ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມປະຊາຊົນບ້ານບວມອໍ້

ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມປະຊາຊົນບ້ານບວມອໍ້
ໃນວັນທີ 6 ຕຸລາ ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫຼວງພະບາງ.
ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບຂອງບ້ານໂດຍຫຍໍ້ ບ້ານບວມອໍ້ເປັນບ້ານຈັດສັນໃໝ່ ເນື່ອງຈາກບ້ານເກົ່າເປັນຈຸດທີ່ຖືກຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມີປະຊາຊົນທີ່ຖືກຜົນກະທົບຕ້ອງຍົກຍ້າຍອອກໄປຕັ້ງພູມລຳເນົາໃໝ່ ຈຳນວນ 107 ຄອບຄົວ, ສຳລັບການແກ້ໄຂຜົນກະທົບດ້ານທີ່ພັກອາໄສໃຫ້ແກ່ປະຊາຊົນ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສປ ຈີນ ໃນການກໍ່ສ້າງ ຜ່ານການຄົ້ນຄວ້າ-ຄັດເລືອກ ໄດ້ນຳໃຊ້ເນື້ອທີ່ດິນຫຼາຍກວ່າ 23 ເຮັກຕາ, ກໍ່ສ້າງເຮືອນ 3 ປະເພດຄື: ຂະໜາດໃຫຍ່ 13 ຫຼັງ, ກາງ 68 ຫຼັງ ແລະ ຂະໜາດນ້ອຍ 26 ຫຼັງ, ນອກນີ້ ໄດ້ກໍ່ສ້າງໂຮງຮຽນປະຖົມ 1 ຫຼັງ, ອະນຸບານ 1 ຫຼັງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ເສັ້ນທາງ, ລະບົບໄຟຟ້າ ແລະ ນ້ຳລີນ ລວມມູນຄ່າການກໍ່ສ້າງທັງໝົດ 70 ລ້ານກວ່າຢວນ, ເລີ່ມລົງມືກໍ່ສ້າງແຕ່ວັນທີ 26 ກໍລະກົດ 2021 ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດ ແລະໄດ້ຍົກຍ້າຍປະຊາຊົນເຂົ້າຢູ່ສຳເລັດ ໃນວັນທີ 14 ພຶດສະພາ 2022, ຈາກນັ້ນ ໄດ້ມີພິທີມອບ-ຮັບຢ່າງເປັນທາງການໃນວັນທີ 29 ທັນວາ 2022 ຊຶ່ງຄະນະຮັບຜິດຊອບຂອງແຂວງ, ຂອງເມືອງ, ສົມທົບກັບອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນ ໄດ້ດຳເນີນການຈົກສະຫຼາກ ແລະ ມອບໃຫ້ປະຊາຊົນ ຜູ້ເປັນເຈົ້າຂອງເຮືອນແຕ່ລະຫຼັງ ປົກປັກຮັກສາ, ຄຸ້ມຄອງ-ນຳໃຊ້ດ້ວຍຄວາມເພິ່ງພໍໃຈ ແລະ ມີຄວາມສະຫງົບເປັນຢ່າງດີ. 
ຕອນທ້າຍ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ເນັ້ນໃຫ້ປະຊາຊົນພ້ອມກັນເສີມຂະຫຍາຍຄວາມສາມັກຄີພາຍໃນບ້ານ, ພ້ອມກັນພັດທະນາເສດຖະກິດ ຕາມທ່າແຮງ ເປັນຕົ້ນ ການປູກຝັງ-ລ້ຽງສັດ ແລະ ຜະລິດຫັດຖະກຳ ໃຫ້ເປັນສິນຄ້ານັບມື້ຫຼາຍຂຶ້ນ ເພື່ອປະກອບສ່ວນການພັດທະນາເສດຖະກິດ - ສັງຄົມຂອງເມືອງ - ຂອງແຂວງ ໃຫ້ມີຄວາມເຂັ້ມແຂງ. ໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງເງິນ ຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມພື້ນຖານໂຄງລ່າງຂອງບ້ານບວມອໍ້ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຊຽງເງີນ ຕື່ມອີກ.
ຂ່າວ-ພາບ: ຫຼວງພະບາງ

ຄໍາເຫັນ

ຂ່າວເດັ່ນ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ເປີດຂຶ້ນໃນ ວັນທີ 25 ແລະ ອັດລົງ ວັນທີ 26 ສິງຫາ 2025 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ​ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ​ ຫວຽດນາມ

ໃນຕອນບ່າຍຂອງວັນທີ 21 ສິງຫາ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 21 ສິງຫາ ນີ້ ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງໂຄສະນາໃຫ້ທຸກຊັ້ນຄົນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ

ສື່ມວນຊົນຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ; ໃນຂະນະດຽວກັນ, ສື່ມວນຊົນ ຕ້ອງຮັບປະກັນ 4 ລັກສະນະຕົ້ນຕໍ ຄື: “ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ.
ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ໂຮມຊຸມນຸມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຢ່າງຍິ່ງໃຫຍ່

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 13 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະ​ເຖລາ-ນຸ​ເຖລະ, ​ບັນດາການນໍາຂັ້ນສູງ​ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ປະທານປະເທດເນັ້ນ 7 ບັນຫາຕໍ່ວຽກງານປ້ອງກັນຊາດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ປະທານຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ເນັ້ນໜັກ 7 ບັນຫາຕໍ່ວຽກງານປ້ອງກັນຊາດ ເພື່ອໃຫ້ກອງທັບເອົາໃຈໃສ່, ໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ (ປກຊ) ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ປກຊ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ປກສ ຄັ້ງທີ VI

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ (ປກສ) ຄັ້ງທີ VI. ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 6 ສິງຫານີ້ ທີ່ສະໂມສອນກະຊວງ ປກສ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ພາກທຸລະກິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ໃນຕອນເຊົ້າວັນທີ 5 ສິງຫາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຊ່ວຍເຫຼືອແກ້ໄຂຜົນກະທົບຈາກໄພພິບັດ ໃຫ້ແກ່ລັດຖະບານລາວ ລວມມູນຄ່າທັງໝົດ 1.1 ຕື້ກີບ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງກ່າວມອບໂດຍທ່ານ ມາສຸຍຮາວ ແມັດທິວ (Mashuihao Mathew) ປະທານບໍລິສັດ ລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ ຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດສູນກາງ; ມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງລັດຖະມົນຕີຕ່າງປະເທດ ສ ເບລາຣຸດຊີ

ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມທາງການ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ເພີ່ມເຕີມ