ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການຜັນຂະຫຍາຍບັນດາວຽກງານກ່ຽວຂ້ອງເຖິງທີ່ດິນ, ປ່າ, ສິ່ງແວດລ້ອມສຳລັບໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ. ກະຊວງການຕ່າງປະເທດ, ກະຊວງກໍ່ສ້າງ ສົມທົບກັບຝ່າຍ ຈີນ ກະກຽມກອງປະຊຸມຄະນະກຳມະການຮ່ວມ ການຮ່ວມມືທາງລົດໄຟ ຫວຽດນາມ - ຈີນ, ການກະກຽມຕ້ອງມີຄວາມລະອຽດ, ພິເສດແມ່ນການເລືອກເອົາທີ່ປຶກສາ.
ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ ກະຊວງກໍ່ສ້າງ ຮີບເລັ່ງສ້າງບົດລາຍງານຄວາມສາມາດເປັນໄປໄດ້ ເພື່ອເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນວັນທີ 19 ທັນວາ 2025.
ຄໍາເຫັນ