ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້ ທີ່ເມືອງວັງວຽງ,ແຂວງວຽງຈັນ ສປປ ລາວ, ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມ ຂອງ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນ ຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງຈັນ, ມີບັນດາຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງ ຂ່າວປະອາຊຽນ(ASEAN-COCI),ຫົວໜ້າອະນຸກຳມະການວັດທະນະທຳ(SCC), ຫົວໜ້າອະນຸກຳມະການ ຖະແຫຼງຂ່າວ (SCI), ຜູ້ຕາງໜ້າກອງເລຂາອາຊຽນເຂົ້າຮ່ວມ.
ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.
ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສປປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາຊີຕາເວັນອອກສຽງໃຕ້ພ້ອມຄະນະ, ໃນວັນທີ 23 ພະຈິກຜ່ານມາທີ່ ແຂວງຄຳມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຄໍາເຫັນ