ທ່ານ ວະລາດີເມຍ ປູຕິນ ດຳລົງຕຳແໜ່ງປະທານນາທິບໍດີ ຣັດເຊຍ ເປັນສະໄໝທີ 5

ທ່ານ ວະລາດີເມຍ ປູຕິນ ດຳລົງຕຳແໜ່ງປະທານນາທິບໍດີ ຣັດເຊຍ ເປັນສະໄໝທີ 5
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ພຶດສະພາ ຜ່ານມານີ້, ພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ຣັດເຊຍ ຂອງທ່ານ ວະລາດີເມຍ ປູຕິນ ໄດ້ຈັດຂຶ້ນທີ່ວັງເຄຣມລິນ (Kremlin). ໂດຍແມ່ນພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ສະໄໝທີ 5 ໃນພາລະກິດການເມືອງຂອງທ່ານ ວະລາດີເມຍ ປູຕິນ, ໂດຍຊ້ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳ ແລະ ຜູ້ພິພາກສາສານລັດຖະທຳມະນຸນ ຣັດເຊຍ.
ຂ່າວລະບຸວ່າ: ໃນພິທີທ່ານ ວະລາດີເມຍ ປູຕິນ ໄດ້ປະຕິຍານຕົນວ່າຈະເຄົາລົບ, ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນຸນ ສະຫະພັນ ຣັດເຊຍ, ປົກປັກຮັກສາອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ. ຫຼັງຈາກນັ້ນ, ປະທານສານລັດຖະທຳມະນູນ ຣັດເຊຍ ໄດ້ປະກາດໃຫ້ທ່ານ ວະລາດີເມຍ ປູຕິນ ໄດ້ຮັບດຳລົງຕຳແໜ່ງ.
ກ່ອນໜ້ານັ້ນ, ໃນການເລືອກຕັ້ງປະທານາທິບໍດີ ຣັດເຊຍ ຄັ້ງທີ 8 ທີ່ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນຫຼາຍກວ່າ 87% ຂອງຈຳນວນບັດສະໜັບສະໜູນ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: 9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈິມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມໂຕເລກສະຖິຕິຂອງນະຄອນໂຮ່ຈິມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ເພີ່ມຂຶ້ນ 8.11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0.87% ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7.74%; ການບໍລິການເພີ່ມຂຶ້ນ 8.58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງມີບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3.14%.
ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ແຫຼ່ງຂ່າວຈາກກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ​​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 14, ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຢ່າງ​ໝັ້ນ​ທ່ຽງ​.
ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ຕຸລາ ຜ່ານມາວ່າ: ອົງການ​ເພື່ອ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ​ ການ​ພັດທະນາ (OECD) ​ໄດ້​ເປີດ​ເຜີຍ​ຜົນ​ຂອງ​ການ​ສຳ​ຫຼວດສາກົນ ກ່ຽວ​ກັບ​ການ​ສອນ ​ແລະ ການ​ຮຽນ​ ປະຈຳປີ 2024 ​ວ່າ: ຄູ​-ອາ​ຈານຊາວ​ສິງກະ​ໂປ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ນຳໃຊ້​ປັນຍາ​ປະດິດ (AI) ​ໃນ​ການ​ສຶກສາ​ສູງສຸດທົ່ວ​ໂລກ.
ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ອອກ​ຖະ​ແຫຼງ​ການ​ວ່າ: OPEC ແລະ ປະ​ເທດ​ຜະ​ລິດ​ນ້ຳ​ມັນເຊື້ອໄຟຕົ້ນ​ຕໍ 8 ປະເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ OPEC ໄດ້ຕົກ​ລົງຈະ​ຮັກ​ສາ​ມາດ​ຕະ​ການ​ເພີ່ມ​ການ​ຜະ​ລິດ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້ ຊຶ່ງຈະເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ​ດິບມື້​ລະ​ 137.000 ບາ​ເຣວ.
   ​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນ​ກຽວ​ໂຕ​ ໄດ້​ປະ​ກາດ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ໂຮງ​ແຮມ​ໃໝ່ ຊຶ່ງຈະມີ​ຜົນ​ສັກ​ສິດ​ໃນ​ເດືອນ​ມີ​ນາ​ປີ 2026, ເພື່ອ​ແກ້​ໄຂ​ບັນ​ຫາ​ນັກ​ທ່ອງ​ທ່ຽວແອອັດ. ອຳນາດການປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.
ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ຕຸລາ ຜ່ານມາວ່າ: ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ ຫຼື ICV ຂອງໂລກ 2025 ທີ່ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງຄົມມະນາຄົມຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງປັກກິ່ງເປັນເຈົ້າພາບຮ່ວມ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 16 ຫາ ວັນທີ 18 ຕຸລານີ້.
ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 6 ຕຸລາ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ທ່ານ ເລືອງເກື່ອງ ກຳມະການກົມການເມືອງ ປະທານປະເທດແຫ່ງ ສສ ຫວຽດນາມ ບໍລິຫານວາລະເປີດ.
ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລ Tasmania ຂອງອົສຕຣາລີ ໄດ້ເປີດເຜີຍການສຶກສາກ່ຽວກັບຂໍ້ມູນໄພພິບັດທົ່ວໂລກ ໃນໄລຍະ 44 ປີ ຜ່ານວາລະສານວິທະຍາສາດ (Science) ຊຶ່ງການສຶກສາພົບວ່າ, ທົ່ວໂລກເກີດໄຟໄໝ້ປ່າທີ່ຮ້າຍແຮງເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍ 43% ຂອງໄຟພິພິບັດທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນທົດສະວັດທີ່ຜ່ານມາ, ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ລະດູການໄຟໄໝ້ປ່າຮ້ອນຂຶ້ນ, ແຫ້ງແລ້ງຂຶ້ນ ແລະ ຍາວນານຂຶ້ນ.
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ຄາດ​ວ່າ​ຄວາມ​ຕ້ອງການ​ນ້ຳມັນ​​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ​ຈາກ 308 ລ້ານ​ບາ​ເຣນ​ຕໍ່​ມື້​ເປັນ 378 ລ້ານ​ບາ​ເຣນ​ຕໍ່ມື້​ໃນ​ປີ 2050 ​ຊຶ່ງ​ເປັນ​ອັດຕາ​ການ​ເຕີບ​ໂຕ 23%.
ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຊານ ຟຸງ ຮິນ ຮອງລັດຖະມົນຕີກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ ຂອງມາເລເຊຍ ໄດ້ເປີດເຜີຍວ່າ: ມາເລເຊຍ ມີແຜນທີ່ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ຂອງຕົນເພື່ອເພີ່ມສ່ວນແບ່ງການຕະຫຼາດ ຈາກຄວາມຕ້ອງການທົ່ວໂລກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເພີ່ມເຕີມ