ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11
ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ທານ ສະເຫມໄຊ ກມມະສດ ເຂາຮວມກອງປະຊມສດຍອດໜງແລວໜງເສນທາງ ຄງທ 11 - image 1
 

 

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວປາໄສໃນພາກພິທີເປີດໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຕໍ່ເນື່ອງຂອງກອງປະຊຸມຄັ້ງຜ່ານໆມາ ກໍຄືການຈັດຕັ້ງປະຕິບັດແຜນງານຕ່າງໆ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນກໍຄື ບົດບາດ ແລະ ການປະກອບສ່ວນທີ່ສຳຄັນຂອງຮົງກົງໃນຖານະເປັນ “ຜູ້ເຊື່ອມຕໍ່ພິເສດ” (Super-connector) ແລະ “ຜູ້ເພີ່ມມູນຄ່າພິເສດ”(Super value-adder) ແນໃສ່ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ສ້າງເຄືອຂ່າຍຄູ່ຮ່ວມທາງທຸລະກິດແບບເປີດກວ້າງກັບພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນຂອງໂຄງການລົດໄຟລາວ-ຈີນ ນັບຕັ້ງແຕ່ມີການເປີດນໍາໃຊ້ຢ່າງເປັນທາງການ ໃນປີ 2021 ຊຶ່ງໄດ້ຍົກສູງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ, ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄປສູ່ຕະຫຼາດສາກົນ, ລວມທັງສົ່ງເສີມການໄປມາຫາສູ່ຂອງປະຊາຊົນ ແລະ ໄດ້ປະກອບສ່ວນສຳຄັນຕໍ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ທານ ສະເຫມໄຊ ກມມະສດ ເຂາຮວມກອງປະຊມສດຍອດໜງແລວໜງເສນທາງ ຄງທ 11 - image 2
 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ກ່າວສະໜັບສະໜູນຕໍ່ກັບຫົວຂໍ້ບຸລິມະສິດຂອງປີນີ້, ຊຶ່ງເຫັນວ່າ ເປັນຫົວຂໍ້ທີ່ມີຄວາມສຳຄັນຕໍ່ການຫັນປ່ຽນການເປັນຄູ່ຮ່ວມມືໃນພາກພື້ນຈາກຮູບແບບດັ້ງເດີມໄປສູ່ນະວັດຕະກໍາສີຂຽວແລະ ຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດໄປຄຽງຄູ່ກັບການພັດທະນາທີ່ມີຄຸນນະພາບສູງ,ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026 - 2030) ຂອງ ສປປ ລາວ ແນໃສ່ບັນລຸການຈັດຕັ້ງປະຕິບັດ 3 ຄາດໝາຍສູ້ຊົນຄື: 1) ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ເປັນສູນກາງເຊື່ອມຈອດດ້ານໂລຈິສຕິກ ລວມທັງເຊື່ອມໂຍງ ສປປ ລາວ ເຂົ້າໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ; 2)ຊຸກຍູ້ການຫັນເປັນດິຈິຕອນ; ແລະ 3) ຊຸກຍູ້ຄວາມພະຍາຍາມລວມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ ແລະ ຍືນຍົງ. ພ້ອມກັນນີ້, ຍັງໄດ້ຊຸກຍູ້ການຮ່ວມມືຈາກບັນດາປະເທດຄູ່ຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ພາກທຸລະກິດທີ່ມີຄວາມສົນໃຈເຂົ້າມາລົງທຶນໃນຂົງເຂດຈຸດສຸມຂອງ ສປປ ລາວ ໂດຍສະເພາະດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ,ການຫັນເປັນອຸດສາຫະກຳທີ່ທັນສະໄໝ,ການເຊື່ອມໂຍງດ້ານດິຈິຕອນ, ພະລັງງານສະອາດ, ພະລັງງານທົດແທນ, ການພັດທະນາຊັບພະຍາກອນມະນຸດ ແລະ ກະສິກຳແບບຍືນຍົງ.

ທານ ສະເຫມໄຊ ກມມະສດ ເຂາຮວມກອງປະຊມສດຍອດໜງແລວໜງເສນທາງ ຄງທ 11 - image 3
 

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈຳເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ເພື່ອຊອກຫາກາລະໂອກາດໃນການສົ່ງເສີມການຄ້າ ແລະ ການລົງທຶນໃນຂົງເຂດທີ່ເປັນທ່າແຮງ ແລະ ບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ລວມທັງ ທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຮົງກົງຈຳນວນໜຶ່ງ ແລະ ໄດ້ເຂົ້າຮ່ວມກິດຈະກໍາປິ່ນອ້ອມ ເປັນຕົ້ນກອງປະຊຸມປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ຮົງກົງ ປີ 2026 ເພື່ອສົ່ງເສີມການຮ່ວມມືດ້ານການລົງທຶນ, ພະລັງງານສະອາດ ແລະ ການຮ່ວມມືໃນຂົງເຂດການເງິນຂອງພາກທຸລະກິດທັງສອງຝ່າຍ ແລະ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມື ລາວ-ຮົງກົງ ຫຼາຍສະບັບ.

ທານ ສະເຫມໄຊ ກມມະສດ ເຂາຮວມກອງປະຊມສດຍອດໜງແລວໜງເສນທາງ ຄງທ 11 - image 4
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ເພີ່ມເຕີມ