ອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ເນັ້ນ5 ບັນຫາໃຫ້ຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 563/ປກສ ໃຫ້ໄດ້ຮັບຜົນສໍາເລັດສູງ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ເນັ້ນ5 ບັນຫາໃຫ້ຄະນະຮັບຜິດຊອບສຸມໃສ່ຈັດຕັ້ງປະຕິບັດ  ຄໍາສັ່ງເລກທີ 563/ປກສ ໃຫ້ໄດ້ຮັບຜົນສໍາເລັດສູງ
ໃນໂອກາດທີ່ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ປກສ

 

ວ່າດ້ວຍການຂຶ້ນບັນຊີເກັບກູ້, ຄຸ້ມຄອງອາວຸດເສິກ ແລະ ວັດຖຸລະເບີດໃນຂອບເຂດທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 8 ສິງຫາຜ່ານມາໂດຍມີທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີຮອງລັດຖະມົນຕີ-ອົງການທຽບເທົ່າ, ບັນດາແຂກຖືກເຊີນ,ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງໃນຂອບເຂດທົ່ວປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຮັບຜິດຊອບແຕ່ລະຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ມີຄວາມເອົາໃຈໃສ່ສູງໃນການຈັດຕັ້ງປະຕິບັດວຽກງານຂຶ້ນບັນຊີ, ເກັບກູ້, ຄຸ້ມຄອງອາວຸດເສິກ ແລະ ວັດຖຸລະເບີດທີ່ມີຜົນສໍາເລັດຫຼາຍດ້ານ ພ້ອມທັງເນັ້ນໜັກໃຫ້ບັນດາກະຊວງ-ອົງການທຽບເທົ່າ, ຫ້ອງວ່າການກະຊວງ, ກົມໃຫຍ່, ກົມ-ກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫຼວງ ແລະ ບັນດາ ປກສ ແຂວງໃນຂອບເຂດທົ່ວປະເທດ ສືບຕໍ່ເພີ່ມທະວີເຄື່ອນໄຫວຈັດຕັ້ງປະຕິບັດຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ ເປັນຕົ້ນມອບໃຫ້ຄະນະກຳມະການທີ່ຮັບຜິດຊອບວຽກງານດັ່ງກ່າວຢູ່ໃນຂະແໜງການຂອງຕົນ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດັ່ງນີ້:

1. ຄະນະກຳມະການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດຢູ່ຂະແໜງການຕ່າງໆ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງກວດກາຄືນກົງຈັກການຈັດຕັ້ງຂັ້ນຂອງຕົນໃຫ້ຮັບປະກັນໃນການເຄື່ອນໄຫວເຮັດໜ້າທີ່ວຽກງານຕາມພາລະບົດບາດ.

2. ໃຫ້ຍູ້ແຮງໃນການຄຸ້ມຄອງ ແລະ ການຖອນອາວຸດເສິກຂອງພະນັກງານຜູ້ທີ່ກະສຽນອາຍຸ, ໄດ້ຮັບອຸດໜູນບໍານານ ແມ່ນມອບໃຫ້ບັນດາກົມກອງ, ກອງບັນຊາການເປັນເຈົ້າການໃນການຖອນ ແລະ ເກັບກູ້ຄືນຕາມລະບຽບຫຼັກການ.

3. ມອບໃຫ້ບັນດາກົມວິຊາສະເພາະ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງໃນຂອບເຂດທົ່ວປະເທດປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່, ເປັນເຈົ້າການສັງລວມບັນຊີອາວຸດກັບພາກສ່ວນທີ່ເຫັນວ່າບໍ່ມີຄວາມຈໍາເປັນນໍາໃຊ້ ແລະ ອາວຸດທີ່ໄດ້ມາຈາກການດໍາເນີນຄະດີເພື່ອຖອນ, ເກັບກູ້ຕາມລະບຽບຫຼັກການ ແລະ ດຳເນີນໃຫ້ສຳເລັດໂດຍໄວ.

4. ເພີ່ມທະວີການປະສານສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມ, ເຫັນໄດ້ຄວາມອັນຕະລາຍຂອງອາວຸດ ແນໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາອາວຸດໃຫ້ໄດ້ເພື່ອຫຼຸດຜ່ອນຄວາມສ່ຽງຈາກການຊື້ຂາຍມີໄວ້ໃນຄອບຄອງອາວຸດເສິກ ແລະ ທາດລະເບີດ.

5. ຄົ້ນຄວ້າສະໜອງງົບປະມານຮັບໃຊ້ວຽກງານການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ທາດລະເບີດໃຫ້ມີຄວາມຮັບປະກັນ, ຄະນະກຳມະການຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດແຕ່ລະຂະແໜງການ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຄົ້ນຄວ້າ ແລະ ຕອບສະໜອງງົບປະມານທີ່ຈໍາເປັນຮັບໃຊ້ການເຄື່ອນໄຫວວຽກງານໃນຂົງເຂດຂອງຕົນໃຫ້ມີຄວາມເໝາະສົມ ແລະ ທັນເວລາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດຢູ່ໃນຂົງເຂດຄວາມຮັບຜິດຊອບຂັ້ນຂອງຕົນໃຫ້ມີປະສິດທິຜົນ ແລະ ບັນລຸໄດ້ບັນດາຄາດໝາຍທີ່ໄດ້ກໍານົດໃນແຜນການ.

ຂ່າວ-ພາບ: ຮອ ສີລິພອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ