ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.
ໃນໂອກາດທີ່ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 3 ກໍລະກົດຜ່ານມາ, ຊຶ່ງທ່ານໄດ້ໂອ້ລົມພະນັກງານການນຳ, ແຂວງວຽງຈັນ. ເຂົ້າຮ່ວມຮັບຟັງມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີຄະນະນຳ ແລະ ພະນັກງານຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມ.
ທານ ບວຄງ ນາມມະວງ ໂອລມພະນກງານການນຳ ແຂວງວຽງຈນ. - image 1
 

ບົວຄົງ ນາມມະວົງ ໄດ້ເນັ້ນບາງບັນຫາເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ເປັນຕົ້ນແມ່ນໃຫ້ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ ກຳແໜ້ນແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການ ຢ່າງເລິກຊຶ່ງ, ເຊື່ອມຊຶມພາລະບົດບາດ ແລະ ໜ້າທີ່ ຂອງຫ້ອງວ່າການແຂວງ ພ້ອມກັບບັນດານິຕິກຳກ່ຽວຂ້ອງຕ່າງໆ, ກຳແໜ້ນແນວຄິດພະນັກງານ-ລັດຖະກອນ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ ຂອງຕົນ, ຍຶດໝັ້ນໃນຫຼັກການ, ມີຄວາມຊື່ສັດສຸດຈະລິດ, ກ້າອອກຄວາມຄິດເຫັນ, ຈຳແນກໃຫ້ອອກວຽກໃດເປັນວຽກພັກ, ອັນໃດເປັນວຽກລັດ, ເອົາໃຈໃສ່ປະຕິບັດແບບແຜນນຳພາ-ວິທີເຮັດວຽກ ເປັນຕົ້ນແມ່ນການນຳພາຕາມ ມະຕິ, ຄຳສັ່ງ, ລະບຽບກົດໝາຍ, ການນຳພາແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍເພື່ອນຳພາ-ຊີ້ນຳ ຕາມແຕ່ລະໜ້າວຽກ, ການນຳພາດ້ວຍຄວາມເປັນແບບຢ່າງ; ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ເຮັດວຽກໃຫ້ມີແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳ, ມີການນຳພາຈັດຕັ້ງປະຕິບັດຕົວຈິງ, ຕິດຕາມ, ກວດກາ, ເຮັດວຽກຕິດແທດກັບຕົວຈິງ, ຕ້ອງມີກົນໄກປະສານງານຈະແຈ້ງ, ເວົ້າສັ້ນກະທັດຮັດ, ຖືກປະເດັນ, ຂັ້ນຕອນການແກ້ໄຂເອກະສານ ແລະ ພິທີການໃຫ້ສັ້ນເຂົ້າ; ເພີ່ມທະວີຄວາມຮັບຜິດຊອບຕໍ່ການປະຕິບັດວຽກງານ, ຮັບປະກັນຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງວຽກງານ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ກຳນົດພະນັກງານນຳພາ, ຄຸ້ມຄອງ, ການກໍ່ສ້າງບຳລຸງ, ການບັນຈຸຊັບຊ້ອນຕ່າງໆ ໃຫ້ເໝາະສົມ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ເປັນປຶກແຜ່ນ ມີຄວາມເປັນເອກະພາບ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

 (ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ເພີ່ມເຕີມ