ການພັດທະນາຄອບຄົວ ກໍຍັງມີຫຼາຍໆຄອບຄົວທີ່ມີການພັດທະນາແຕກຕ່າງກັນ

ທ່ານ ເລັດສະໄໝ ດວງຈະເລີນ ຖືເອົາອາຊີບລ້ຽງໝູຂາຍ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ເລັດສະໄໝ ດວງຈະເລີນ ຖືເອົາອາຊີບລ້ຽງໝູຂາຍ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ຖ້າຫາກເວົ້າເຖິງການພັດທະນາຄອບຄົວ ກໍຍັງມີຫຼາຍໆຄອບຄົວທີ່ມີການພັດທະນາແຕກຕ່າງກັນຖືວ່າມີທ່າແຮງຫຼາຍດ້ານສົມຄວນເປັນຕົ້ນ: ດ້ານການຜະລິດກະສິກໍາແບບປະສົມປະສານ

ເຊັ່ນ: ການປູກຝັງ ແລະ ລ້ຽງສັດ ທີ່ເປັນໜໍ່ແໜງການຜະລິດຂອງຄົນລາວເຮົາມາແຕ່ປູ່ຢ່າ ຕາຍາຍ. ຊຶ່ງການຜະລິດກະສິກໍາແບບປະສົມປະສານ ທີ່ມີຫຼາຍຄອບຄົວມັກເບິ່ງຂ້າມ ຈົນກາຍເປັນຄອບຄົວຕົວແບບດ້ານການປູກຝັ່ງ ແລະ ລ້ຽງສັດເພື່ອປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ກິນອິ່ມ, ນຸ່ງອຸ່ນ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່ານັບຕັ້ງແຕ່ສະໄໝບູຮານຈົນມາເຖິງປັດຈຸບັນ ແມ່ນມີອາຊີບໃນການລ້ຽງສັດ ແລະ ປູກຝັ່ງ ແບບປະສົມປະສານ ໃນການສ້າງລາຍຮັບເຂົ້າຄອບຄົວ ຊຶ່ງແມ່ນວຽກງານຫຼັກຂອງປະຊາຊົນ, ຄວາມຕ້ອງການຂອງແຕ່ລະຄອບຄົວເຫຼົ່ານີ້ກໍຍັງມີຫຼາກຫຼາຍອາຊີບແຕກຕ່າງກັນໄປ. ປັດຈຸບັນ ການ ປູກຝັ່ງ-ລ້ຽງສັດແບບປະສົມປະສານ ນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນ, ແຕ່ລະຄອບຄົວ ຈະປູກ-ຈະລ້ຽງສັດໃນແຕ່ລະປະເພດທີ່ແຕກຕ່າງກັນໄປ ຍ້ອນຄວາມຕ້ອງການ ແລະ ຄວາມຊໍານານໃນການເຮັດບໍ່ຄືກັນ.

ທ່ານ ເລັດສະໄໝ ດວງຈະເລີນ ອາຍຸ 38 ປີ ອາຊີບພະນັກງານ-ລັດຖະກອນຄູ ຄອບຄົວທ່ານແມ່ນ: ໜຶ່ງໃນຕົວແບບດີເດັ່ນ ຂອງສະມາຊິກກໍາມະບານໂຮງຮຽນ ມສ ເມືອງ ຕະໂອ້ຍ ແຂວງສາລະວັນ ທີ່ຖືເອົາອາຊີບການລ້ຽງໝູຂາຍເປັນສີນຄ້າຈົນສາມາດສ້າງເສດຖະກິດຄອບຄົວພໍຢູ່ພໍກິນຕະຫຼອດປີ; ໃນໂອກາດຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານຄັ້ງທີ IX ທົ່ວເມືອງ ຕະໂອ້ຍເມື່ອບໍ່ດົນມານີ້ວ່າ: ຕົນເອງໄດ້ສ້າງຄອບຄົວກັບນາງ ເພ້ງສຸກ ສີສະໝຸດ ໃນປີ 2011 ປັດຈຸບັນຄອບຄົວຕົນເອງມີສະມາຊິກພາຍໃນຄອບຄົວທັງໝົດ 4 ຄົນ, ຍິງ 2 ຄົນ ແລະ ມີແຮງງານຕົ້ນຕໍຢູ່ 2 ຄົນ; ການດໍາລົງຊີວິດຜ່ານມາແມ່ນອາໃສແຕ່ເງິນເດືອນເປັນລາຍຮັບຫຼັກ ແຕ່ບໍ່ພຽງພໍກັບຄວາມຕ້ອງການໃນການດໍາລົງຊີວິດປະຈໍາວັນ. ມາໃນປີ 2015 ສະພາບຄອບຄົວຂາດເຂີນບໍ່ມີລາຍຮັບ, ບໍ່ພຽງພໍກັບລາຍຈ່າຍ ແລະ ອີງໃສ່ແນວທາງນະໂຍບາຍຂອງພັກ-ລັດ ຊຸກຍູ້-ສົ່ງເສີ່ມໃຫ້ປະຊາຊົນປູກຟັງ-ລ້ຽງສັດກ່າຍເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ; ດ້ວຍເຫດຜົນດັ່ງກ່າວຈຶ່ງມີຊ່ອງທາງໜຶ່ງເຮັດໃຫ້ຂ້າພະເຈົ້າເກີດມີແນວຄວາມຄິດຢາກພັດທະນາຄອບຄົວໂດຍ ຖືເອົາການປູກຜັກປອດສານພິດເຊັ່ນ: ຜັກບົ້ງ, ຜັກກາດ, ຜັກສະລັດ ແລະ ຜັກອື່ນໆ; ແຕ່ການປູກຜັກດັ່ງກ່າວນັ້ນຍັງເຮັດໃຫ້ຄອບຄົວບໍ່ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອ. ມາຮອດປີ 2015-2021 ຄອບຄົວຂອງຕົນກໍໄດ້ຕັດສິນໃຈຊື້ລູກໝູ່ລາດມາຂາຍຢູ່ພາຍໃນເມືອງ ຕະໂອ້ຍ ແລະ ມີລາຍຮັບເຂົ້າຄອບຄົວປີໜຶ່ງບໍ່ຕໍ່າກວ່າ 50,000,000 ກີບ ໄລ່ຍະນັ້ນຄວາມຕ້ອງການລູກໝູ່ນ້ອຍຂອງຕະຫຼາດພາຍໃນເມືອງເພີ່ມຂຶ້ນເລື້ອຍໆ.

ທ່ານ ເລັດສະໄໝ ດວງຈະເລີນ ໃຫ້ຮູ້ຕື່ມອິກວ່າ: ໃນປີ 2022 ຕົນເອງພ້ອມຄອບຄົວໄດ້ຕັດສິນໃຈສຸ່ມທຶນຮອນຈໍານວນໜຶ່ງທີ່ສະສົມໃນປີຜ່ານມາ ຊື້ແມ່ໝູຈໍານວນ 15 ໂຕ ແລະ ໝູເຖິກ 3 ໂຕ (ພໍ່ພັນ+ແມ່ພັນ). ປີໜຶ່ງໝູເກີດລູກ 2 ຊຸດ, ຊຸດໜຶ່ງໄດ້ລູກ 5-6 ໂຕຕໍ່ 1 ແມ່, ສະເລ່ຍປະມານ 75 ໂຕຕໍ່ຊຸດ ແລະ ລ້ຽງລູກໝູນ້ອຍໄລຍະເວລາ 45 ວັນກໍສາມາດຂາຍອອກໄດ້ ແລະ ຂາຍໃນລາຄາ 500,000ກີບ/ໂຕ ແລະ ສາມາດສ້າງລາຍຮັບ 37,000,000/ເດືອນ ແລະ ໄລຍະເວລາປີໜຶ່ງມີລູກໝູລາດຈໍານວນ 150ໂຕ ຂາຍໃນລາຄາ 500,000ກີບ/ໂຕ ແລະ ມີລາຍຮັບປີໜຶ່ງ 75,000,000ກີບຕໍ່ປີ; ສໍາລັບຄ່າສິນເປື່ອງຊື້ຮໍາເດືອນລະ 1,000,000 ກີບ.ຖ້າຄິດໄລ່ຄ່າສິນເປື່ອງໝົດປີແມ່ນ 63,000,000 ກີບ/ປີ. ມາຮອດປີ 2023-2024 ການຜະລິດລູກໝູລາດແມ່ນເພີ່ມຂຶ້ນຈາກ 75 ໂຕ/ຊຸດມາເປັນ 120 ໂຕ/ຊຸດ, ປີໜຶ່ງຈະຕົກຢູ່ 240 ໂຕ ແລະ ມີລາຍຮັບຈາກ 75,000,000ກີບ/ປີ ມາເປັນ 120,000,000 ກີບ/ປີ; ຫັກຄ່າສິນເປື່ອງ ແລະ ອາຫານເສີ່ມອອກ 20,000,000 ກີບ/ປີ ຄອບຄົວຈະມີລາຍຮັບຈາກການຂາຍລູກໝູ 100,000,000 ກີບ/ປີ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ຈາກລາຍຮັບໃນແຕ່ລະປີບວກໃສເງິນເດືອນແລ້ວຄອບຄົວຂ້າພະເຈົ້າແມ່ນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ. ມາຮອດປັດຈຸບັນນີ້ ຄອບຄົວຕົນເອງມີເຮືອນວິນລາ 1 ຫຼັງ, ມີລົດກະບະ 1 ຄັນ, ລົດຈັກ 3 ຄັນ. ທັງໝົດນີ້ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ຊຸກຍູ້ປຸກລະດົມຂົນຂວາຍ, ພັກດັນເຮັດໃຫ້ຄອບຄົວຂ້າພະເຈົ້າມີລາຍຮັບພໍກຸ້ມກິນຕະຫຼອດປີ ແລະ ມີທຶນຮອນໝູນວຽນເພື່ອສ້າງເສດຖະກິດຄອບຄົວຕໍ່ໄປ ແລະ ຮັກສາມູນເຊື້ອຄອບຄົວຕົວແບບຕະຫຼອດໄປ.

(ໂດຍ: ຖວທ ຕະໂອ້ຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ  ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ສຳມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ແລະ ວັນເກີດ ປະທານ ໄກສອນ ພົວວິຫານ

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ໄດ້ຈັດຂຶ້ນທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນ ຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຫົວໜ້າອະນຸກໍາມະການເນື້ອໃນສະເຫຼີມສະຫຼອງ 3 ວັນປະຫວັດສາດຂັ້ນສູນກາງ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ພ້ອມດ້ວຍບັນດາສະຫາຍການນໍາຈາກກະຊວງ, ອົງການ36 ພາກສ່ວນ ແລະ ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ໃນເມື່ອບໍ່ດົນມານີ້, ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງຕ໋ອງໂສ້ການຜະລິດ ແລະ ຕະຫຼາດເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ

ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ), ສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະປະຈໍາ ສພຂ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າ ແລະ ປະທານຄະນະກຳມະການປົກຄອງເມືອງ 14 ເມືອງ, 1 ນະຄອນ ເຂົ້າຮ່ວມ.
ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບິກຊີຊຸບເປີເຊັນເຕີລາວ ຈຳກັດ ສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ

ບໍລິສັດ ບິກຊີຊຸບເປີເຊັນເຕີລາວ ຈຳກັດ ໄດ້ເປັນເຈົ້າພາບເຈົ້າສັດທາຫຼັກບຸນກະຖິນ ທີ່ວັດປ່ານາຄູນນ້ອຍ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອລະດົມທຶນມາສ້າງສາພັດທະນາວັດດັ່ງກ່າວ. ບຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກຜ່ານມາ ໂດຍມີພະເຖລາ ນຸເຖລະ ຈາກວັດແຫ່ງຕ່າງໆພາຍໃນ ນວ, ມີທ່ານ ບຸນຊູ ພະວິເສດ ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ, ມີອອກຕົນຍາດໂຍມຈາກບ້ານຕ່າງໆພາຍໃນ ນວ, ບ້ານອ້ອມຂ້າງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ  ຄົບຮອບ 1 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດຄົບຮອບ 1 ປີໄດ້ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມານີ້, ຢູ່ທີ່ຕະຫຼາດຫຼັກຊັບລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີສະຫວາດ ດວງສະຫວັນ ຜູ້ອໍານວຍການຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ, ມີຮອງປະທານບໍລິສັດ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງ ໄດ້ຮັບຄວາມນິຍົມໃນງານບຸນພະທາດຫຼວງ

ແຈ່ວປາບໍ້າກຸ້ງຕ້ອງລອງເອກະລັກສະເພາະຂອງເມືອງຊໍາເໜືອ ແຂວງຫົວພັນໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບ) ຂອງຄົນລາວແທ້.
ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ສະມາຄົມທຸລະກິດກະສິກໍາຮ່ວມມືກັບທະນາຄານສົ່ງເສີມກະສິກໍາຜະລິດສະບຽງອາຫານໃຫ້ຍືນຍົງ

ພັກ, ລັດໄດ້ຖືເອົາວຽກງານກະສິກຳ ເປັນຂະແໜງການທີ່ສຳຄັນເປັນພິເສດ ເພື່ອເປັນພື້ນຖານໃນການພັດທະນາເສດຖະກິດຂອງຊາດ ເພີ່ມການຜະລິດໃຫ້ຫຼາຍ ຄໍ້າປະກັນສະບຽງອາຫານໃຫ້ສັງຄົມຢ່າງທົ່ວເຖິງ-ພຽງພໍ ແລະ ສົ່ງອອກສູ່ຕະຫຼາດສາກົນ ໂດຍໄດ້ກຳນົດວ່າ: “ກະສິກຳເປັນແນວຮົບອັນດັບໜຶ່ງ, ການກະສິກໍາ ແລະ ປ່າໄມ້ ຍັງແມ່ນຂະແໜງພື້ນຖານໃນໂຄງປະກອບເສດຖະກິດແຫ່ງຊາດຂອງພວກເຮົາ”.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດພຽງ 39.362 ເຮັກຕາ

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ : ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ . ໃນນັ້ນ, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ , ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ , ຄາດຄະເນຜົນຜະລິດ 122,748 ໂຕນ .
ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ເພີ່ມເຕີມ