ທາງລົດໄຟຈີນ-ລາວ ເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມຂອງລາວ ມີທ່ວງທ່າທີ່ດີ

ທາງລົດໄຟຈີນ-ລາວ ເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມຂອງລາວ ມີທ່ວງທ່າທີ່ດີ
ອີງຕາມສື່ມວນຊົນລາວລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໃນກອງປະຊຸມ ໂຕະມົນປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບ ທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ໄດ້ເນັ້ນໃຫ້ ສປປ ລາວ ສູ້ຊົນຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026. ກອງປະຊຸມໃນຄັ້ງນີ້ ຍັງໄດ້ກ່າວເນັ້ນໜັກວ່າ: ການກໍ່ສ້າງ ແລະ ການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ຂອງພື້ນຖານໂຄງລ່າງຕ່າງໆ ທີ່ລວມທັງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການຄາດຄະເນການພັດທະນາ ເສດຖະກິດ-ສັງຄົມຂອງລາວມີທ່ວງທ່າທີ່ດີ.
ນັບແຕ່ເດືອນທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວ ໄດ້ເປີດນໍາໃຊ້ມາເປັນເວລາຫຼາຍກວ່າ 2 ປີແລ້ວ ແລະ ໄດ້ເສີມຂະຫຍາຍບົດບາດທີ່ນັບມື້ນັບສໍາຄັນກວ່າເກົ່າໃນດ້ານການພັດທະນາເສດຖະກິດ-ສັງຄົມຂອງລາວ.
ໃນດ້ານການຂົນສົ່ງສິນຄ້າ, ໃນປີ 2023, ການຂົນສົ່ງສິນຄ້າຂາເຂົ້າ-ຂາ ອອກຂອງທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 4.217.700 ໂຕນ, ເພີ່ມຂຶ້ນ 94,91% ເມື່ອທຽບໃສ່ປີ 2022 ແລະ ຫຼາຍກວ່າການຄາດຄະເນໄວ້ ເປັນຈໍານວນຫຼວງຫຼາຍ. “ການຂົນສົ່ງຜ່ານທາງລົດໄຟ + ການຄ້າເອເລັກໂຕຣນິກ ຂ້າມຊາດ” ແລະ ຮູບແບບທຸລະກິດໃໝ່ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດ, ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບ ພ້ອມດ້ວຍຊ່ອງທາງໃໝ່ທີ່ເຊື່ອມຕໍ່ທາງບົກ ແລະ ທະເລຢູ່ພາກຕາເວັນຕົກຂອງຈີນ, ການນໍາເຂົ້າຜະລິດຕະພັນທີ່ມີເອກະລັກພິເສດຈາກປະເທດອາຊີຕາເວັນອອກສຽງໃຕ້ຂອງຈີນເພີ່ມຂຶ້ນ, ລົດພະລັງງານໃໝ່, ໝໍ້ໄຟລີທຽມ, ຜະລິດຕະພັນທີ່ນໍາໃຊ້ພະລັງງານແສງຕາເວັນ ແລະ ຜະລິດຕະພັນອື່ນໆຂອງຈີນ ກໍໄດ້ສົ່ງອອກໄປຕ່າງປະເທດໂດຍຜ່ານທາງລົດໄຟຈີນ-ລາວເຊັ່ນກັນ. ທັງໝົດເຫຼົ່ານີ້ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ລາວ ແລະ ຈີນ.
ນອກຈາກການຂົນສົ່ງສິນຄ້າແລ້ວ, ການຂົນສົ່ງຜູ້ໂດຍສານ ຂອງທາງລົດໄຟຈີນ-ລາວ ກໍມີຄວາມຟົດຟື້ນຫຼາຍເປັນພິເສດ. ນັບແຕ່ເດືອນທັນວາປີ 2021 ຫາເດືອນມັງກອນປີ 2024, ທາງລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານ ລວມທັງໝົດ 280 ລ້ານເທື່ອຄົນ. ສ່ວນການເປິດນຳໃຊ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການເດີນທາງຂ້າມຊາດນັບມື້ນັບຫຼາຍຂຶ້ນ. ນັບແຕ່ຂະບວນລົດໄຟດັ່ງກ່າວເປີດບໍລິການເປັນຕົ້ນມາ, ລວມໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 1 ແສນ 3 ໝື່ນຄົນ ທີ່ມາຈາກ 83 ປະເທດ ແລະ ເຂດແຄ້ວນ. ນອກນີ້, ບໍລິສັດທາງລົດໄຟຈີນສາຂາຄຸນມິງຍັງໄດ້ຮ່ວມມືກັບບໍລິສັດການທ່ອງທ່ຽວ ເພື່ອນຳສະເໜີເສັ້ນທາງ ແລະ ຜະລິດຕະພັນທ່ອງທ່ຽວຂ້າມຊາດລາວ-ຈີນ.
ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໃນໄລຍະບຸນກຸດຈີນປີນີ້, ການຂີ່ຂະບວນລົດໄຟຈີນ-ລາວ ໄປທ່ຽວແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນ-ຫຼວງພະບາງ ໄດ້ກາຍເປັນທາງເລືອກຂອງແຜນການທ່ອງທ່ຽວຂອງຊາວຈີນ ຊຶ່ງໄດ້ເຮັດໃຫ້ປີ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວຫາຊື້ໄດ້ຍາກ. ໃນໄລຍະບຸນກຸດຈີນປີນີ້, ຜູ້ໂດຍສານທີ່ເຂົ້າ-ອອກເມືອງຜ່ານດ່ານກວດຄົນເຂົ້າ-ອອກເມືອງຂອງບໍ່ຫານ ມີຫຼາຍກວ່າ 67.200 ເທື່ອຄົນ, ເພີ່ມຂຶ້ນ 256,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການທ່ອງທ່ຽວຂ້າມຊາດທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນໄລຍະບຸນກຸດຈີນ ໄດ້ຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວຂອງລາວ.
ນອກຈາກນີ້ຍັງສັງເກດເຫັນວ່າ: ຜົນປະໂຫຍດທີ່ມາຈາກທາງລົດໄຟຈີນ-ລາວທີ່ເປັນເສັ້ນທາງຄຳດ້ານການຂົນສົ່ງນັ້ນ ນັບມື້ນັບພົ້ນເດັ່ນຂຶ້ນ ຊຶ່ງໄດ້ສ້າງພະລັງຊີວິດໃໝ່ໃຫ້ກັບການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວມີຄວາມໝັ້ນໃຈຫຼາຍກວ່າເກົ່າ.
ບົດໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ເພີ່ມເຕີມ