![]() |
ໃນການພົບປະຄັ້ງນີ້, ທ່ານລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງ ໃນໄລຍະ 9 ເດືອນຜ່ານມາ ໂດຍສຸມໃສ່ໃນການປະຕິບັດໃນ 3 ພາລະບົດບາດ ໂດຍສະເພາະບົດບາດໃນການເປັນເສນາທິການຄົ້ນຄວ້າ, ເປັນເສນາທິການໃນການປະສານງານ ແລະ ເປັນຜູ້ບໍລິຫານຮັບໃຊ້. ນອກນັ້ນ ຄະນະພັກໃນຫ້ອງວ່າການຍັງໄດ້ຖືສຳຄັນ ວຽກງານດ້ານການເມືອງ-ແນວຄິດດ້ວຍການເອົາໃຈໃສ່ເຜີຍແຜ່ມະຕິ X ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງ, ມະຕິ VII ຂອງຄະນະພັກຮາກຖານຫ້ອງວ່າການ ແລະ ບັນດາມະຕິຄຳສັ່ງ, ນິຕິກຳຕ່າງໆ ທີ່ຂັ້ນເທີງວາງອອກໃນແຕ່ລະໄລຍະມາ ເຊື່ອມຊຶມໃຫ້ພະນັກງານຂອງຕົນໄດ້ຮັບຮູ້ຢ່າງທົ່ວເຖີງເຮັດໃຫ້ພະນັກງານລັດຖະກອນມີຄວາມອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ປດຈຸບັນ, ໄດ້ສຳເລັດການມອບ-ຮັບວຽກລະຫວ່າງຂະແໜງການຂອງພະແນກພາຍໃນກັບຫ້ອງວ່າການແຂວງ.
ໃນຕອ້ນທ້າຍ, ທ່ານລັດຖະມົນຕີ ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີຍັງໄດ້ໂອ້ລົມ ຊຶ່ງກ່ອນອື່ນ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມນຳຜົນງານຂອງຫ້ອງວ່າການແຂວງທີ່ຍາດມາໄດ້ໃນຜ່ານມາ ແລະ ທ່ານໄດ້ເນັ້ນບາງບັນຫາໂດຍສະເພາະສືບຕໍ່ເອົາໃຈໃສ່ບັນຫາດ້ານການເມືອງ-ແນວຄິດໃຫ້ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນປົກກະຕິ-ຕໍ່ເນື່ອງ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ເປັນເສນາທິການໃຫ້ການນຳ, ຊ່ວຍການນຳ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບເພື່ອເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
(ຂ່າວ: ຄຳສອນ ແກ້ວບຸນທະວົງ)

ຄໍາເຫັນ