![]() |
ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ອາຍຊານີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ UNDP ໃນໄລຍະຜ່ານມາ, ຊຶ່ງອົງການ UNDP ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX, ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ແລະ ການສະໜັບສະໜູນຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ການຈັດຕັ້ງປະຕິ ບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ແນໃສ່ສະໜັບສະໜູນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ສຳລັບການຮ່ວມມືໃນຊຸມປີຕໍ່ໜ້າພາຍໃຕ້ການນໍາພາ ຂອງ ຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່, ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ, ໂດຍສະເພາະບັນດາບຸລິມະສິດຕ່າງໆຂອງ ລັດຖະບານ ແລະ ບັນດາແຜນງານທີ່ນອນຢູ່ໃນເອກະສານແຜນງານຮ່ວມມື (Country Programme Document) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNDP ສົກປີ 2027-2031.
![]() |
ໃນໂອກາດດັ່ງກ່າວ, ທ່ານ ນາງ ອາຍຊານີ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍຄືໃນນາມລັດຖະບານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ພ້ອມທັງໃຫ້ຄໍາໝາຍໝັ້ນວ່າຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາແຜນພັດທະນາເສດຖະກິດ-ສັງຄົມ ແລະ ບຸລິມະສິດຕ່າງໆຂອງລັດຖະບານລາວໃນຊຸມປີຕໍ່ໜ້າ. (ຂ່າວ: ກຕທ)


ຄໍາເຫັນ