![]() |
ໃນໂອກາດດັ່ງກ່າວ, ພະນະທ່ານ ກົງສະຕັນຕິໂນສ ຕາສູລັດ ໄດ້ໂອ້ລົມພ້ອມກັບບັນດາເອກອັກຄະລັດຖະທູດ ຈາກ 10 ປະເທດທີ່ໄດ້ມາຮ່ວມຍື່ນສານຕາຕັ້ງຄັ້ງນີ້, ຊຶ່ງໃນນັ້ນ ທ່ານປະທານາທິບໍດີ ທີ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ໃນຄັ້ງນີ້, ພ້ອມທັງໄດ້ອວຍພອນໃຫ້ທຸກທ່ານປະຕິບັດໜ້າທີ່ຢ່າງມີຜົນສຳເລັດ ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍໃຫ້ດີຍິ່ງຂຶ້ນ. ນອກຈາກນັ້ນ, ທ່ານປະ ທານາທິບໍດີ ຍັງໄດ້ແຈ້ງສະພາບການພັດທະນາປະເທດ ແລະ ຕີລາຄາສະພາບການພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະລັບສັບຊ້ອນ ລວມທັງບັນຫາສົງຄາມ ແລະ ວິກິດການດ້ານຕ່າງໆ ທີ່ເກີດຂຶ້ນ, ຊຶ່ງຮຽກຮ້ອງໃຫ້ມີການເພີ່ມທະວີການຮ່ວມມືສາກົນ ບົນພື້ນຖານຫຼັກການຂອງກົດບັດສະ ຫະປະຊາຊາດແລະກົດໝາຍສາກົນ.
ໃນໄລຍະການໄປຍື່ນສານຕາຕັ້ງຄັ້ງນີ້, ທ່ານ ທູດ ດາວວີ ວົງໄຊ ຍັງໄດ້ມີການພົບປະສອງຝ່າຍ ກັບບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດແຫ່ງ ສາທາລະນະລັກ ເກຣັກ ເປັນຕົ້ນແມ່ນ ຫົວໜ້າກົມ ອາຊີ ແລະ ໂອຊີນີ, ຫົວໜ້າກົມອົງການ ສປຊ, ແລະ ອົງການເຄືອຂ່າຍ ແລະ ກອງປະຊຸມສາກົນ ແລະ ຫົວໜ້າກົມກິດຈະການການເມືອງ ເພື່ອປຶກສາຫາລືກ່ຽວກັບນະໂຍບາຍ ແລະ ບູລິມະສິດຂອງແຕ່ລະປະເທດ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການເສີມຂະຫຍາຍການຮ່ວມມືສອງຝ່າຍ, ການສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນເວທີສາກົນ ພ້ອມທັງໄດ້ປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ລວມທັງການພົວພັນຮ່ວມມືໃນຂອບອາຊຽນ, ອີຢູ ແລະ ອົງການສະ ຫະປະຊາຊາດ.
![]() |
ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດເກຣັກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 15 ມິຖຸນາ 1989, ຊຶ່ງໃນໄລຍະຜ່ານມາ ສອງປະເທດ ໄດ້ມີສາຍພົວພັນການທູດທີ່ດີ ແລະ ໄດ້ມີການແລກປ່ຽນສານອວຍພອນວັນຊາດ ແລະ ສານຊົມເຊີຍໃນໂອກາດສຳຄັນຕ່າງໆ ລະຫວ່າງການນຳຂັ້ນສູງຂອງທັງສອງປະເທດຢ່າງເປັນປົກກະຕິ. (ຂ່າວ: ກຕທ)


ຄໍາເຫັນ