ທ່ານ ກາກມາກ ນັກທິດສະດີຜູ້ຍິ່ງໃຫຍ່ ແລະເປັນຜູ້ນຳທີ່ປີຊາສາ¬ມາດ (ໃນໂອກາດວັນເກີດທ່ານກາກມາກຄົບຮອບ 206 ປີ, 5/5/1818–5/5/2024)

ທ່ານ ກາກມາກ ນັກທິດສະດີຜູ້ຍິ່ງໃຫຍ່ ແລະເປັນຜູ້ນຳທີ່ປີຊາສາ¬ມາດ (ໃນໂອກາດວັນເກີດທ່ານກາກມາກຄົບຮອບ 206 ປີ, 5/5/1818–5/5/2024)
ຮຽບຮຽງໂດຍ: ຈັນທະລາ
ທ່ານ ກາກມາກ ແມ່ນນັກເສດຖະສາດ, ນັກປັດຊະຍາ ແລະ ນັກປະຕິວັດຄົນເຢຍລະມັນ, ເກີດເມື່ອວັນທີ 5/5/1818 ໃນຄອບຄົວຊົນຊັ້ນກາງ ທີ່ເມືອງເທຍ ໂດຍໄດ້ສຶກສາກົດໝາຍ ແລະ ປັດຊະຍາທີ່ມະຫາວິທະຍາໄລເມືອງບອນ ແລະ ແບັກແລັງ.ຜົນງານ ແລະ ຊື່ສຽງຂອງ ທ່ານ ກາກມາກ ທີ່ໄດ້ຮັບການຍ້ອງຍໍຈາກທົ່ວໂລກຄື: ໜັງສື ວ່າດ້ວຍທຶນ (Das Kapital) ຊຶ່ງມີເນື້ອໃນວິພາກວິຈານແລະ ວິເຄາະລະບົບທຶນນິຍົມ.
ໃນເວລາທີ່ທ່ານ ກາກມາກ ເປັນນັກສຶກສາຢູ່ມະຫາວິທະຍາໄລໄດ້ອຸທິດຕົນເພື່ອຄົ້ນຄວ້າປັດຊະຍາ, ວິຊາສັງຄົມສາດ.ນອກຈາກການຄົ້ນຄວ້າປັດຊະຍາແລ້ວ, ທ່ານ ກາກມາກສາມາດຄົ້ນພົບຫຼັກມູນພື້ນຖານຈຳນວນໜຶ່ງໂດຍໄດ້ເລີ່ມສ້າງລັດທິມາກຂຶ້ນໃນຊຸມປີ 40 ຂອງສະຕະວັດທີ 19 ຢູ່ເຢຍລະມັນ.
ລັດທິມາກເກີດຂຶ້ນເນື່ອງຈາກມີການຂະຫຍາຍຕົວທາງດ້ານສັງຄົມ,ການຕໍ່ສູ້ຊົນຊັ້ນ, ວິທະຍາສາດແລະປັດຊະຍາ.ໃນເວລານັ້ນ, ໄດ້ເກີດມີປະຖົມປັດໄຈທາງດ້ານທິດສະດີ, ດ້ານເສດຖະກິດແລະສັງຄົມສຳລັບລັດທິມາກ. ທ່ານກາກມາກໄດ້ຄົ້ນພົບກົດເກນພື້ນຖານທາງດ້ານເສດຖະກິດນາຍທຶນແລະກຳມະກອນໄດ້ຄົ້ນພົບວ່າ: ຊົນຊັ້ນກຳມະກອນແລະຊາວຜູ້ອອກແຮງງານແມ່ນຜູ້ສ້າງພາລະກຳປະຫວັດສາດໂດຍຖືວ່າ: ຊົນຊັ້ນແລະການຕໍ່ສູ້ຊົນຊັ້ນແມ່ນຈຸດປະສົງ, ເປົ້າໝາຍທີ່ກ້າວໄປເຖິງການປົດປ່ອຍຕົນເອງອອກຈາກສັງຄົມແຫ່ງຄວາມມືດມົນແລະຄວາມບໍ່ຍຸຕິທຳ.  ທ່ານ ກາກມາກແມ່ນນັກພຶດຕິກຳແລະນັກປະຕິວັດທີ່ກ້າແກ່ນ, ເປັນຜູ້ນຳແລະເປັນນັກທິດສະດີຂອງຊົນຊັ້ນກຳມະກອນ, ທ່ານ ກາກມາກໄດ້ເຂົ້າໃຈບົດບາດປະຫວັດສາດອັນຍິ່ງໃຫຍ່ຂອງຊົນຊັ້ນຊຶ່ງເປັນກຳລັງປະຕິວັດທີ່ກ້າວໝ້າທີ່ສະເໝີຕົ້ນສະເໝີປາຍຢ່າງພາວະວິໃສ.
    ທ່ານ ກາກມາກແມ່ນນັກປະ¬ຕິ¬ວັດຜູ້ໜຶ່ງທີ່ໄດ້ໃຫ້ກຳ¬ເນີດປັດຊະຍາມາກສິດລວມມີ:ລັດ¬ທິວັດ¬ຖຸນິຍົມສັດ¬ຈະວິ¬ພາກ, ລັດ¬ທິວັດ¬ຖຸນິ¬ຍົມປະ¬ຫວັດສາດ,ເສດ¬ຖະ¬ສາດການ¬ເມືອງ ແລະຍັງໄດ້ຮັບການຍອມຮັບຈາກບັນ¬ດານັກ¬ປາດທາງດ້ານການ¬ເມືອງທີ່ສຳ¬ຄັນແລະ ດີ¬ເດັ່ນຂອງໂລກ. ທ່ານ ກາກມາກ ຍັງເປັນນັກທິດສະດີຜູ້ຍິ່ງໃຫຍ່ເປັນຜູ້ນຳທີ່ປີຊາສາ¬ມາດເປັນອາ¬ຈານຜູ້ຍິ່ງໃຫຍ່ຂອງຂະບວນກຳມະກອນສາກົນເປັນຜູ້ໃຫ້ກຳ¬ເນີດລັດ¬ທິກອມມູນິດວິ¬ທະຍາ¬ສາດຊຶ່ງເປັນທິດສະດີປ່ຽນ-ແປງໃໝ່ ແລະດັດສ້າງໂລກໃຫ້ມີຄວາມກ້າວ¬ໜ້າຂະ¬ຫຍາຍ¬ຕົວ ແລະ ສັນ¬ຕິ¬ພາບ.ທ່ານກາກມາກໄດ້ຮ່ວມກັບທ່ານອັງແກນສ້າງຕັ້ງພັກຂອງຊົນຊັ້ນກຳມະກອນຂຶ້ນໃນປະຫວັດສາດການຂະຫຍາຍຕົວຂອງສັງຄົມມະນຸດ.
ລັດທິມາກແມ່ນທິດສະດີທີ່ມີວິທະຍາສາດໄດ້ເປີດເຜີຍກົດເກນການພັດທະນາຂອງສັງຄົມມະນຸດ.ລັດທິມາກແມ່ນທິດສະດີຂອງປະຊາຊົນໂດຍໄດ້ສ້າງລະບົບແນວຄິດທີ່ປະຊາຊົນບັນລຸການປົດປ່ອຍຕົນເອງເປັນຄັ້ງທຳອິດ.ລັດທິມາກແມ່ນທິດສະດີຜ່ານການລົງປະຕິບັດຕົວຈິງແລະຊີ້ນຳການເຄື່ອນໄຫວຂອງປະຊາຊົນໃນການດັດສ້າງໂລກ.ລັດທິມາກແມ່ນທິດສະດີແບບເປີດກວ້າງແລະມີການພັດທະນາຢ່າງບໍ່ຢຸດຢັ້ງ, ຈະຢືນຢູ່ແຖວໜ້າແຫ່ງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ ​ດຶງ​ດູດ​ການ​ລົງ​ທຶນຫຼາຍກວ່າ 100 ຕື້​ໂດ​ລາ ​ເປັນ​ເວ​ລາ 15 ປີ​ລຽນ​ຕິດ

ຈີນ​ ​ດຶງ​ດູດ​ການ​ລົງ​ທຶນຫຼາຍກວ່າ 100 ຕື້​ໂດ​ລາ ​ເປັນ​ເວ​ລາ 15 ປີ​ລຽນ​ຕິດ

123 ປະ​ເທດ ແລະ ​ເຂດ​ແຄວ້ນ, 1,100 ກວ່າ​ອົງ​ການ​ຈັດ​ຕັ້ງ​ພາກ​ລັດ ແລະ ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ; ເນື້ອ​ທີ່​ເຂດ​ວາງ​ສະ​ແດງ​ກຳ​ລັງ​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ໄດ້​ເປີດກວ້າງ​ອອກ, ຈຳ​ນວນ​ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ເຂດ​ການ​ຮ່ວມ​ມື​ສາ​ກົນ​ຂອງວິ​ສາ​ຫະ​ກິດ​​ທີ່​ມີ​ລັກ​ສະ​ນະ​ສະ​ເພາະ ມີ​ສີ​ສັນ​ພິ​ເສດ ແລະ ​ປະ​ດິດ​ສ້າງ​ໃໝ່​ໄດ້​ເພີ່ມ​ຂຶ້ນໜຶ່ງເທົ່າ​ເມື່ອ​ທຽບ​ໃສ່​ປີ 2024; ໄດ້​ເຊັນ​ສັນ​ຍາ​ລົງ​ທຶນ​ປະ​ເພດ​ຕ່າງໆ 1,154 ໂຄງ​ການ, ລວມຍອດ​ມູນ​ຄ່າ​ການ​ລົງ​ທຶນ 644 ຕື້ຢວນ. ໃນ​ງານ​ຕະຫຼາດ​ນັດການ​ລົງ​ທຶນ​ ແລະ ການ​ຄ້າ​​ສາ​ກົນ​ຈີນ​ຄັ້ງ​ທີ 25 ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 8 - 11 ກັນ​ຍາ​ນີ້, ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ທີ່​ທົ່ວ​ໂລກ​ສັງ​ເກດ​ຈີນ ແລະ ຊອກ​ຫາ​ໂອ​ກາດ​ການ​ລົງ​ທຶນ.
ມະຫາວິທະຍາໄລ Greenwich - Kent ຈະລວມເຂົ້າກັນເປັນ ມະຫາວິທະຍາໄລທີ່ຍິ່ງໃຫຍ່

ມະຫາວິທະຍາໄລ Greenwich - Kent ຈະລວມເຂົ້າກັນເປັນ ມະຫາວິທະຍາໄລທີ່ຍິ່ງໃຫຍ່

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມາວ່າ: ມະຫາວິທະຍາໄລ Greenwich ແລະມະຫາວິທະຍາໄລ Kent ໃນປະເທດອັງກິດ ໄດ້ປະກາດແຜນການລວມກິດຈະການໃຫ້ກາຍເປັນ "ມະຫາວິທະຍາໄລທີ່ຍິ່ງໃຫຍ່" ແຫ່ງທໍາອິດຂອງອັງກິດ, ເພື່ອແນໃສ່ເພີ່ມທະວີສະຖຽນລະພາບທາງດ້ານການເງິນ ແລະ ຂະຫຍາຍໂອກາດສໍາລັບນັກສຶກສາໃນນະຄອນຫຼວງລອນດອນ ແລະ ຕາເວັນອອກສ່ຽງໃຕ້.
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%

ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການສະຖິຕິແຫ່ງຊາດຂອງນູແວນເຊລັງເປີດເຜີຍຂໍ້ມູນຄາດຄະເນລ້າສຸດວ່າ, ນູແວນເຊລັງ ຈະມີປະຊາກອນເຊື້ອສາຍອາຊີປະມານ 33% ໃນປີ 2048, ເພີ່ມຂຶ້ນຈາກ 19% ໃນປີ 2023. ໂດຍຜູ້ທີ່ມີເຊື້ອສາຍຈີນຈະເພີ່ມຂຶ້ນຈາກ 6% ເປັນປະມານ 8%, ໃນຂະນະທີ່ເຊື້ອສາຍອິນເດຍຈະເພີ່ມຂຶ້ນຈາກ 7% ເປັນປະມານ 12%.
ອາຊຽນ ຊຸກຍູ້ຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ

ອາຊຽນ ຊຸກຍູ້ຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສດຳເນີນທຸລະກິດກວມລວມ ອາຊຽນ (AIBF) ຄັ້ງທີ 8 ທີ່ຈັດຂຶ້ນຫວ່າງມໍ່ໆມາມານີ້ ຢູ່ນະຄອນຫຼວງກົວລາລຳເປີ ປະເທດ ມາເລເຊຍ ໄດ້ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຂອງພາກພື້ນ ແນໃສ່ຊຸກຍູ້ບັນດາຮູບແບບດຳເນີນທຸລະກິດກວມລວມ ແລະ ຍືນຍົງ.
ອົສຕຣາລີ ຄາດວ່າຈະມີ 1 ລ້ານກວ່າຄົນ ເປັນໂຣກສະໝອງເສື່ອມໃນປີ 2065

ອົສຕຣາລີ ຄາດວ່າຈະມີ 1 ລ້ານກວ່າຄົນ ເປັນໂຣກສະໝອງເສື່ອມໃນປີ 2065

ຂ່າວຕ່າງປະເທດລາຍງານວ່າ: ບົດລາຍງານໂຣກສະໝອງເສື່ອມໃນອົສຕຣາລີ (ສະບັບປັບປຸງ) ຊຶ່ງສະຖາບັນສຸຂະພາບ ແລະ ສະຫວັດດີການ ແຫ່ງອົສຕຣາລີ ເປີດເຜີຍຫວ່າງບໍ່ດົນມານີ້ ຄາດຄະເນວ່າຈໍານວນຄົນທີ່ເປັນໂຣກສະໝອງເສື່ອມໃນອົສຕຣາລີຈະບັນລຸ 1.1 ລ້ານຄົນໃນປີ 2065 ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າຈາກປະມານ 425,000 ໃນປີ 2024.
ທ່ານ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ ຫວຽດນາມ

ທ່ານ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ໄດ້ຈັດພິທີສະຫຼອງ 80 ປີແຫ່ງວັນມູນເຊື້ອສານປະຊາຊົນ (13 ກັນຍາ 1945 – 13 ກັນຍາ 2025) ແລະ ຮັບນາມມະຍົດນັກວິລະຊົນແຮງງານ.
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ອົງການຂໍ້ມູນຂ່າວສານດ້ານພະລັງງານຂອງ ສະຫະລັດ ອາເມຣິກາ (EIA) ໄດ້ເປີດເຜີຍບົດລາຍງານທ່າອ່ຽງພະລັງງານໄລຍະສັ້ນ (STEO) ໃນວັນ 9 ກັນຍາ ຜ່ານມາ ຄາດ​ວ່າ, ​ຄວາມ​ຕ້ອງການ​ໃຊ້ໄຟຟ້າ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ຈະສືບຕໍ່ສ້າງ​ສະຖິຕິ​ສູງສຸດຄັ້ງໃໝ່​ໃນ​ປີ 2025 ​ແລະ 2026, ທຳລາຍສະຖິຕິທີ່ຜ່ານມາ 4,097 ພັນ​ຕື້​ກິ​ໂລ​ວັດ​ຕໍ່​ຊົ່ວ​ໂມງ​ (kWh) ໃນ​ປີ 2024. ໂດຍ​ຈະ​ເພີ່ມ​ຂຶ້ນ​ເປັນ 4,187 ພັນ​ຕື້​ kWh ​ໃນ​ປີ 2025 ​ແລະ​ ເພີ່ມ​ຂຶ້ນອີກ​ເປັນ 4,305 ພັນຕື້ ​ kWh ​ໃນ​ປີ 2026 ຊຶ່ງປັດໄຈຕົ້ນຕໍມາຈາກການຂະຫຍາຍຕົວຂອງສູນຂໍ້ມູນທີ່ຮອງຮັບປັນຍາປະດິດ (AI) ແລະ cryptocurrencies, ລວມເຖິງການຫັນປ່ຽນຂອງຄົວເຮືອນ ແລະ ຂະແໜງທຸລະກິດ ທີ່ໃຊ້ໄຟຟ້າແທນນໍ້າມັນເຊື້ອໄຟໃນການເຮັດຄວາມຮ້ອນ ແລະ ການຂົນສົ່ງ.
ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກົມ​ພາສີ​ ແລະ​ ອາກອນ​ຂອງ​ກຳປູ​ເຈຍ​ໄດ້​ລາຍ​ງານ​ການ​ສົ່ງ​ອອກ​ຜະລິດຕະພັນ ​ມູນ​ຄ່າ 20.1 ຕື້​ໂດ​ລາ ​ໃນ​ໄລຍະເດືອນມັງກອນ - ສິງຫາ ​ປີ 2025, ​ເພີ່ມ​ຂຶ້ນ 14.8% ຈາກ 17.5 ຕື້​ໂດ​ລາ ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2024.
ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ຂ່າວສານຊີອາໄອ ລາຍງານວ່າ: ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງບໍ່ດົນມານີ້ ໃນ​ກອງ​ປະ​ຊຸມ​​ຄະ​ນະ​​ບໍ​ລິ​ຫານ​ງານ​ສາ​ກົນ​ຄັ້ງ​ທີ 76 ຂອງ​ຄະ​ນະ​ກຳ​ມະ​ການ​​ຊົນ​ລະ​ປະ​ທານ ແລະ ລະ​ບາຍ​ນ້ຳ​ສາ​ກົນ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປະເທດ​ມາ​ເລ​ເຊຍ ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ​ (ຊຸດ​ທີ 12) ປີ 2025 ຢ່າງ​ເປັນ​ທາງ​ການ.
ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ກັນຍາ ຜ່ານມາ, ຄະນະຄົ້ນຄວ້າການພັດທະນາເສດຖະກິດພາກເອກະຊົນ (ຄະນະ 4, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະ ມົນຕີ) ໄດ້ຈັດພິທີປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”.
ເພີ່ມເຕີມ