ກອງປະຊຸມເວທີປຶກສາຫາລືການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024

ທ່ານ ສະເຫຼີມໄຊ ກົມມະສິດກ່າວເປີດກອງປະຊຸມເວທີປຶກສາຫາລືການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024

ທ່ານ ສະເຫຼີມໄຊ ກົມມະສິດກ່າວເປີດກອງປະຊຸມເວທີປຶກສາຫາລືການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024
ໃນຕອນເຊົ້າຂອງວັນທີ 17ກັນຍານີ້ ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມເວທີປຶກສາຫາລືການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024

ຈັດໂດຍ ສະຖາບັນຍຸດທະສາດອາຊີ-ປາຊີຟິກ (Kingsley Strategic Institute for Asia Pacific), ສະໂມສອນເສດຖະກິດອາຊຽນ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ໂດຍມີການນໍາ ແລະ ຄະນະຜູ້ແທນຈາກທັງພາກລັດ ແລະ ພາກທຸລະກິດ ຂອງບັນດາປະເທດສະມາຊິກອາຊຽນ ກໍຄືສະມາຊິກສະພາທຸລະກິດອາຊຽນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຊົມເຊີຍ ການຈັດກອງປະຊຸມເວທີປຶກສາຫາລືການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ທິດທາງໃນຕໍ່ໜ້າ (Enhancing Connectivity and Resilience: The Way Forward) ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງສະຖາບັນຍຸດທະສາດອາຊີ-ປາຊີຟິກ ທີ່ໄດ້ສົ່ງເສີມການຮ່ວມມືດ້ານເສດຖະກິດຂອງອາຊຽນໃນຂະແໜງການຕ່າງໆເຊັ່ນ:ການຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດ,ການອຳນວຍຄວາມສະດວກທາງການຄ້າ-ການລົງທຶນ,ການຫັນເປັນດີຈີຕອນແລະການພັດທະນາແບບຍືນຍົງ ລວມທັງການຮ່ວມມືລະຫວ່າງອາຊຽນກັບປະເທດຄູ່ເຈລະຈາອາຊຽນທັງພາກລັດ ແລະ ພາກທຸລະກິດ ແນໃສ່ເພື່ອເພີ່ມທະວີການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ກໍຄືສົ່ງເສີມການເຊື່ຶອມຈອດ ແລະ ຄວາມເຂັ້ມແຂງດ້ານເສດຖະກິດໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ. ຜົນສຳເລັດຂອງການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້ ເປັນການປະກອບສ່ວນຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ທູດ​ຈີນເຂົ້າ​ຊົມເຊີຍ ​ສະຫາຍ ທອງ​ສະ​ຫວັນ ພົມວິຫານ

ໃນ​ຕອນ​ແລງ​ຂອງ​ວັນ​ທີ 23 ມີນາ ນີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍນາງ ຟາງຫົງ (Fang Hong) ເອກ​ອັກ​ຄະ​ລັດ​ຖະ​ທູດແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ ພ້ອມ​ດ້ວຍ​ຄະນະເຂົ້າ​ອວຍພອນ​ ແລະ ຊົມເຊີຍເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ທູດ​ຫວຽດນາມ ເຂົ້າ​ຊົມເຊີຍສະຫາຍ ທອງ​ສະຫວັນ ພົມວິຫານ

ໃນວັນທີ 23 ມີນານີ້ ທີ່ກະຊວງ​ການ​ຕ່າງປະເທດ, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາ​ຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ ໄດ້​ຕ້ອນຮັບສະຫາຍ ຫ​ງວຽນມິງເຕິມ ທູດ​ຫວຽດນາມ​ປະຈຳ​ລາວ​ເຂົ້າ​ອວຍພອນ​ ແລະ ຊົມເຊີຍ ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດແຫ່ງ ສປປ ລາວ.
ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ" ຂຶ້ນໃນລະຫວ່າງວັນທີ 22-31 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສຶກສາ ສາມັນ ກະຊວງ ສສກ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນ ສັນຕິພາບຫຼວງພະບາງເຂົ້າຮ່ວມ.
ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ກອງປະຊຸມເສວະນາ "ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ - ຈີນ " ຈັດຂຶ້ນທີ່ນະຄອນຫຼວງວຽງຈັນດ້ວຍຜົນສຳເລັດ

ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”, ພວກເຮົາບໍ່ໄດ້ໝາຍເຖິງພຽງແຕ່ການປ່ຽນແປງຂອງດິນຟ້າອາກາດ, ແຕ່ພວກເຮົາກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວໂລກກຳລັງຕິດຕາມເບິ່ງຢ່າງໃກ້ຊິດຕິດແທດ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ, ປະເທດຈີນໄດ້ສ້າງສິ່ງມະ ຫັດສະຈັນຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດ.
ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ທ່ານ ສີພັນດອນ ອ້ອຍບົວບຸດດີ ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີເເຫ່ງ ສ ອາກເມນີ

ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 19 ມີນາ ຜ່ານມາ ຢູ່ ທໍານຽບປະທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງມົສກູ ສະຫະພັນຣັດເຊຍ.
ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ສປປ ລາວ - ສ ເກົາຫຼີ ຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ

ກອງປະຊຸມການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ລະຫວ່າງ ສປປ ລາວ - ສ ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈ່ອງຢ່ອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ  ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 23 ມີນາ ນີ້ ທີ່ກະຊວງການຕ່າງປະເທດ, ສະຫາຍ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ສະຫາຍ ນາງ ດັ້ງ ທິ ຫາຍ ເຕິມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ເລຂາທິການໃຫຍ່ພັກແຮງງານເກົາຫຼີ ສົ່ງສານອວຍພອນ ເລຂາທິການໃຫຍ່ ພັກ ປປ ລາວ

ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71ປີ, ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີເນື້ອໃນດັ່ງນີ້:
ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ນັກສຶກສາລາວ 18 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ

ຫວ່າງມໍ່ໆມານີ້ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານລ້ຽງແກ່ນັກສຶກສາລາວທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology)
ມອບ-ຮັບ ອາຄານສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້

ມອບ-ຮັບ ອາຄານສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້

ໃນວັນທີ 20 ມີນາ ຜ່ານມາ, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການຮ່ວມມືສາກົນແຫ່ງປະເທດ ສ ເກົາຫຼີ ປະຈໍາ ສປປ ລາວ (KOICA) ໄດ້ຈັດຕັ້ງກອງປະຊຸມປິດໂຄງການພັດທະນາຊົນນະບົດ ແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ (The integrated rural development project in three provinces of southern Lao PDR) ແລະ ພິທີມອບ-ຮັບ ສູນຝຶກອົບຮົມເຕັກນິກກະສິກໍາ ພາກໃຕ້
ເພີ່ມເຕີມ