![]() |
ກອງປະຊຸມໃນຄັ້ງນີ້, ໄດ້ເນັ້ນເຖິງສະພາບແວດລ້ອມດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ສະພາບໂລກທີ່ກຳລັງປ່ຽນແປງ, ພ້ອມທັງໃຫ້ຄວາມສຳຄັນໃນການສືບຕໍ່ການຮ່ວມມືທີ່ເປັນຮູບປະທຳ. ໂອກາດນີ້, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ໄດ້ແລກປ່ຽນບັນດາຂໍ້ສໍາຄັນຕໍ່ກອງປະຊຸມ ດັ່ງນີ້: ສືບຕໍ່ແລກປ່ຽນຄະນະຜູ້ແທນໃນແຕ່ລະຂັ້ນ, ຍົກສູງວຽກງານການສຶກສາ ແລະ ການຝຶກອົບຮົມຮ່ວມ ໂດຍສະເພາະການຝິຶກຊ້ອມ ແລະ ຫັດແອບໃນວຽກງານ HADR ແລະ SAR, ເຊື່ອມໂຍງດ້ານເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນ, ແລກ ປ່ຽນຂໍ້ມູນ, ປະສານງານ ແລະ ປະຕິບັດງານຮ່ວມກັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ. ພ້ອມນັ້ນ, ບັນດາຜູ້ບັນຊາການທະຫານອາຊຽນ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ແລກປ່ຽນທັດສະນະຜ່ານລະບົບທາງໄກ ຢ່າງກົງໄປກົງມາ ແລະ ມີຜົນປະໂຫຍດຮ່ວມກັນ. ສໍາລັບກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 24 ປະເທດມາເລເຊຍ ຈະໄດ້ຮັບກຽດເປັນເຈົ້າພາບ.
![]() |
ຂ່າວ: ສີທາ


ຄໍາເຫັນ