ທ່ານ ບຸນທອງ ຈິດມະນີ ຢ້ຽມຢາມໂຄງການພັດທະນາແລະປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກາບູດ-ຊຽງແຫວນ

ທ່ານ ບຸນທອງ ຈິດມະນີ ຢ້ຽມຢາມໂຄງການພັດທະນາແລະປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກາບູດ-ຊຽງແຫວນ
ວັນທີ4ກຸມພາ ນີ້,ທ່ານບຸນທອງຈິດມະນີຮອງປະທານປະເທດພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມໂຄງກການພັດທະນາແລະປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກາບູດ-ຊຽງແຫວນເມືອງທ່າແຂກແຂວງຄຳມ່ວນ ທີ່ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດຊິໂນອາກຣີໂປຕາສຈໍາກັດ,  ໂດຍມີທ່ານວັນໄຊພອງສະຫວັນເຈົ້າແຂວງຄຳມ່ວນພ້ອມດ້ວຍຄະນະນຳຂອງແຂວງ, ພະແນກການກ່ຽວຂ້ອງຮ່ວມຕິດຕາມ.      ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້ໂດຍທ່ານໄອ່ຢົງຈຸນຮອງປະທານບໍລິສັດຊິໂນອາກຣີໂປຕາສຈໍາກັດພ້ອມດ້ວຍຄະນະຮັບຜິດຊອບໂຄງການດັ່ງກ່າວ.
ໂດຍເລີ່ມຕົ້ນດ້ວຍການຢ້ຽມຊົມເຂດໂຄງການທົດລອງລ້ຽງໄກ່3ສາຍພັນ, ການກໍ່ສ້າງບ່ອນລ້ຽງປາ, ຢ້ຽມຊົມຜົນຜະລິດກະສິກໍາແລະສິນຄ້າທີ່ຊອກຫາມາໄດ້ຕາມທໍາມະຊາດທີ່ພໍ່ແມ່ປະຊາຊົນໄດ້ມາວາງຂາຍຢູ່ຕະຫຼາດຊຸມຊົນຂອງບ້ານ, ພ້ອມທັງເຄື່ອນໄຫວທ່ຽວຊົມເຮືອນຊົນເຜົ່າມະກອງໂດຍສະເພາະແມ່ນເບິ່ງການວາງສະແດງເຄື່ອງຫັດຖະກໍາແລະຮູບພາບທີ່ຕິດພັນກັບການດໍາລົງຊີວິດຂອງຊົນເຜົ່າມະກອງ, ຈາກນັ້ນກໍສືບຕໍ່ເຄື່ອນໄຫວທ່ຽວຊົມໂຄງການປູກຜັກໃນເຮືອນຮົ່ມແລະການປູກຜັກກາງແຈ້ງທີ່ໂຄງການໄດ້ຈັດຕັ້ງປະຕິບັດເພື່ອຊຸກຍູ້ສົ່ງເສີມອາຊີບໃຫ້ພໍ່ແມ່ປະຊາຊົນຜູ້ທີ່ວ່າງງານ, ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກໄດ້ມີວຽກເຮັດງານທໍາເພື່ອສ້າງລາຍຮັບໃຫ້ແກ່ການພັດທະນາຊີວິດການເປັນຢູ່. ໂອກາດນີ້ທ່ານຮອງປະທານປະເທດຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດຊີໂນ - ອາກຣີໂປຕາສຈໍາກັດໃນນາມນັກລົງທຶນຕ່າງປະເທດທີ່ໄດ້ກໍານົດແຜນດໍາເນີນງານໂຄງການເພື່ອຊ່ວຍເຫຼືອພັດທະນາແລະປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານຊຽງແຫວນໃຫ້ມີຊີວິດດີຂຶ້ນແລະກາຍເປັນບ້ານພັດທະນາຕົວແບບໃນຕໍ່ໜ້າ, ທັງໄດ້ແນະນໍາໃຫ້ການຈັດຕັ້ງບ້ານເອົາໃຈໃສ່ໃຫ້ການສະໜັບສະໜູນແລະມີສ່ວນຮ່ວມກັບບໍລິສັດເຂົ້າໃນການພັດທະນາຊີວິດການເປັນຢູ່ກໍຄືການພັດທະນາບ້ານຊ່ອງຂອງຕົນເອງ.
ນອກນັ້ນ, ທ່ານຮອງປະທານປະເທດແລະຄະນະຍັງໄດ້ເຄື່ອນໄຫວເບິ່ງຜົນສໍາເລັດກິດຈະການກໍ່ສ້າງໂຮງຮຽນປະຖົມສົມບູນຂອງບ້ານກະບູດ-ຊຽງແຫວນທີ່ໄດ້ມີການມອບ-ຮັບແລະເປີດການນໍາໃຊ້ໃນປີຜ່ານມາ.
ຂ່າວ: ມິນີວັນ; ພາບ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມແຜນແມ່ບົດລະບົບຄຸ້ມຄອງຂໍ້ມູນຄົນພິການແຫ່ງຊາດ

ທາບທາມແຜນແມ່ບົດລະບົບຄຸ້ມຄອງຂໍ້ມູນຄົນພິການແຫ່ງຊາດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການ ອຸຍນີເຊັບ (UNICEF) ປະຈຳ ສປປ ລາວ ຈັດກອງປະຊຸມທາບທາມ “ແຜນແມ່ບົດລະບົບຄຸ້ມຄອງຂໍ້ມູນຄົນພິການແຫ່ງຊາດ (Disability Management Information System - DMIS)” ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ເພື່ອສ້າງຖານຂໍ້ມູນດີຈີຕອນທີ່ທັນສະໄໝ ແລະ ເປັນເອກະພາບໃນທົ່ວປະເທດ ໃຫ້ກຽດກ່າວເປີດກອງປະຊຸມຂອງທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຮອງປະທານຜູ້ປະຈຳການຄະນະກຳມະການເພື່ອຄົນພິການຂັ້ນສູນກາງ, ມີຜູ້ຕາງໜ້າຈາກຄະນະປະສານງານວຽກງານຄົນພິການ, ອົງການ UNICEF, ບັນດາອົງການຈັດຕັ້ງສາກົນ (NGOs) ແລະ ສະມາຄົມຄົນພິການເຂົ້າຮ່ວມ.
ອັດຕະປື ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ 2 ບ້ານ ທີ່ເມືອງຊານໄຊ

ອັດຕະປື ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ 2 ບ້ານ ທີ່ເມືອງຊານໄຊ

ໃນວັນທີ 1 ມີນາ 2026ນີ້, ທີ່ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຄອບຄົວການນຳຂັ້ນສູງ ໃຫ້ແກ່ປະຊາຊົນທີ່ທຸກຍາກ ແລະ ຂາດເຂີນ ໃນເຂດຫ່າງໄກສອກຫຼີກ ເພື່ອແນໃສ່ການບັນເທົາທຸກ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ມະນີວັນ ພົມມະທັດ ຕາງໜ້າຄອບຄົວການນຳຂັ້ນສູງ (ຜູ້ມອບ), ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງອັດຕະປື ແລະ ທ່ານ ບໍລິສຸດ ພົມມະໂຄດ ຫົວໜ້າອົງການກາແດງແຂວງອັດຕະປື, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປະກາດສ້າງຕັ້ງຕາແສງກະດັນ

ເມືອງໂຂງ ປະກາດສ້າງຕັ້ງຕາແສງກະດັນ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງກະດັນ ຢ່າງເປັນທາງການໃນວັນທີ 27 ກຸມພາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ພັນເອກ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
8 ມີນາ ແມ່ນເຫດການ-ການເມືອງສໍາຄັນຕໍ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

8 ມີນາ ແມ່ນເຫດການ-ການເມືອງສໍາຄັນຕໍ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ

ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ວັນແມ່ຍິງສາກົນ ກຳເນີດເກີດຂຶ້ນໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ. ເມື່ອໂຮງຈັກ, ໂຮງງານອຸດສະຫະກຳຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກໃຫ້ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນກຳມະກອນເພດຍິງ.
ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງ ເກີດຈາກຫຼາຍປັດໄຈ

ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງ ເກີດຈາກຫຼາຍປັດໄຈ

ທ່ານ ກິແກ້ວ ຈັນທະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຮອງຫົວໜ້າຄະນະປະຕິຮູບ ຜູ້ປະຈໍາການ ລາຍງານໃນກອງປະຊຸມສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈໍາປີ 2025 ທີ່ຫໍປະຊຸມແຫ່ງຊາດ ເມື່ອບໍ່ດົນມານີ້ ຊຶ່ງມີບາງເນື້ອໃນວ່າ: ລັດວິສາຫະກິດ ໃນ 123 ຫົວໜ່ວຍ ມີພະນັກງານລວມທັງໝົດ 30,328 ຄົນ (ຍິງ 9,121 ຄົນ), ໃນນັ້ນ, ກຸ່ມລັດຖືຮຸ້ນ 100% ຖືເປັນແຫຼ່ງຈ້າງງານຂະໜາດໃຫຍ່ທີ່ສຸດ ມີພະນັກງານເຖິງ 13,773 ຄົນ (ກວມເອົາ 45.41% ຂອງແຮງງານທັງໝົດ), ແຕ່ເມື່ອທຽບໃສ່ປະສິດທິຜົນທາງທຸລະກິດທີ່ຍັງຂາດທຶນສູງ, ມັນສະທ້ອນໃຫ້ເຫັນເຖິງພາວະພະນັກງານ ເຫຼືອບໍ່ພໍ ຫຼື ປະສິດທິພາບຕໍ່ຫົວຄົນຍັງຕໍ່າ.
ຮອງລັດຖະມົນຕີກະຊວງປ້ອກັນປະເທດລົງເຄື່ອນໄຫວວຽກຢູ່ເມືອງບໍ່ແຕນ

ຮອງລັດຖະມົນຕີກະຊວງປ້ອກັນປະເທດລົງເຄື່ອນໄຫວວຽກຢູ່ເມືອງບໍ່ແຕນ

ຫວ່າງບໍ່ດົນມານີ້, ທ່ານ ພົທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ, ໂດຍມີຄະນະນຳຂອງກອງບັນຊາການທະຫານແຂວງໄຊຍະບູລີ ລົງມາເຄື່ອນໄຫວເຮັດວຽກຢູ່ເມືອງບໍ່ແຕນໂດຍເປັນກຽດຕ້ອນຮັບຂອງທ່ານ ຄຳພັນ ພັນທະວົງຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ພ້ອມດ້ວຍຄະນະພັກ, ຄະນະບັນຊາກອງບັນຊາການທະຫານເມືອງ, ກອງພັນ 413, ກອງຮ້ອຍທະຫານຊາຍແດນ 159 ແລະ 160 ເຂົາຮ່ວມຕ້ອນຮັບ.
ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIV

ກອງປະຊຸມສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ສະໄໝສາມັນ ຄັ້ງທີ XIV

ພາຍຫຼັງທີ່ລັດຖະບານ ໄດ້ໂຮມເອົາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ປ່ຽນຊື່ເປັນ “ກະຊວງກະສິກໍາ ແລະ ສິ່ງແວດລ້ອມ” ໃນທ້າຍ ປີ 2025.
ເມືອງໄຊຍະບູລີ ຖອດຖອນບົດຮຽນບັ້ນເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ຖອດຖອນບົດຮຽນບັ້ນເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີ V

ໃວັນທີ 24 ກຸມພານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນບັ້ນເລືອກຕັ້ງສະມາຊິກສະພາປະຊາແຫ່ງຊາດ (ສສຊ) ຊຸດທີX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ Vທີ່ຫ້ອງປະຊຸມ ຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງໄຊຍະບູລີ.
ສ່ວຍສາອາກອນແຂວງຄໍາມ່ວນ ເກັບລາຍຮັບເຂົ້າງົບປະມານໄດ້ 4,279 ຕື້ກີບ

ສ່ວຍສາອາກອນແຂວງຄໍາມ່ວນ ເກັບລາຍຮັບເຂົ້າງົບປະມານໄດ້ 4,279 ຕື້ກີບ

ໃນວັນທີ 25 ກຸມພາ 2026 ສ່ວຍສາອາກອນປະຈໍາແຂວງຄໍາມ່ວນ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ໂດຍມີທ່ານ ບຸນຄໍາ ໄຊຍະແສງ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນແຂວງ, ມີຄະນະສ່ວຍສາອາກອນປະຈໍາແຂວງ, ຂະແໜງການອ້ອມຂ້າງ, ສ່ວຍສາອາກອນປະຈໍາເມືອງ ເຂົ້າຮ່ວມ.
ສາຍການບິນ Vietjet ລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ

ສາຍການບິນ Vietjet ລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ

ສາຍການບິນ Vietjet ໄດ້ລົງນາມໃນຂໍ້ຕົກລົງທາງຍຸດທະສາດຫຼາຍສະບັບຮ່ວມກັບບັນດາບໍລິສັດ ແລະ ສະຖາບັນການເງິນຊັ້ນນໍາຂອງສະຫະລັດອາເມຣິກາ ດ້ວຍມູນຄ່າຫຼາຍກວ່າ 6.3 ຕື້ໂດລາ. ພິທີລົງນາມໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີ ທ່ານ ໂຕ ເລີມ (To Lam) ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມຣິກາ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະລັດ ອາເມຣິກາ.
ເພີ່ມເຕີມ