ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ

ທ່ານ ນາງ ປານີ ຢາທໍ່ຕູ້ ຮ່ວມປູກຕົ້ນໄມ້ ໃນຂະບວນການປູກຕົ້ນໄມ້ ຂອງກະຊວງ ປກສ
ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 100ປີແລະວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ ຂຶ້ນໃນເຊົ້າວັນທີ 30 ພຶດສະພານີ້ ທີ່ສູນຮັບຕ້ອນແລະຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໂດຍການໃຫ້ກຽດເຂົ້າຮ່ວມແລະນໍາພາປູກຕົ້ນໄມ້ໃນຄັ້ງນີ້ໂດຍທ່ານນາງປານີຢາທໍ່ຕູ້ກຳມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງສປປລາວ.

 

ໃຫ້ການຕ້ອນຮັບການເຂົ້າຮ່ວມຂະບວນການປູກຕົ້ນໄມ້ຄັ້ງນີ້, ມີພົນໂທຄໍາກິ່ງຜູຍຫຼ້າມະນີວົງຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານຮອງລັດຖະມົນຕີ, ຄະນະປະຈຳພັກກະຊວງ, ຄະນະພັກ-ຄະນະບັນຊາກົມກອງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບແລະນາຍຕໍາຫຼວດຊຶ່ງໃນພິທີ, ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ລາຍງານການກະກຽມຄວາມພ້ອມແລະກ່າວເປີດພິທີປູກຕົ້ນໄມ້ໃນຄັ້ງນີ້ວ່າ:

ເນື່ອງໃນໂອກາດວັນເດັກນ້ອຍສາກົນແລະປູກຕົ້ນໄມ້ແຫ່ງຊາດທີ່ໝູນວຽນມາອີກວາລະໜຶ່ງ, ມື້ນີ້ກະຊວງ ປກສໄດ້ສ້າງຂະບວນການປູກຕົ້ນໄມ້ຂຶ້ນຢ່າງເປັນທາງການເພື່ອເປັນການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງແລະອຸດົມສົມບູນ, ຂຽວງາມແລະສາມາດນໍາໃຊ້ໄດ້ຍາວນານເປັນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ກວມຫຼາຍກວ່າ70%ຕາມຄາດໝາຍທີ່ແຜນພັດທະນາເສດຖະກິດ-ສັງຄົມ5ປີຄັ້ງທີIX ໄດ້ກຳນົດໄວ້ໃຫ້ປະກົດຜົນເປັນຈິງເວົ້າລວມ, ເວົ້າສະເພາະແມ່ນເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດຕາໃຫ້ສູງຂຶ້ນ, ສ້າງລະບົບນິເວດແລະສະພາບແວດລ້ອມທຳມະຊາດໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານແລະຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ; ພ້ອມກັນນັ້ນ,ກໍເປັນການປູກຈິດສໍານຶກໃຫ້ນາຍແລະພົນຕຳຫຼວດກໍຄືສັງຄົມເຫັນໄດ້ຄວາມໝາຍ, ຄວາມສໍາຄັນແລະພ້ອມກັນຖະນຸຖະໜອມສິ່ງແວດລ້ອມໃຫ້ມີຄວາມສວຍສົດງົດງາມ, ຮັກສາໄດ້ລະບົບນິເວດວິທະຍາໃຫ້ມີຄວາມສົມດຸນ, ໂດຍເນັ້ນໃສ່ການຢູ່ຮ່ວມກັບທຳມະຊາດຢ່າງກົມກຽວແລະຍືນຍົງ.

ການສ້າງຂະບວນການປູກຕົ້ນໄມ້ ແມ່ນເປັນກິດຈະກຳປົກກະຕິຂອງຊາດລາວເຮົາເວົ້າລວມ, ເວົ້າສະເພາະກໍແມ່ນກະຊວງປ້ອງກັນຄວາມສະຫງົບພວກເຮົາໄດ້ຈັດຕັ້ງປະຕິບັດຜ່ານມາໃນທຸກໆປີ ຊຶ່ງປີນີ້ນອກຈາກແນໃສ່ສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ101ປີ, ວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ45ປີ, ກໍຍັງເປັນການສ້າງຂະບວນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບຄັ້ງທີ6ຊຶ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້, ມີຕົ້ນໄມ້ອຸດສາຫະກໍາປະເພດໄມ້ດູ່;ໃນນີ້,ທ່ານຮອງປະທານປະເທດ, ບັນດາທ່ານໃນຄະນະຮອງລັດຖະມົນຕີກະຊວງ ປກສ ປູກທ່ານລະ1 ຕົ້ນແລະບັນດາກົມກອງອ້ອມຂ້າງກະຊວງພາກສ່ວນລະ1ຕົ້ນ; ໃນວັນດຽວກັນນີ້,ບັນດາກົມກອງທີ່ຂຶ້ນກັບກະຊວງ ປກສກໍໄດ້ສ້າງຂະບວນການປູກຕົ້ນເນື່ອງໃນໂອກາດຂໍ່ານັບຮັບຕ້ອນແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນແລະປູກຕົ້ນໄມ້ແຫ່ງຊາດປະຈໍາປີ2025 ຈໍານວນຫຼາຍກົມແລະຈໍານວນຫຼາຍຮ້ອຍຕົ້ນ.

ພາຍຫຼັງສໍາເລັດການປູກຕົ້ນໄມ້ແລ້ວ,ທ່ານນາງປານີຢາທໍ່ຕູ້ແລະທ່ານຮອງລັດຖະມົນຕີກະຊວງປກສພ້ອມຄະນະໄດ້ຢ້ຽມຊົມຫ້ອງຮຽນ, ຫ້ອງການ, ຫ້ອງປະຊຸມຂອງສູນຮັບຕ້ອນແລະຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງປ້ອງກັນຄວາມສະຕື່ມອີກ.

(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ເຕັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ