ການປົກປ້ອງແລະຮັບປະກັນສິດທິມະນຸດເປັນຫຼັກການສິນລະທຳຂັ້ນພື້ນຖານ

ທາງລົດໄຟຈີນ-ລາວຊຸກຍູ້ໃຫ້ປະຊາຊົນລາວໄດ້ຮັບການພັດທະນາກວ່າເກົ່າ

ທາງລົດໄຟຈີນ-ລາວຊຸກຍູ້ໃຫ້ປະຊາຊົນລາວໄດ້ຮັບການພັດທະນາກວ່າເກົ່າ
ໃນວັນທີ 10 ທັນວາເປັນວັນສິດທິມະນຸດໂລກ.ໃນປະຊາຄົມໂລກໃນປັດຈຸບັນນີ້, ການປົກປ້ອງແລະຮັບປະກັນສິດທິມະນຸດເປັນຫຼັກການສິນລະທຳຂັ້ນພື້ນຖານ. ແຕ່ສຳລັບຄວາມນິຍາມທີ່ເປັນຮູບປະທຳຂອງສິດທິມະນຸດ, ພ້ອມດ້ວຍຮູບແບບການປົກປ້ອງສິດທິມະນຸດ

 

 ຍັງຄົງມີຄວາມເຫັນທີ່ຂັດແຍ່ງກັນຢູ່ບໍ່ໜ້ອຍ, ຈົນເກີດການປະທະກັນຢ່າງຮຸນແຮງ.

ຜູ້ຂຽນເຫັນວ່າ, ສິດດຳລົງຄົງຕົວແລະ ສິດໄດ້ຮັບການພັດທະນາເປັນສິດທິມະນຸດຂັ້ນພື້ນຖານທີ່ມີຄວາມສຳຄັນອັນດັບໜຶ່ງ. ການດຳລົງຄົງຕົວເປັນພື້ນຖານທີ່ຊົມໃຊ້ສິດທິມະນຸດທຸກຢ່າງ, ການພັດທະນາເປັນຂໍກຸນແຈລວມທີ່ແກ້ໄຂບັນຫາທັງໝົດ, ສິດດຳລົງຄົງຕົວແລະສິດໄດ້ຮັບການພັດທະນາມີສາຍສຳພັນຢ່າງສະໜິດແໜ້ນ.

ຫວ່າງບໍ່ດົນມານີ້, ຜູ້ຂຽນໄດ້ເຂົ້າຮ່ວມການສຳພາດຢູ່ເທິງຂະບວນລົດໄຟຕາມທາງລົດໄຟຈີນ-ລາວເນື່ອງໃນໂອກາດເປີດນຳໃຊ້ເສັ້ນທາງລົດໄຟດັ່ງກ່າວຄົບຮອບ 3 ປີແລະມີຄວາມຮູ້ສຶກວ່າ, ທາງລົດໄຟຈີນ-ລາວໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນບັນລຸສິດດຳລົງຄົງຕົວ ສິດໄດ້ຮັບການພັດທະນາແລະ ປົກປ້ອງສິດທິມະນຸດໃນຂອບເຂດກວ້າງກວ່າເກົ່າ.

ນັບແຕ່ເປີດນຳໃຊ້ເປັນເວລາ 3 ປີຜ່ານມາ, ທາງລົດໄຟຈີນ-ລາວໄດ້ສ້າງຜົນງານທີ່ປະຈັກຕາຫຼາຍໆຢ່າງເຂົ້າໃນການພັດທະນາເສດຖະກິດການຄ້າຂອງພາກພື້ນ, ບົດບາດຂອງຄວາມເປັນ “ເສັ້ນທາງຄຳດ້ານການຂົນສົ່ງ” ນັບມື້ພົ້ນເດັ່ນຂຶ້ນ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 43 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 48,3 ລ້ານໂຕນ, ເຮັດໃຫ້ອຸດສາຫະກຳການຜະລິດຢູ່ລຽບຕາມທາງລົດໄຟພັດທະນາຢ່າງຄຶກຄື້ນ. ມັນບໍ່ພຽງແຕ່ໄດ້ເຊື່ອມຈອດກັບຊ່ອງທາງຜ່ານໃໝ່ທາງບົກ-ທາງທະເລພາກຕາເວັນຕົກຂອງຈີນແລະຂະບວນລົດໄຟຈີນ-ເອີຣົບເທົ່ານັ້ນ, ມັນຍັງຊ່ວຍຫຍໍ້ເວລາການຂົນສົ່ງໂດຍກົງຜ່ານທາງລົດໄຟທີ່ເລີ່ມຈາກລາວ-ໄທໄປຮອດເອີຣົບນັ້ນໃຫ້ສັ້ນລົງເຫຼືອພຽງ 15 ມື້ໄດ້ ຊຶ່ງໄດ້ຊຸກຍູ້ການຄ້າແລະການຮ່ວມມືເສດຖະກິດລະຫວ່າງພາກພື້ນຢ່າງຫຼວງຫຼາຍ.

ການມີວຽກເຮັດງານທຳຖືວ່າເປັນສິ່ງສຳຄັນທີ່ສຸດໃນຊີວິດການເປັນຢູ່ຂອງປະຊາຊົນ. ທາງລົດໄຟຈີນ-ລາວເປັນທາງລົດໄຟທັນສະໄໝສາຍທຳອິດຂອງລາວ, ເຮັດໃຫ້ປະເທດລາວໄດ້ບັນລຸຄວາມໃຝ່ຝັນທີ່ຢາກຫັນປ່ຽນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບບໍລິເວນອ້ອມຂ້າງ ຊຶ່ງສ້າງຜົນປະໂຫຍດຕັ້ງແຕ່ລະດັບມະຫາພາກຄືຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງພາກພື້ນລົງມາຈົນຮອດລະດັບຈຸລະພາກ ຄືຊຸກຍູ້ການປະກອບອາຊີບຂອງຄົນທ້ອງຖິ່ນອີກດ້ວຍ. ນັບແຕ່ເປີດນຳໃຊ້ເມື່ອວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ພາກສ່ວນທາງລົດໄຟຈີນ-ລາວໄດ້ຮັບພະນັກງານຄົນລາວເຂົ້າເຮັດວຽກ 3,500 ກວ່າຄົນ, ແລະສ້າງວຽກເຮັດງານທຳໂດຍທາງອ້ອມອີກ 1 ແສນກວ່າຕຳແໜ່ງໃນຂະແໜງການຈໍລະຈອນສິນຄ້າຄົມມະນາຄົມທຸລະກິດການຄ້າການທ່ອງທ່ຽວແລະອື່ນໆ. ຍ້ອນມີທາງລົດໄຟສາຍນີ້, ຊາວໜຸ່ມທີ່ຢູ່ເຂດພູດອຍຂອງປະເທດລາວຈຶ່ງສາມາດອອກຈາກເຂດພູດອຍແລະສຳຜັດກັບໂລກພາຍນອກນັບມື້ນັບຫຼາຍຂຶ້ນ.

ຄຽງຄູ່ໄປພ້ອມກັບການສ້າງວຽກເຮັດງານທຳ, ພາກສ່ວນທາງລົດໄຟຈີນ-ລາວຍັງໄດ້ສະໜອງໂອກາດຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຝ່າຍລາວ. ບໍລິສັດທາງລົດໄຟລາວ-ຈີນເຄີຍຮັບພະນັກງານລາວເຂົ້າເຮັດວຽກຫຼາຍຊຸດ, ຈັດຊຸດອົບຮົມກ່ອນເຂົ້າປະຈຳການ, ຊຸດອົບຮົມຍົກຂີດຄວາມສາມາດດ້ານຕ່າງໆ ໂດຍໃຊ້ວິທີຖ່າຍທອດສິດສອນແບບສອງຕໍ່ສອງການແຂ່ງຂັນຄວາມຮູ້ ແລະສີມືແຮງງານແລະອື່ນໆ ຊຶ່ງໄດ້ສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານທາງລົດໄຟໄດ້ເປັນຈຳນວນຫຼວງຫຼາຍ. ໃນຮອບ 3 ປີຜ່ານມາ, ພາກສ່ວນທາງລົດໄຟຈີນ-ລາວໄດ້ອົບຮົມພະນັກງານລາວພັນກວ່າຄົນ, ຖ່າຍທອດຄວາມຮູ້ວິຊາການດ້ານການຂັບລົດໄຟບຳລຸງຮັກສາແລະສ້ອມແປງ, ການຂົນສົ່ງໂດຍສານ, ການຂົນສົ່ງສິນຄ້າ, ການຈັດສັນລົດແລະອື່ນໆ ຊຶ່ງໄດ້ສ້າງໃຫ້ພວກເຂົາເຈົ້າເປັນນັກວິຊາການຊຸດໃໝ່.

ທາງລົດໄຟຈີນ-ລາວບໍ່ພຽງແຕ່ເປັນເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງແຫ່ງການພັດທະນາແບບສີຂຽວອີກດ້ວຍ. ຈີນສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ການພັດທະນາແບບສີຂຽວຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງສະເໝີຕົ້ນສະເໝີປາຍ, ເຄົາລົບສິດດ້ານສິ່ງແວດລ້ອມຂອງປະຊາຊົນບັນດາປະເທດ, ປະຕິບັດຕາມກົດໝາຍກົດລະບຽບທີ່ກ່ຽວຂ້ອງຂອງປະເທດທີ່ກ່ຽວຂ້ອງ, ສ້າງເວທີຮ່ວມມືດ້ານການອະນຸລັກສິ່ງແວດລ້ອມ, ຊຸກຍູ້ໃຫ້ເສດຖະກິດ-ສັງຄົມແລະສິ່ງແວດລ້ອມທຳມະຊາດພັດທະນາຢ່າງກົມກຽວກັນ, ເຮັດໃຫ້ສີຂຽວກາຍເປັນສີພື້ນຖານຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນຂະບວນການກໍ່ສ້າງແລະບໍລິຫານທາງລົດໄຟ, ພາກສ່ວນທາງລົດໄຟສອງຝ່າຍຈີນແລະລາວໄດ້ຖືເອົາການອະນຸລັກສິ່ງແວດລ້ອມເປັນຈິດໃຈສຳຄັນຕັ້ງແຕ່ຕົ້ນຕະຫຼອດປາຍ, ໃຊ້ມາດຕະການທີ່ໃຫ້ຜົນລັບທາງບວກຢ່າງຫຼວງຫຼາຍ, ເຊັ່ນ:ປັບແລວທາງລົດໄຟເພື່ອຫຼີກການທຳລາຍເຂດປ່າສະຫງວນທຳມະຊາດ 6 ແຫ່ງຢູ່ລຽບຕາມທາງລົດໄຟ, ເພີ່ມງົບປະມານການກໍ່ສ້າງເພື່ອໃຊ້ຮູບແບບການພາດຜ່ານທີ່ມີຜົນສະທ້ອນໜ້ອຍສຸດເຊັ່ນ:ເຈາະອຸມົງລອດ,ສ້າງຂົວຂ້າມແລະອື່ນໆເມື່ອຜ່ານເຂດປ່າສະຫງວນແລະປ່າໄມ້ເສດຖະກິດ. ປູກທົດແທນພື້ນທີ່ສີຂຽວລຽບຕາມທາງລົດໄຟເນື້ອທີ່ທັງໝົດປະມານ 3.07 ລ້ານຕາແມັດ, ປູກຕົ້ນໄມ້ພຸ່ມປະມານ 8,63 ລ້ານຕົ້ນ, ຕົ້ນໄມ້ຢືນຕົ້ນປະມານ 55,000 ຕົ້ນ. ອີງຕາມສະຖິຕິທີ່ຍັງບໍ່ຄົບຖ້ວນ, ເງິນທຶນກໍ່ສ້າງສະເພາະທີ່ໃຊ້ເຂົ້າໃນການອະນຸລັກສິ່ງແວດລ້ອມມີເຖິງ 260 ລ້ານໂດລາ, ງົບປະມານດ້ານອື່ນທີ່ເພີ່ມຂຶ້ນຍ້ອນພິລາລະນາເຖິງການອະນຸລັກສິ່ງແວດລ້ອມຍິ່ງເປັນຈຳນວນທີ່ສູງຫຼາຍ.

ສິດທິມະນຸດຍາມໃດກໍບໍ່ເຄີຍເປັນມະໂນພາບທີ່ໄຮ້ຄວາມໝາຍ. ການພັດທະນາຂອງວຽກງານສິດທິມະນຸດໄດ້ຈົ່ງຮ່ອງຮອຍທີ່ສວຍງາມໃນຊາຕາກຳຂອງຄົນທຳມະດາ. ໃນການເກັບກຳຂ່າວຕາມທາງລົດໄຟຈີນ-ລາວ, ຜູ້ຂຽນໄດ້ພົບກັບສອງເອື້ອຍນ້ອງຊາວອຸດົມໄຊທີ່ຂີ່ລົດໄຟໄປຫາໝໍຢູ່ແດນໄກແລະປິ່ນປົວສຸຂະພາບຈົນແຂງແຮງຂຶ້ນ, ໄດ້ພົບຊາວໜຸ່ມຜົ້ງສາລີທີ່ຄອບຄົວດຳເນີນທຸລະກິດປູກກາເຟ ຈຶ່ງຢາກໄປຮຽນຮູ້ວຽກງານທີ່ກ່ຽວຂ້ອງໃຫ້ດີແລ້ວກັບຄືນມາພັດທະນາກະສິກຳຢູ່ບ້ານເກີດເມືອງນອນຂອງຕົນ, ໄດ້ພົບນັກທ່ອງທ່ຽວປະເທດຕ່າງໆ, ໄດ້ພົບກັບຢູທູບເບີເລື່ອງການທ່ອງທ່ຽວຂອງລາວທີ່ໄດ້ຄົ້ນພົບໂອກາດທາງທຸລະກິດແລະຢາກຈັດຕັ້ງກຸ່ມທ່ອງທ່ຽວດ້ວຍຕົນເອງ, ໄດ້ພົບແມ່ເຖົ້າອາຍຸ 90 ກວ່າປີທີ່ໄດ້ຂີ່ລົດໄຟຕາມຄວາມຝັນ, ເດີນທາງກັບຫຼານສາວຂອງເພິ່ນທີ່ເປັນຫົວໜ້າຈຸພະນັກງານລົດໄຟຊຸດທຳອິດຂອງລາວ, ລູກຊາຍກົກເພິ່ນກໍໄດ້ເຮັດວຽກກັບທາງລົດໄຟລາວ-ຈີນ, ສິ້ນສຸດຄວາມກິນແໜງເສຍດາຍທີ່ຜ່ານມາກັງວົນວ່າບໍ່ມີໂອກາດນຳໃຊ້ຄວາມຮູ້ວິຊາການກ່ຽວກັບທາງລົດໄຟທີ່ຕົນໄດ້ຮຽນມາ. ທັງໝົດເຫຼົ່ານີ້ເປັນແສງສະທ້ອນທີ່ສະແດງໃຫ້ເຫັນເຖິງການປ່ຽນແປງຕັ້ງແຕ່ເປີດນຳໃຊ້ທາງລົດໄຟຈີນລາວເປັນເວລາ 3 ປີຜ່ານມາ, ມັນເປັນພາບຄວາມກ້າວໜ້າທີ່ມີຊີວິດຊີວາຂອງວຽກງານສິດທິມະນຸດຢູ່ປະເທດທີ່ກຳລັງພັດທະນາ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ