ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025
ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ທະນາຄານສງເສມກະສກຳ ສະຫບຜນການດາເນນທລະກດປ 2025 - image 1
 

ກອງປະຊຸມໄດ້ຮັບຟັງການລາຍງານ ຜົນການດໍາເນີນທຸລະກິດປະຈຳປີ 2025 ໂດຍຍົກໃຫ້ເຫັນການປະຕິບັດວຽກງານທີ່ພົ້ນເດັ່ນ, ນະໂຍບາຍ, ຍຸດທະສາດ, ສິ່ງທ້າທາຍ ແລະ ແນວທາງການປັບປຸງແກ້ໄຂ ເພື່ອວາງທິດທາງໃນປີ 2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນປີ 2025 ຜ່ານມາ, ມີຍອດຊັບສິນ ລວມບັນລຸ 20,196 ຕື້ກີບ (ເພີ່ມຂຶ້ນ 61.38% ທຽບໃສ່ປີຜ່ານມາ), ຍອດເງິນຝາກບັນລຸ 16,611 ຕື້ກີບ (ເທົ່າກັບ 138.28% ຂອງແຜນການປີ 2025), ຍອດສິນເຊື່ອບັນລຸ 14,915 ຕື້ກີບ (ເທົ່າກັບ 136.75% ຂອງແຜນການປີ 2025), ກໍາໄລບັນລຸ 311.34 ຕື້ກີບ (ເທົ່າກັບ 102.87% ຂອງແຜນການປີ 2025). ປັດຈຸບັນ APB ໄດ້ສຸມໃສ່ຍົກລະດັບ ການບໍລິການຜ່ານເຕັກໂນໂລຊີທີ່ທັນສະໄໝ ເພື່ອເຊື່ອມໂຍງກັບລະ ບົບການຊຳລະສະສາງສາກົນ ແລະ ສະໜັບສະໜູນຫົວໜ່ວຍທຸລະກິດຢ່າງຮອບດ້ານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຄຽງຄູ່ກັນນັ້ນ APB ຍັງໄດ້ຂະຫຍາຍຈຸດໃຫ້ບໍລິການທີ່ເປັນມາດຕະຖານ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ. ດ້ານການບໍລິການໃນປີ 2025 APB ໄດ້ເປີດໃຫ້ບໍລິການໃໝ່ຫຼາຍດ້ານເຊັ່ນ: ບໍລິການໂອນເງິນລະຫວ່າງປະເທດ (VISA B2B), ໃຫ້ບໍລິການຜະລິດຕະພັນ Mebank (Internet Banking), ບໍລິການແລກປ່ຽນເງິນຕາ LFX ຜ່ານແອັບ APB Meporm ແລະ ຕູ້ ATM FX, ບໍລິການບັດສາກົນ (Visa & UnionPay Cards), ການຮ່ວມມືກັບ Western Union ເປັນທະນາຄານທໍາອິດໃນສປປ ລາວ ທີ່ສາມາດຮັບເງິນຜ່ານແອັບ APB Meporm ເຂົ້າບັນຊີທະນາຄານໄດ້ຢ່າງສະດວກສະບາຍ (ໂດຍບໍ່ຈໍາເປັນຕ້ອງເດີນທາງໄປຮັບເງິນຄືແຕ່ກ່ອນ) ແລະ ການຫັນເປັນທັນສະໄໝອື່ນໆ ຫຼາຍໂຄງການ.

ດ້ານການເງິນສີຂຽວ (Green Finance) APB ໄດ້ສຸມໃສ່ການຂະຫຍາຍຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອກຽມການອອກຈຳໜ່າຍ “ຮຸ້ນກູ້ສີຂຽວ” (Green Bond), ຊຶ່ງ APB ເປັນທະ ນາຄານແຫ່ງທຳອິດທີ່ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ອົງການຈັດຕັ້ງສາກົນ ໃຫ້ສາມາດອອກພັນທະບັດສີຂຽວ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນ ໂຄງການພະລັງງານໝູນວຽນ (Renewable Engergy) ແລະ ພະລັງງານສະອາດ (Clean Transportation) ເຊັ່ນ: ການສົ່ງເສີມ ການນໍາໃຊ້ລົດໄຟຟ້າ, ພັດທະນາສະຖານີສາກ, ແລະ ອື່ນໆ ຊຶ່ງໄດ້ຮັບການຮັບຮອງແຜນການຈັດຕັ້ງປະຕິບັດໂຄງການ ຈາກສະຖາບັນຊັ້ນນໍາສາກົນເຊັ່ນ: S&P Global (Singapore). ໂຄງການດັ່ງກ່າວນີ້ຈະເປັນທ່າແຮງທີ່ສໍາຄັນໃນໄລຍະໃໝ່ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານໃນປັດຈຸບັນ.

ທະນາຄານສງເສມກະສກຳ ສະຫບຜນການດາເນນທລະກດປ 2025 - image 2
 

ຄຽງຄູ່ກັນນັ້ນ, APB ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຜັນຂະຫຍາຍນະໂຍບາຍທາງດ້ານການເງິນຂອງລັດຖະບານ ໂດຍສະເພາະແມ່ນນະໂຍບາຍກະຕຸ້ນເສດຖະກິດ ແລະ ກະຈາຍສິນເຊື່ອລົງສູ່ທ້ອງຖິ່ນ (ນະໂບບາຍສິນເຊື່ອດອກເບ້ຍຕໍ່າ), ຊຶ່ງສາມາດຈັດຕັ້ງປະຕິບັດໄດ້ໃນລະດັບທີ່ສູງພໍສົມຄວນ. ນອກຈາກນັ້ນ, APB ຍັງໄດ້ເຂົ້າເປັນຄູ່ຮ່ວມໂຄງການກອງທຶນຫຼາຍໂຄງການ ເຊັ່ນ: ໂຄງການກອງທຶນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME) ແລະ ກອງທຶນຊ່ວຍເຫຼືອຂອງອົງການຈັດຕັ້ງສາກົນ ແນໃສ່ໃຫ້ການສະໜັບສະໜູນທາງການເງິນ ໃຫ້ໂຄງການພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດ ເຊັ່ນ: ຂະ ແໜງກະສິກຳ, ການຄ້າ, ການບໍລິການ, ອຸດສາຫະກຳ ແລະ ອື່ນໆ ໃນຂອບເຂດທົ່ວປະເທດ.

ສໍາລັບເປົ້າໝາຍການດໍາເນີນທຸລະກິດໃນປີ 2026, APB ຈະສືບຕໍ່ດໍາເນີນທຸລະກິດຕາມແຜນຍຸດທະສາດ ແລະ ແຜນດໍາເນີນທຸລະກິດທີ່ວາງໄວ້ຢ່າງໜັກແໜ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນນະໂຍບາຍທາງດ້ານການເງິນ ແລະ ການບໍລິການໃຫ້ມີການຂະຫຍາຍຕົວຫຼາຍກວ່າເກົ່າ. APB ໄດ້ຮ່ວມມືກັບການ ຈັດຕັ້ງພາກລັດ ເປັນຕົ້ນແມ່ນບັນດາກະຊວງຕ່າງໆ ເພື່ອດໍາເນີນການພັດທະນາຫຼາຍໂຄງການທີ່ເປັນພື້ນ ຖານໂຄງລ່າງຂອງການເງິນແບບໃໝ່ທີ່ທັນສະໄໝ (New Financial Ecosystem), ປັບປຸງພາບລັກຂອງ APB ໂດຍສະເພາະອາຄານສໍານັກງານສາຂາ, ໜ່ວຍບໍລິການໃຫ້ມີຄວາມທັນສະໄໝ ແລະ ຂະຫຍາຍປ່ອງບໍລິການໃຫ້ຄວບຄຸມກວ້າງຂວາງກວ່າເກົ່າ, ຮ່ວມມືກັບສາກົນໃນດ້ານວຽກງານການໃຫ້ການບໍລິການຊໍາລະ ສະສາງຕ່າງປະເທດ ໃຫ້ສາມາດຮອງຮັບທຸກການບໍລິການຂອງສາກົນ, ເອົາໃຈໃສ່ພັດທະນາການບໍລິການທາງການເງິນທີ່ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ເສີມສ້າງການບໍລິການໃຫ້ມີຄຸນນະພາບ, ວ່ອງໄວ- ປະທັບໃຈ ແລະ ເປັນມາດຕະຖານດຽວກັນໃນຂອບເຂດທົ່ວປະເທດເພື່ອຮັບໃຊ້ສັງຄົມ ຕາມຄໍາຂວັນທີ່ວ່າ “ວ່ອງໄວ ກ້າວໄກ ໄປຄຽງຄູ່ທ່ານ”.

ແຫຼ່ງຂ່າວ: ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ