະກຳໃນສະຖານທີ່ທ່ອງທ່ຽວແຫ່ງນີ້ ແມ່ນມີແຕ່ກິດຈະກຳຂີ່ສະລິງ,ໃນໄລຍະນັ້ນໂດຍສະເພາະໃນຍາມຝົນແມ່ນມີຄວາມຫຍຸ້ງຍາກລຳບາກໃຫ້ກັບນັກທ່ອງທ່ຽວໃນການຂ້າມນໍ້າ,ສະນັ້ນຈຶ່ງໄດ້ສ້າງຂົວ,ສ້າງຮ້ານອາຫານ ແລະ ໄດ້ພັດທະນາຖໍ້ານອນ ເພື່ອໃຫ້ນັກທ່ອງທ່ຽວ ສາມາດຂີ່ກົງເບັງເຂົ້າໄປດ້ານໃນຂອງຖໍ້າໄດ້ ແລະ ຍ່າງໄປມາໄດ້ຢ່າງສະດວກສະບາຍ, ໃນນັ້ນໄດ້ພັດທະນາຈຸດດັ່ງກ່າວ ອອກເປັນເຂດ ໂດຍສະເພາະທາງດ້ານຫຼັງຈະເປັນສະລອຍນໍ້າ ແລະ ໄດ້ພັດທະນາດ້ານສິ່ງແວດລ້ອມສີຂຽວທີ່ມີສະໂລແກນວ່າ:ຄົນຍຸກໃໝ່ໃຈໃສສິ່ງແວດລ້ອມ,ສິ່ງແວດລ້ອມຄືລົມຫາຍໃຈ,ເພື່ອແນໃສ່ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໄດ້ເຫັນທຳມະຊາດສີຂຽວ ແລະ ເຫັນຄວາມສວຍສົດງົດງາມຂອງທຳມະຊາດທີ່ເຕັມໄປດ້ວຍຊີວະນາໆພັນທີ່ອຸດົມດົມສົມບູນ ແລະ ຫຼາກຫຼາຍ.ໃນນັ້ນການເປີດເພງກໍບໍ່ໃຫ້ມີສຽງດັງທີ່ຈະເປັນການລົບກວນນັກທ່ອງທ່ຽວ,ມີການບໍລິການນັກທອງທ່ຽວລ່ອງເຮືອກາຍັກ ແລະ ຂີ່ກົງເບັງ,ໃນນັ້ນນັກທ່ອງທ່ຽວສາມາດເອົາລົດມາຈອດໃນສະຖານທີ່ທ່ອງທ່ຽວ ແລະ ເຮັດກິດຈະກຳຕ່າງໆຕາມລໍາແມ່ນໍ້າຊອງໄດ້ແບບສະບາຍ.

ທ່ານໃຫ້ຮູ້ຕື່ມວ່າ:ຈາກການພັດທະນາເສັ້ນທາງ,ຕິດຕັ້ງໄຟໂຊລາເຊວຕາມເສັ້ນທາງແລະ ສ້າງຂົວສີຟ້າເຂົ້າມາຫາຈຸດທ່ອງທ່ຽວ,ສະນັ້ນຈຶ່ງເຮັດໃຫ້ຕອນກາງຄືນສາມາດໄປ-ມາໄດ້ຢ່າງສະດວກ,ສະບາຍ,ໃນນັ້ນໄດ້ໃຊ້ລະບົບເຕັກໂນໂລຊີເຂົ້າມານຳໃຊ້ໃນການສັ່ງອາຫານ ແລະ ການເຂົ້າ-ອອກຈຸດທ່ອງທ່ຽວກໍໄດ້ນໍາໃຊ້ລະບົບບາໂຄດທຸກໆຈຸດ ເພື່ອໃຫ້ມີຄວາມສະດວກສະບາຍ ແລະ ມີຄວາມຍຸຕິທຳໃຫ້ແກ່ກັບນັກທ່ອງທ່ຽວ, ນັກທ່ອງທ່ຽວທີ່ໃຫ້ຄວາມສົນໃຈເຂົ້າມາທ່ອງທ່ຽວໃນປັດຈຸບັນແມ່ນມາຈາກ ສ ເກົາຫຼີ,ໄທ,ເອີຣົບ ແລະ ນັກທ່ອງທ່ຽວພາຍໃນປະເທດ,ສ່ວນອາຫານແມ່ນມີ ອາຫານລາວ,ໄທ ແລະ ເອີຣົບ,ມີພໍ່ຄົວທີ່ໄດ້ຜ່ານການຝຶກອົບຮົມໃນລະດັບໂຮງແຮມ 5 ດາວ,ໃນຂະນະດຽວກັນຮ້ານອາຫານສາມາດຮອງຮັບແຂກໄດ້ປະມານ 1,000 ຄົນ,ໃນວັນເສົາ ແລະ ອາທິດຍັງໄດ້ຮັບເອົານັກສຶກສາມາເຮັດວຽກເພີ່ມນຳເພື່ຶອສົ່ງເສີມໃຫ້ແກ່ເຂົາເຈົ້າໄດ້ມີລາຍຮັບພ້ອມທັງສິດສອນໃຫ້ຄວາມຮູ້ໄປນຳເພື່ອອເວລາຮຽນຈົບແມ່ນສາມາດມາເຮັດວຽກກັບພວກເຮົາໄດ້,ໃນຕໍ່ໜ້າຍັງມີແຜນຈະພັດທະນາສ້າງຫ້ອງປະຊຸມ,ບັງກະໂລ, ຣີສອດ ແລະ ອື່ນໆເພື່ອສ້າງຄວາມສະດວກສະບາຍທຸກຢ່າງໃຫ້ກັບແຂກພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ ແລະ ພັກເຊົາຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ຢ່າງສະດວກສະບາຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ