ຂ່າວລະບຸວ່າ: ທ່ານ ຮຸນມາເນັດ ໄດ້ຮຽກຮ້ອງໃຫ້ລັດຖະບານກຳປູເຈຍບໍ່ອະນຸຍາດໃຫ້ມີການລົງທຶນໃນການຜະລິດຢາສູບໄຟຟ້າ (e-cigarettes) ໃດໆກໍຕາມໃນກຳປູເຈຍ. ປັດຈຸບັນ ລັດຖະບານໄດ້ໃຫ້ຄວາມສຳຄັນໃນການສະກັດກັ້ນການນຳເຂົ້າຜະລິດຕະພັນຢາສູບ ແລະ ຢາສູບທີ່ຜິດກົດໝາຍ. ຄຽງຄູ່ກັບການຍົກສູງຄວາມຮັບຮູ້ກ່ຽວກັບຜົນກະທົບຕໍ່ສຸຂະພາບຂອງຜະລິດຕະພັນຢາສູບ ແລະ ຢາສູບ.
ກຳປູເຈຍໄດ້ຫ້າມການນຳເຂົ້າ, ການຄ້າ ແລະ ການນຳໃຊ້ຢາສູບໄຟຟ້າ ແລະ ຊິຊາ ຫຼື ບາຣາກຸ ນັບຕັ້ງແຕ່ປີ 2014, ແຕ່ກໍຍັງມີລາຍງານການນຳເຂົ້າ ແລະ ຂາຍສິນຄ້າດັ່ງກ່າວຢ່າງຜິດກົດໝາຍ.
ກະຊວງສາທາລະນະສຸກໄດ້ເຕືອນຫຼາຍຄັ້ງວ່າ: ການສູບຢາສູບໄຟຟ້າເປັນອັນຕະລາຍຕໍ່ຮ່າງກາຍ ເນື່ອງຈາກສານນິໂຄຕີນສູງ ແລະ ອາດຈະເກີດບັນຫາສຸຂະພາບທີ່ຮ້າຍແຮງ ໄດ້.
ກະຊວງດັ່ງກ່າວລະບຸຕື່ມວ່າ: ຢາສູບໄຟຟ້າເປັນອຸປະກອນທີ່ໃຊ້ແບັດເຕີຣີ ຊຶ່ງຈະເຮັດໃຫ້ຄວາມຮ້ອນຂອງແຫຼວຊະນິດພິເສດກາຍເປັນລະອອງລອຍໃຫ້ຜູ້ໃຊ້ງານສູບ. ທ່ານກ່າວຕື່ມວ່າ, ຜູ້ໃຊ້ຢາສູບໄຟຟ້າອາດປະເຊີນກັບພະຍາດປອດຮ້າຍແຮງ, ມະເຮັງປອດ, ພະຍາດຫົວໃຈ ແລະ ຄວາມເສຍຫາຍຕໍ່ການພັດທະນາຂອງສະໝອງ.
ຄໍາເຫັນ