ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນມື້ທີ 3 ຂອງການເລືອກຕັ້ງປະທານາທິບໍດີ ຣັດເຊຍ, ໃນວັນທີ 17 ມີນາ ຜ່ານມາ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງສ່ວນຫຼາຍໄດ້ປິດລົງໃນເວລາ 20:00 ໂມງ ຕາມເວລາມົສກູ. ສ່ວນເຂດຄາລິນິນກາດປິດ ແມ່ນປິດໃຫ້ປ່ອນບັດ ໃນເວລາ 21:00 ໂມງ. ບັນດາສະຖານທີ່ປ່ອນບັດຢູ່ບາງເຂດຍັງສືບຕໍ່ເຄື່ອນໄຫວ, ຄະນະກຳມະການເລືອກຕັ້ງສູນກາງ ຣັດເຊຍ ກໍໄດ້ປະກາດຜົນຂອງການເລືອກຕັ້ງໃນເບື້ອງຕົ້ນແລ້ວ. ຕາມຜົນຂອງການປະກາດດັ່ງກ່າວ, ພາຍຫຼັງນັບບັດໄດ້ 82,76%, ທ່ານ ວະລາດີເມຍ ປູຕິນ ສາມາດຍາດໄດ້ບັດສະໜັບສະໜູນ 87,18%. ຮອງມາແມ່ນ ທ່ານ ນິໂກລາຍ ຄາຣິໂຕໂນບ ດ້ວຍຈຳນວນບັດສະໜັບສະໜູນ 4,23%.
ໃນຕອນຄ່ຳວັນທີ 17 ມີນາ ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ກ່າວຄຳເຫັນຢູ່ສຳນັກງານທີ່ດຳເນີນການຫາສຽງເລືອກຕັ້ງຂອງຕົນ ວ່າ: “ພວກເຮົາທຸກຄົນແມ່ນຢູ່ຖັນແຖວດຽວກັນ”. ທ່ານເນັ້ນໜັກວ່າ: ແຫຼ່ງກໍາລັງແຮງຂອງປະເທດ ແມ່ນປະຊາຊົນ ຣັດເຊຍ, ເຈດຈຳນົງລວມຂອງປະຊາຊົນທົ່ວປະເທດໄດ້ສ້າງຂຶ້ນດ້ວຍສຽງເວົ້າຂອງປະຊາຊົນທຸກຄົນ.
ຄໍາເຫັນ