ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ
ໄລຍະ 5-6 ວັນຜ່ານມາ, ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບາງເມືອງຂອງແຂວງສະຫວັນນະເຂດ ເກີດມີນໍ້າຖ້ວມໃນບາງຈຸດ ເປັນຕົ້ນແມ່ນພື້ນທີ່ບາງສ່ວນຂອງເມືອງຊົນນະບູລິ ແລະເມືອງຈຳພອນ. ດັ່ງນັ້ນ, ມາໃນວັນທີ 30 ກັນຍານີ້, ການນໍາຂອງແຂວງ ນໍາໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ຈິ່ງໄດ້ລົງຕິດຕາມສະພາບນໍ້າຖ້ວມໃນບາງຈຸດທີ່ເກີດສະພາບນໍ້າຖ້ວມຂອງສອງເມືອງດັ່ງກ່າວ.
ທານ ບນໂຈມ ອບນປະເສດ ລງຕດຕາມສະພາບນາຖວມຢເມອງຊນນະບລ ແລະເມອງຈຳພອນ - image 1
 

ການລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະ ເມືອງຈຳພອນ ໃນຄັ້ງນີ້, ທ່ານເຈົ້າແຂວງໄດ້ລົງເບິ່ງສະພາບນໍ້າຖ້ວມທົ່ງນາແຄມຝັ່ງເຊບ້ານກອງປະທຸມວັນ ຊຶ່ງກວມເນື້ອທີ່ຫຼາຍສິບເຮັກຕາ. ໃນໂອກາດນີ້, ທ່ານເຈົ້າແຂວງ ຈະໃຫ້ການຊ່ວຍເຫຼືອທົດແທນແນວພັນເຂົ້າປູກໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບນໍ້າຖ້ວມນາ. ຈາກນັ້ນ, ທ່ານເຈົ້າແຂວງກໍໄດ້ຮັບຟັງການລາຍງານ ຈາກທ່ານ ສຸກສາຄອນ ໂພທິລາດ ກຳມະການພັກແຂວງ ເລຂາພັກເມືອງຊົນນະບຸລີ ຊຶ່ງທ່ານໃຫ້ຮູ້ສະພາບຜົນກະທົບນ້ຳຖ້ວມ ໃນຊ່ວງວັນທີ 30 ກັນຍາ 2025 ມີເນື້ອທີ່ນາປີ ທີ່ຖືກຜົນກະທົບໃນຄັ້ງນີ້ ມີຈໍານວນ 18 ບ້ານ ມີເນື້ອທີ 3,165 ເຮັກຕາ, ຄອບຄົວໄດ້ຮັບຜົນກະທົບ 2,608 ຄອບຄົວ. ດ້ານສັດລ້ຽງ: ປະພດ ງົວ, ຄວາຍ, ແບ້ ຂອງປະຊາຊົນແມ່ນໄດ້ເຄື່ອນໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ມີຊົນລະປະທານຖືກນໍ້າຖ້ວມ 7 ແຫ່ງ, ປະຕູນໍ້າຫ້ວຍປະຢອງ I, ຫ້ວຍປະຢອງ II ບ້ານດອນຍາໂນງ. ຫ້ວຍປະເຄາະ, ອ່າງໜອງສິມບ້ານຕຸ່ມແຍ. ຄອງເໝືອງດົງບູນ, ຊຽງຮົ່ມ 2, ໂຮງຮຽນປະຖົມ 1 ແຫ່ງ ບ້ານກອງປະທຸມວັນ. ສະພາບເສັ້ນທາງ, ຂົວ ຖືກກະທົບ, ເສັ້ນທາງໂຄກຫົວຊ້າງ ຫາ ບ້ານທ່າຄໍາເຫຼື້ອມ ຖືກນໍ້າໄຫຼລັດທາງປະມານ 1 ກິໂລແມັດ ລະດັບນໍ້າສູງບາງຈຸດ 1 ແມັດ ບໍ່ສາມາດສັນຈອນໄດ້.

ທານ ບນໂຈມ ອບນປະເສດ ລງຕດຕາມສະພາບນາຖວມຢເມອງຊນນະບລ ແລະເມອງຈຳພອນ - image 2
 

ເສັ້ນທາງເຂົ້າບ້ານດົງບູນ (ແຕ່ທາງແວ່ບ້ານນາໜອງຜຳ ຫາ ບ້ານດົງບູນ 3 ກິໂລແມັດ) ລະດັບນ້ຳສູງບາງຈຸດ 2 ແມັດ ບໍ່ສາມາດສັນຈອນໄດ້. ເສັ້ນທາງແຕ່ດົງຫວາຍ ຫາ ໜອງຜື ຖືກນໍ້າໄຫຼລັດທາງ ປະມານ 1.2 ກິໂລແມັດ ລະດັບນ້ຳສູງບາງຈຸດ 1 ແມັດ ບໍ່ສາມາດສັນຈອນໄດ້. ເສັ້ນທາງບ້ານທ່າຄຳເຫຼື້ອມ ຫາ ບ້ານດອນຍາໂນງ ຖືກນໍ້າໄຫຼລັດທາງ ປະມານ 3 ກິໂລແມັດ ລະດັບນໍ້າສູງບາງຈຸດ 1.5 ແມັດ ບໍ່ສາມາດສັນຈອນໄດ້. ເສັ້ນທາງບ້ານໜອງສອງຫ້ອງ ຫາ ບ້ານເມືອງໂຮງ ນໍ້າຖ້ວມເສັ້ນທາງ 3.5 ກິໂລແມັດ ລະດັບນໍ້າສູງບາງຈຸດ 3.5 ແມັດ ບໍ່ສາມາດສັນຈອນໄດ້. ເສັ້ນທາງບ້ານລໍາທວຍ ຫາ ບ້ານນາຈານໃຫຍ່ ນໍ້າຖ້ວມເສັ້ນທາງ 1 ກິໂລແມັດ ລະດັບນໍ້າສູງບາງຈຸດ 2 ແມັດ. ຂົວຖືກນໍ້າຖ້ວມ 3 ແຫ່ງ (ຂົວໄມ້ຫ້ວຍນໍ້າດິງບ້ານໂຄກຫົວຊ້າງ, ຂົວໄມ້ຫ້ວຍປະເຄາະບ້ານດອນຍາໂນງ, ຂົວໄມ້ຫ້ວຍລະແກງ ເມືອງໂຮງ). ພ້ອມນັ້ນ, ທ່ານເລຂາພັກເມືອງຊົນນະບຸລີ ຍັງໄດ້ສະເໜີຄວາມຕ້ອງການໃນໄລຍະເບື້ອງຕົ້ນຄື: ນໍ້າດື່ມ, ອາຫານແຫ້ງ (ປະເພດໝີ່ ແລະ ປາກະປ໋ອງ ແລະ ອື່ນໆ). ງົບປະມານ ເພື່ອລົງຕິດຕາມ ແລະ ຊ່ວຍເຫຼືອປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ 50 ລ້ານກີບ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ໂອ້ລົມກັບຄະນະນ້ຳຂອງເມືອງຊົນນະບູລີ ໃນການແກ້ໄຂບັນຫາຕ່າງໆຢູ່ຈຸດສຸມຄຳປ່າແໜ ແລະ ບັນຫາຕ່າງໆພາຍໃນເມືອງຊົນນະບູລີ.

ທານ ບນໂຈມ ອບນປະເສດ ລງຕດຕາມສະພາບນາຖວມຢເມອງຊນນະບລ ແລະເມອງຈຳພອນ - image 3
 

ພອນ ເຂດບ້ານແກ້ງກອກກາງ ເມືອງຈຳພອນອີກດ້ວຍ ໂດຍມີທ່ານ ບຸນຊູ ທຸ່ນຊົມພູ ກຳມະການພັກແຂວງ ເລຂາພັກເມືອງ ຮ່ວມເຮັດວຽກນຳດ້ວຍ. ໃນໂອກາດລົງເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນໃນຄັ້ງນີ້, ທ່ານ ເຈົ້າແຂວງກໍ່ໄດ້ມອບເຄື່ອງບໍລິໂພກ, ອຸປະໂພກ, ນໍ້າດື່ມ ແລະ ເງິນສົດໃຫ້ປະຊາຊົນທີ່ໄດ້ຮັບຜົນປະທົບຈາກສະພາບນໍ້າຖ້ວມໃນຄັ້ງນີ້. ໃນນີ້, ໄດ້ມອບໃຫ້ເມືອງຊົນນະບຸລີ ລວມມີ: ເຂົ້າສານຈ້າວ ຈຳນວນ 7 ໂຕນ, ນໍ້າດື່ມ 200 ແພັກ, ສາດ 2 0ຜືນ, ມຸ້ງ 25ດາງ, ເຄື່ອງໃຊ້ໃນຄົວເຮືອນ 20 ຊຸດ ແລະ ເງິນສົດ 50 ລ້ານກີບ, ສ່ວນເມືອງຈຳພອນ ມອບເຂົ້າສານ 6 ໂຕນ, ນໍ້າດື່ມ 200 ແພັກ, ສາດ 25 ຜືນ, ມຸ້ງ 35 ດາງ, ເຄື່ອງໃຊ້ໃນຄົວເຮືອນ 20 ຊຸດ ແລະເງິນສົດ 50 ລ້ານກີບ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ