ໄດ້ປະກາດແຕ່ງຕັ້ງທ່ານ ຝຣັ່ງຊົວ ບາຍຣູ ເປັນນາຍົກລັດຖະມົນຕີ ທີ່ເຮັດໜ້າທີ່ນຳປະເທດຊາດ ຫຼຸດພົ້ນອອກຈາກວິກິດການດ້ານການເມືອງໃນຮອບ 6 ເດືອນຜ່ານມາ. ທ່ານ ຝຣັ່ງຊົວ ບາຍຣູ ອາຍຸ 73 ປີ, ເປັນນາຍົກລັດຖະມົນຕີຄົນທີ 3 ທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານ ແອັມມານູແອວ ມາຄຣົງ ໃນປີນີ້.
ກ່າວຄຳເຫັນໃນພິທີມອບ-ຮັບຕຳແໜ່ງ ກັບທ່ານ ມິເຊລ ບານີເຢ ອະດີດນາຍົກລັດຖະມົນຕີ, ທ່ານ ຝຣັ່ງຊົວ ບາຍຣູ ນາຍົກລັດຖະມົນຕີຄົນໃໝ່ ໃຫ້ຮູ້ວ່າ: ທ່ານ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຂອບຂະໜາດຂອງບັນດາບັນຫາດ້ານການເງິນ ແລະ ການເມືອງພາຍໃນປະເທດຝຣັ່ງ.
ຄໍາເຫັນ