ໜ່ວຍພັກທະນາຄານສົ່ງເສີມກະສິກໍາ (APB) ແລະ ໜ່ວຍພັກທະນາຄານນະໂຍບາຍ (NBB) ໂດຍການນໍາພາຂອງສະຫາຍ ພູມະໂນ ລາຊະຈັກ ເລຂາຄະນະພັກຮາກຖານທະນາຄານແຂວງຄໍາມ່ວນ.
ໃນການແຂ່ງຂັນຄັ້ງນີ້, ແມ່ນໃຊ້ລະບົບທີມປະສົມຊຶ່ງທີມທີ 1 ປະກອບມີທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານນະໂຍບາຍ, ທີມທີ 2 ປະກອບມີທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ. ຜົນການແຂ່ງຂັນທີມປະສົມລະຫວ່າງທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານນະໂຍບາຍ ສາມາດເອົາຊະນະ ໄປໄດ້ດ້ວຍຄະແນນ 6 ຕໍ່ 5.
ການຈັດການແຂ່ງຂັນບານເຕະຄັ້ງນີ້, ນອກຈາກສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານທະນາຄານແຂວງຄໍາມ່ວນສະໄໝທີ I ທີ່ຈະມາເຖິງແລ້ວ, ຍັງເປັນການຮັດແໜ້ນຄວາມສາມັກຄີຂອງບັນດາສະມາຊິກພັກພາຍໃນຄະນະພັກຮາກຖານ ແລະ ເປັນການອອກກໍາລັງກາຍເພື່ອສຸຂະພາບໃຫ້ມີຄວາມແຂງແຮງອີກດ້ວຍ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ