ສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຣັດເຊຍ

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ພົບປະກັບຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ພົບປະກັບຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ
ໃນໂອກາດນໍາພາຄະນະຜູ້ແທນຂອງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ເມື່ອບໍ່ດົນມານີ້ ທີ່ ສະຫະພັນ ຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບບັນດາຄູ່ຮ່ວມຕໍາແໜ່ງປະເທດເພື່ອນມິດ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດເຫຼົ່ານັ້ນ ຄື: ຣັດເຊຍ, ຈີນ, ບຣາຊິນ, ເບລາຣຸດຊີ ແລະ ກູບາ ຕາມລໍາດັບ.

ໃນການພົບປະກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ສອງຝ່າຍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບ ເພື່ອສືບຕໍ່ຮັດແໜ້ນການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຣັດເຊຍ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ພະລັັງງານ ແລະ ບໍ່ແຮ່, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄວາມປອດໄພຂອງຂໍ້ມູນ, ການຮ່ວມມືຂົນສົ່ງທາງລົດໄຟ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ, ລວມເຖິງບັນດາໝາກຜົນການຕົກລົງຮ່ວມກັນຂອງການນໍາສອງປະເທດ ໂດຍສະເພາະໝາກຜົນຂອງການພົບປະລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກັບ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ແລະ ພະນະທ່ານ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໃນເດືອນພຶດສະພາ ທີ່ຜ່ານມາ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືການພົວພັນໃນຂອບການຮ່ວມມື ພາກພື້ນ ແລະ ສາກົນ ລວມເຖິງການພົວພັນຮ່ວມມື ອາຊຽນ-ຣັດເຊຍ, ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການເຊື້ອເຊີນເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມ BRICS ທີ່ ຣັດເຊຍ ເປັນເຈົ້າພາບ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

ໃນການພົບປະກັບ ທ່ານ ຫວັງ ອີ້ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສອງຝ່າຍໄດ້ປຶກສາຫາສື ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ກໍຄື ການພົວພັນຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ. ສອງຝ່າຍ ໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນການຈັດຕັ້ງປະຕິບັດຈຸດກວດກາ ຈຸດດຽວຮ່ວມກັນຢູ່ດ່ານຊາຍແດນ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟລະຫວ່າງປະເທດ ລາວ-ຈີນ, ການຍົກລະດັບ ແລະ ຂະຫຍາຍດ່ານ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ສິນຄ້າ ຢູ່ດ່ານສາກົນ (ບໍ່ເຕ່ນ-ບໍ່ຫານ), ການຊຸກຍູ້ການພັດທະນາໂຄງການຮ່ວມມືທີ່ປິ່ນອ້ອມຕາມແລວເສດຖະກິດ ລາວ-ຈີນ ກໍຄືບັນດາໂຄງການທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ເພື່ອແນໃສ່ຊ່ວຍສົ່ງເສີມການຜະລິດ, ການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຂອງ ສປປ ລາວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຍົກລະດັບ ແລະ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ໂດຍຖືເອົາປີທ່ອງທ່ຽວລາວ ປີ 2024 ນີ້ ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ກໍຄືນັກລົງທຶນຂອງ ສປ ຈີນ ເຂົ້າມາຮ່ວມມືກັບພາກເອກະຊົນຂອງ ສປປ ລາວ ເພື່ອພັດທະນາພື້ນຖານໂຄງລ່າງ, ສະຖານທີ່ທ່ອງທ່ຽວຕ່າງໆ. ໃນໂອກາດນີ້, ສອງຝ່າຍຢືນຢັນທີ່ຈະຮ່ວມມືກັນຢ່າງໃກ້ຊິດ, ຮັກສາກົນໄກການປະສານງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ, ລວມເຖິງການກະກຽມໃຫ້ແກ່ ບັນດາການນໍາຂັ້ນສູງ ຂອງ ສປ ຈີນ ທີ່ຈະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ, ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໃນໂອກາດການເປັນປະທານອາຊຽນ ປີ 2024 ນີ້. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສໍາລັບການພົບປະກັບ ທ່ານ Mauro Vieira ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ, ສອງຝ່າຍໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງຖືເປັນໂອກາດອັນດີ ໃນການປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ບຣາຊິນ ກໍຄື ການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ບຣາຊິນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃຫ້ກ້າວໄປສູ່ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ໃນອະນາຄົດ, ລວມເຖິງການຊຸກຍູ້ສອງຝ່າຍສືບຕໍ່ສຶກສາຄວາມເປັນໄປໄດ້ໃນການຮ່ວມມືໃນຂະແໜງທີ່ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ສຶກສາ-ກິລາ, ການທ່ອງທ່ຽວ, ການລົງທຶນ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືການພົວພັນຮ່ວມມື ໃນຂອບຫຼາຍຝ່າຍ ກໍຄືການຮ່ວມມືລະຫວ່າງພາກພື້ນ ອາຊຽນ ແລະ ລາຕິນອາເມຣິກາ ໂດຍສະເພາະ ອາຊຽນ ແລະ ບຣາຊິນ, ທັງຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ. ພ້ອມກັນນີ້, ສອງຝ່າຍ ຕ່າງກໍເຊື້ອເຊີນ ເຊິ່ງກັນ ແລະ ກັນ ໄປຢ້ຽມຢາມປະເທດຂອງຕົນ ໃນເວລາທີ່ເຫມາະສົມ.

ສໍາລັບການພົບປະກັບ ທ່ານ ເຊເກ ອາເລນິກ (Seigei Aleinik) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ, ສອງຝ່າຍໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບກັນໃນຄັ້ງນີ້ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບ ແລະ ຮ່ວມມື ລະຫວ່າງສອງປະເທດ ລາວ-ເບລາຣຸດຊີ ທີ່ມີມາແຕ່ດົນນານນັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊາຊົນສອງຊາດ ລາວ-ເບລາຣຸດຊີ. ການພົວພັນຮ່ວມມື ລະຫວ່າງສອງປະເທດ ຕະຫຼອດໄລຍະທີ່ຜ່ານມາ ແມ່ນຢູ່ໃນລະດັບດີ ໂດຍສະເພາະທາງດ້ານການເມືອງ, ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດເປັນປະຈໍາ. ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ໄດ້ມີກົນໄກປຶກສາຫາລືທາງດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ (PC) ຊຶ່ງສອງຝ່າຍຫາກໍຮ່ວມກັນຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 3 ແລະ ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ເບລາຣຸດຊີ ໃນໂອກາດທີ່ ທ່ານ ເຢັບເກນີ ເຊດຕາສະກົບ (Evgeny Shestakov) ຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເດືອນມີນາ 2024 ຜ່ານມາ. ພ້ອມກັນນີ້, ສອງຝ່າຍໄດ້ປຶກສາຫາລື ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນສູງລະຫວ່າງສອງປະເທດ ລວມທັງສາຍພັກ; ສຶບຕໍ່ສຶກສາຄວາມເປັນໄປໄດ້ໃນການຮ່ວມມື ໃນຂະແໜງທີ່ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ເຄມີ, ສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ; ການກະກຽມຈັດກອງປະຊຸມປຶກສາຫາລື ລະຫວ່າງ 2 ກະຊວງການຕ່າງປະເທດ ຄັ້ງທີ 4 ທີ່ ເບລາຣຸດຊີ, ລວມເຖິງການພົວພັນຮ່ວມມືໃນຂອບຫຼາຍຝ່າຍ ໂດຍສະເພາະ ໃນຂອບອາຊຽນ-ເບລາຣຸດຊີ ແລະ ຂອບອື່ນໆ, ທັງຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນຈໍານວນໜຶ່ງ. ໃນໂອກາດດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍທີ່ຝ່າຍ ເບລາຣຸດຊີ ຈະພິຈາລະນາສ້າງຕັ້ງສະມາຄົມມິດຕະພາບ ເບລາຣຸດຊີ-ລາວ ໃນຕໍ່ຫນ້ານີ້ ເພື່ອແນໃສ່ສົ່ງເສີມການພົວພັນລະຫວ່າງ ປະຊາຊົນສອງປະເທດ, ທັງຍັງໄດ້ເຊື້ອເຊີນທ່ານລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫມາະສົມ.

ສ່ວນການພົບປະກັບ ທ່ານ ບຣູໂນ ໂຣດຣີເກັຊ ປາຣີຢາ (Brúno Rodríguez Parrilla), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ, ສອງຝ່າຍ ມີການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ພິເສດ, ປີ 2024 ນີ້ ກໍແມ່ນປີ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ກູບາ, ຊຶ່ງສອງປະເທດ ກໍໄດ້ສົມທົບກັນຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວໃຫ້ເປັນຂະບວນຟົດຟື້ນ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃນການຜັນຂະຫຍາຍບັນດາຜົນການພົບປະ ແລະ ການຕົກລົງທີ່ສອງຝ່າຍໄດ້ມີຮ່ວມກັນ, ໂດຍສະເພາະ ການສົ່ງເສີມການລົງທຶນ-ການຄ້ານໍາກັນໃຫ້ເປັນຮູບປະທໍາຂຶ້ນຕື່ມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ