ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ

ທ່ານ ລິນຄຳ ດວງສະຫວັນ ເຄື່ອນໄຫວວຽກງານ ພ້ອມມອບເຄື່ອງຊ່ວຍເຫຼືອ ທີ່ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ
ໃນວັນທີ 14 ກັນຍາຜ່ານມານີ້ ທີ່ ເມືອງໄຊ ແຂວງອຸດົມໄຊ, ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ກສ ໄດ້ລົງຢ້ຽມຢາມ ໂຄງການຊົນລະປະທານ ອ່າງເກັບນ້ຳ ນ້ຳຫີນ. ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າສູນກະສິກຳ ພາກເໜືອ ພ້ອມດ້ວຍທີມງານຂອງແຂວງ ຮ່ວມຕິດຕາມ.
ທານ ລນຄຳ ດວງສະຫວນ ເຄອນໄຫວວຽກງານ ພອມມອບເຄອງຊວຍເຫອ ທແຂວງອດມໄຊ ແລະ ແຂວງຫວງນຳທາ - image 1
 

 

ຈາກນັ້ນ, ຄະນະໄດ້ລົງຢ້ຽມຢາມພື້ນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມທີ່ບ້ານບໍ່, ບ້ານແຟນ ແລະ ບ້ານຫົວນ້ຳບາກ ຊຶ່ງເປັນບ້ານຖືກນ້ຳຊຸ ນ້ຳພັດ ເນື້ອທີ່ການຜະລິດ, ເຮືອນຊານ, ພາຫະນະ, ຊັບສິນຕ່າງໆຂອງປະຊາຊົນ ເສຍຫາຍເປັນຈໍານວນຫຼາຍ. ຕ່ໍເຫດການດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເກັບກຳຂໍ້ມູນໂຕເລກຜົນເສຍຫາຍ ໃຫ້ລະອຽດ ພ້ອມທັງໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ປະສານກັບບັນດາກົມທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆຂອງແຂວງ ເລັ່ງຟື້ນຟູໃຫ້ປະຊາຊົນໃນເຂດດັ່ງກ່າວ.

ຫຼັງຈາກນັ້ນ, ໃນວັນທີ 15 ກັນຍາ ທີ່ຫ້ອງການວ່າການແຂວງອຸດົມໄຊ ທ່ານ ລິນຄຳ ດວງສະຫວັນ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ປະທານປະຊາຊົນແຂວງອຸດົມໄຊ. ໃນໂອກາດດັ່ງກ່າວ ທ່ານ ລິນຄຳ ດວງສະຫວັນ ໄດ້ສະແດງຄວາມຂອບໃຈ ສຳລັບການຕ້ອນຮັບທີ່ອົບອຸ່ນ ທີ່ອຳນວຍຄວາມສະດວກດ້ານຕ່າງໆ ໃນການລົງຢ້ຽມຢາມພື້ນທີ່ດັ່ງກ່າວ.

ເພື່ອບັນດາເທົາທຸກຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມ ທ່ານລັດຖະມົນຕີກໍໄດ້ຖືໂອກາດນີ້ ມອບລົດສູບນ້ຳ, ແນວພັນພືດ, ເຂົ້າສານ, ເຄື່ອງໃຊ້ຫ້ອງການ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໃຫ້ແຂວງອຸດົມໄຊ ເພື່ອນໍາໄປມອບໃຫ້ປະຊາຊົນຜູ້ທີ່ປະສົບໄພພິບັດ, ໃຫ້ກຽດຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ລວມມູນຄ່າທັງໝົດ 1 ຕື້ 855 ລ້ານກີບ ແລະ ມອບໃຫ້ ແຂວງຫຼວງນໍ້າທາ ໃຫ້ກຽດຮັບໂດຍ ທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ ລວມມູນຄ່າທັງໝົດ 580 ລ້ານກີບ. ເຄື່ອງທັງໝົດນີ້ຈະນຳໄປແຈກຢາຍໃຫ້ພໍ່ແມ່ປະຊາຊົນທີ່ປະສົບໄພນ້ຳຖ້ວມ ພ້ອມນຳໃຊ້ເຂົ້າໃນວຽກງານຂອງລັດຕໍ່ໄປ.

ເວລາຕໍ່ມາ ທາງຄະນະຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ເດີນທາງ ໄປມອບເຄື່ອງປະເພດອາຫານແຫ້ງ, ຄອມພິວເຕີ ແລະ ເງິນສົດ ໃຫ້ເມືອງຫຼາ ຕາງໜ້າຮັບໂດຍ ທ່ານ ນິດ ໂພທິວັນ ປະທານຄະນະກຳມະການປົກຄອງ ເມືອງຫຼາ ລວມເປັນມູນຄ່າທັງໝົດ 59 ລ້ານກີບ. ຫຼັງຈາກນັ້ນ, ກໍໄດ້ເດີນທາງໄປເບິ່ງພື້ນທີ່ນາ, ສວນຜັກ ທີ່ຖືກນ້ຳຖ້ວມ ຂອງປະຊາຊົນ ທີ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ຕື່ມອີກ.

(ແຫຼ່ງຂ່າວ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ